ເສົາຫຼັກເມືອງແຂວງເຊກອງ ເປັນອີກໜຶ່ງສະຖານທີ່ທ່ອງທ່ຽວ ທາງວັດທະນະທໍາ

 ເສົາຫຼັກເມືອງ ແຂວງເຊກອງເປັນອີກໜຶ່ງສະຖານທີ່ທ່ອງ ທ່ຽວທາງວັດທະນະທໍາຕິດພັນກັບປະຫວັດສາດ ແລະຮີດຄອງປະເພນີອັນດີງາມທີ່ຍັງຄົງຮັກສາໄວ້ຢ່າງໜ້າປະທັບໃຈທີ່ໜ້າທ່ຽວຊົມ ແລະກາບໄຫວ້ສັກກາລະບູຊາຂໍພອນ ຕ່າງໆ ເນື່ອງຈາກວ່າເສົາຫຼັກເມືອງ ເປັນສູນລວມທາງດ້ານຈິດໃຈທີ່ປະຊາຊົນບັນດາເຜົ່າເຄົາລົບນັບຖືໃນ ນັ້ນເມື່ອຮອດມື້ຂຶ້ນ 13-15 ຄໍ່າເດືອນຍີ່ ຂອງທຸກໆປີປະຊາຊົນ ຊາວແຂວງເຊກອງ ຈະໄດ້ເຮັດກິດ ຈະກໍາຮ່ວມກັນນັ້ນກໍຄືຈັດງານບຸນ ປະເພນີເພື່ອສັກກາລະບູຊາຜູ້ຮັກ ສາບ້ານເມືອງໃຫ້ປົກປັກຮັກສາຊາວເມືອງໃຫ້ຢູ່ດີມີສຸກປັດເປົ່າສິ່ງ ບໍ່ດີອອກໄປສະນັ້ນຊາວແຂວງ ເຊກອງ ຈຶ່ງຖືເອົາຫຼັກເມືອງເປັນສູນ ລວມທາງດ້ານຈິດໃຈ ແລະເປັນສິ່ງ ສັກກາລະບູຊາຂອງປະຊາຊົນບັນ ດາເຜົ່າຈົນກາຍເປັນປະເພນີສືບທອດກັນຕະຫຼອດໄປ.

ເສົາຫຼັກເມືອງ ແຂວງເຊກອງ ຕັ້ງຢູ່ບ້ານໃໝ່ຫົວເມືອງ, ເມືອງລະ ມາມ ແຂວງເຊກອງ ຊຶ່ງເປັນຈຸດ ສາມແຍກທໍາອິດກ່ອນຈະເຂົ້າສູ່ ເທສະບານແຂວງເຊກອງ ເປັນຈຸດ ທີ່ມີຄວາມສູງເດັ່ນສະຫງ່າ ແລະ ປິ່ນໜ້າໄປທາງທິດເໜືອ ຊຶ່ງເປັນທິດຫຼັກຂອງ 4 ທິດ (ທິດດາວພະສຸກ) ໃນນັ້ນເພິ່ນໄດ້ສັງລວມ ເອົາວັດທະນະທໍາຂອງຊາວແຂວງ ເຊກອງ ສະຫຼັກໄວ້ໃນຫຼັກເມືອງ ເພື່ອອະທິບາຍເຖິງປະຫວັດຄວາມ ສໍາຄັນຂອງວິຖີຊີວິດແບບດັ້ງເດີມຂອງປະຊາຊົນໃຫ້ຍັງຄົງຢູ່ຕະ ຫຼອດໄປຈົນຮອດຊົ່ວລູກຊົ່ວຫຼານ.

 ສະນັ້ນຊາວແຂວງເຊກອງ ຈຶ່ງຖືເອົາຫຼັກເມືອງເປັນສູນລວມທາງດ້ານຈິດໃຈ ແລະເປັນສິ່ງສັກກາລະບູຊາຂອງປະຊາຊົນບັນດາເຜົ່າຈົນກາຍເປັນປະເພນີສືບທອດກັນຕະຫຼອດໄປ,ຖ້າຜູ້ໃດມາແຂວງເຊກອງ ບໍ່ໄດ້ກາບໄຫວ້ສັກກາລະບູຊາຂໍພອນກໍ່ຊໍ່າກັບວ່າບໍ່ໄດ້ມາຮອດ ແຂວງເຊກອງ.

_____________

ໜັງສືພິມເສດຖະກິດ-ສັງຄົມ

  • ບໍລິການໂຄສະນາທາງເຟສບຸກ ແລະເວັບໄຊ
  • ໂທ: 021 313645, 316511
  • App: 020 58707444