K&B ຮັບລາງວັນປະກອບສ່ວນດີເດັ່ນ 30 ປີ ສຄອຊ

    ໃນກອງປະຊຸມປະຈຳປີ 2018 ແລະສະເຫຼີມສະຫຼອງ 30 ປີຂອງສະພາການຄ້າ ແລະອຸດສາຫະກຳແຫ່ງຊາດ ຫຼື ສຄອຊ ຊຶ່ງຈັດຂຶ້ນໃນວັນທີ 23 ມັງກອນ ຜ່ານມາທີ່ນະຄອນຫຼວງວຽງຈັນ ນອກຈາກຫຼາຍວາລະທີ່ສຳຄັນພາຍໃນກອງປະຊຸມຍັງມີພິທີມອບໃບຍ້ອງຍໍ ແລະ ໂລ້ລາງວັນໃຫ້ແກ່ຫົວໜ່ວຍທຸລະກິດດີເດັ່ນ 30 ປີ ທີ່ມີຜົນງານປະກອບສ່ວນສະໜັບສະໜູນດ້ານທຶນຮອນ ແລະວັດຖຸປັດໄຈໃນການສ້າງຄວາມເຂັ້ມແຂງແກ່ ສຄອຊ ໂດຍມີທັງໝົດ 68 ຫົວໜ່ວຍທຸ ລະກິດທີ່ໄດ້ຮັບ ແລະໂຮງງານ ເຄແອນບີ ເຟີນິເຈີ ກໍແມ່ນໜື່ງໃນນັ້ນ.

     ຫຼັງຈາກຮັບລາງວັນທ່ານ ກອງມາລາ ພົມມະໄລ ເຈົ້າຂອງໂຮງງານ ເຄແອນບີ ເຟີນິເຈີ ຊຶ່ງມີສຳນັກງານຕັ້ງຢູ່ບ້ານ ໂສກປ່າຫຼວງ ເມືອງສີສັດຕະນາກ ນະ ຄອນຫຼວງວຽງຈັນ ໄດ້ກ່າວສະແດງຄວາມຮູ້ສຶກຕໍ່ສື່ມວນຊົນວ່າ: ໂຮງງານ ເຄແອນບີເຟີນິເຈີ ສ້າງຕັ້ງຂຶ້ນໃນປີ 1987 ເບື້ອງຕົ້ນເປັນໂຮງງານເຟີນິເຈີ ນ້ອຍໆປະກອບດ້ວຍນາຍຊ່າງພຽງແຕ່ 2 ຄົນ ກໍາມະກອນ 3 ຄົນ ແລະເຄື່ອງມືປະກອບດ້ວຍໂຕະຊອຍ 2 ແຮງມ້າ 2 ໂຕ, ກົບໄຟຟ້າ 3-4 ໜ່ວຍ ແລະ ໃນອີກ 5 ປີຕໍ່ມາໂຮງງານຈິ່ງຄ່ອຍໆເຕີບໃຫຍ່ເຂັ້ມແຂງຂຶ້ນມາເລື້ອງໆຈາກກຳມະກອນ ແລະຊ່າງ 4-5 ຄົນ ຈິ່ງເພີ່ມຂຶ້ນເປັນ 60-70 ຄົນໃນປະຈຸບັນສ່ວນການຈໍາໜ່າຍກໍໄດ້ຂະຫຍາຍອອກຢ່າງໄວວາຈາກພຽງຈຳໜ່າຍສະເພາະພາຍໃນນະຄອນຫຼວງກ້າວສູ່ຫຼາຍແຂວງທົ່ວປະເທດນອກນີ້ກໍມີການສົ່ງອອກໄປປະເທດໃກ້ຄຽງໃນ ແຕ່ລະປີອັນປະກອບສ່ວນສຳຄັນໃນການສ້າງລາຍຮັບເຂົ້າໂຮງງານກໍຄືລາຍຮັບໃຫ້ກຳມະກອນໄດ້ຫຼຸດພົ້ນຈາກຄວາມທຸກຍາກເທື່ອລະກ້າວ.

 ທ່ານ ກອງມາລາ ພົມມະໄລ ກ່າວຕື່ມວ່າ: ຕະຫຼອດຜົນສຳເລັດ 30 ປີຂອງໂຮງງານທັງໝົດນັ້ນກ່ອນຈະກ້າວມາເຖິງຈຸດນີ້ໄດ້ຍ້ອນມີພັກ-ລັດໃຫ້ການຊີ້ນຳໆພາຕະຫຼອດມາສ່ວນກະຊວງອຸດສາຫະກຳ ແລະການຄ້າ ແລະສະພາການຄ້າ ແລະອຸດສາຫະກຳແຫ່ງຊາດກໍໃຫ້ການຊຸກຍູ້ສົ່ງເສີມຈື່ງເຮັດໃຫ້ໂຮງງານມີໂອກາດດຳເນີນທຸລະກິດຢ່າງສະດວກສະບາຍບວກກັບຄວາມດຸໝັ່ນຫ້າວຫັ້ນຈຸ້ນຈ້າວຂອງຜູ້ເປັນເຈົ້າຂອງ ແລະພະນັກງານກຳມະກອນພາຍໃນໂຮງງານໃນການເຮັດໜ້າທີ່ຂອງຕົນສຳເລັດວຽກທຸກງານທັນຕາມກຳນົດເວລາທີ່ນັດໝາຍກັບລູກຄ້າເກີດມີຄວາມເຊື່ອໝັ້ນໃນການໃຊ້ບໍລິການ ແລະ ໂຮງງານກໍມີລາຍຮັບເພື່ອ ດຳເນີນທຸລະກິດ ແລ້ວປະກອບສ່ວນດ້ານທຶນຮອນ ແລະວັດຖຸປັດໃຈໃຫ້ການຊ່ວຍເຫຼືອສັງຄົມກໍຄືປະກອບສ່ວນຊຸກຍູ້ດ້ານທຶນຮອນ ແລະ ສ້າງຄວາມເຂັ້ມແຂງໃຫ້ກັບ ສຄອຊ ໃນຕະຫຼອດ 30 ປີ ເປັນຕົ້ນມາຈຶ່ງໄດ້ຮັບການຍ້ອງຍໍດັ່ງກ່າວ.

   ທັງນີ້ ທ່ານ ກອງມາລາ ພົມມະໄລ ສະແດງຄວາມຮູ້ສຶກດີໃຈຫຼາຍ ແລະຂອບໃຈທີ່ທາງຂັ້ນເທີງໄດ້ເບີ່ງເຫັນຜົນງານພ້ອມໃຫ້ການຍ້ອງຍໍ ແລະ ຢືນຢັນວ່າໃນ ອະນາຄົດຕໍ່ໜ້າໂຮງງານພວກເຮົາຈະສືບຕໍ່ດຳເນີນທຸລະກິດໃຫ້ເຕີບໃຫຍ່ຂະຫຍາຍຕົວໄປຕາມທິດຊີ້ນຳໆພາຂອງພັກ-ລັດ ກໍຄືຂອງກະຊວງອຸດສາຫະກຳ ແລະການຄ້າ ແລະ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດທີ່ວາງອອກໃນແຕ່ລະໄລຍະ.