2 ແອັບໃໝ່ຈະຊ່ວຍຮ້ານຄ້າລາວມີລາຍຮັບຈາກຊາວຈີນ

 ທະນາຄານການຄ້າຕ່າງປະເທດລາວມະຫາຊົນ (ທຄຕລ) ຮ່ວມກັບ Swift Pass ໄດ້ນຳສະເໜີການບໍລິການຮັບຊໍາລະຜ່ານ WeChat Pay ແລະ AliPay ໃນວັນທີ 11 ຕຸລາ 2019 ທີ່ນະຄອນຫຼວງວຽງຈັນ ໂດຍການເປັນເຈົ້າພາບຮ່ວມຂອງທ່ານ ພູຂົງ ຈັນທະຈັກ ຜູ້ອຳນວຍການໃຫຍ່ ທຄຕລ ແລະທ່ານ Jacky Chia ng ຜູ້ອຳນວຍການດ້ານການພັດທະນາຍຸດທະສາດ Swift Pass ການເປີດການບໍລິການຮັບຊໍາລະແອັປດັ່ງກ່າວນີ້ເປັນການເອື້ອໂອກາດໃຫ້ຮ້ານຄ້າລາວຮັບລູກຄ້າຄົນຈີນເພີ່ມຂຶ້ນ ແລະເປັນຄັ້ງທຳອິດໃນລາວທີ່ຮ້ານຄ້າສາມາດຮັບການຊຳລະດ້ວຍ WeChat Pay ຊຶ່ງເປັນການຮັບຊຳລະດ້ວຍ QR Code ທີ່ລວມເອົາທັງ WeChat Pay ແລະ AliPay ໄວ້ໃນ QR Code ດຽວກັນ ແລະ ເປັນຄັ້ງທຳອິດທີ່ຮ້ານຄ້າ E-Commerce ຈະມີ QR Code ໄວ້ຮອງຮັບການຊຳລະສະສາງດ້ວຍ Wechat pay ແລະ AliPay ອີກດ້ວຍ.

  ທຄຕລ ມີການພັດທະນາ ແລະຂະຫຍາຍຕົວໃນຫຼາຍໆຜະລິດຕະພັນໂດຍມີການບໍລິການຊຳລະສະສາງຄ່າສິນຄ້າຜ່ານQR Code ກັບສາກົນຮັບຊຳລະສະສາງດ້ວຍ QR Code ໂດຍການ ຮ່ວມມືລະຫວ່າງ ທຄຕລ ກັບ Swift Pass ແລະ NTT DATA ໄດ້ຊ່ວຍ ເປີດຊ່ອງທາງການຊຳລະສະສາງໃຫ້ຫຼາຍຂຶ້ນເຮັດໃຫ້ສະມາຊິກຮ້ານຄ້າຂອງ ທຄຕລ ສາມາດຮັບຊຳລະສະສາງດ້ວຍ WeChat Pay ແລະ AliPay ໂດຍ ລູກຄ້າທີ່ເປັນນັກທ່ອງທ່ຽວຈີນ ແລະຜູ້ ໃຊ້ແອັປດັ່ງກ່າວນີ້ ສາມາດຊໍາລະສິນຄ້າ ແລະບໍລິການທີ່ ສປປ ລາວ ຢ່າງສະ ດວກປອດໄພ ແລະຍັງເພີ່ມຍອດຂາຍໃຫ້ ແກ່ຮ້ານຄ້າໃນລາວ ຊຶ່ງ ທຄຕລ ມີຖານຮ້ານຄ້າສະມາຊິກຮັບຊຳລະສະສາງ ດ້ວຍ QR Code Function One Pay ແອັປ BCEL One ຫຼາຍກວ່າ 10.000 ຮ້ານຄ້າທີ່ຮອງຮັບການບໍລິ ການຮັບຊຳລະສະສາງດ້ວຍ WeChat Pay ແລະ AliPay ແລະຍັງສືບຕໍ່ຂະ ຫຍາຍການຮ່ວມມືກັບຄູ່ຮ່ວມທຸລະກິດ ແລະຮ້ານຄ້າສະມາຊິກເພື່ອຂະຫຍາຍຕາ ໜ່າງການຮອງ WeChat Pay ແລະ AliPay ໃຫ້ກວ້າງໃນຂົງເຂດທົ່ວປະເທດ.

ປະຈຸບັນ; ແອັປ WeChat Pay ແລະ AliPay ມີຜູ້ຊົມໃຊ້ຫຼາຍກວ່າ 900 ລ້ານຢູເຊີ້, ເປັນແອັປລະບົບການຊຳລະສະສາງຍອດນິຍົມຊຶ່ງຄົນຈີນນຳໃຊ້ຫຼາຍໃນຊີວິດປະຈຳວັນ, ໃນຂະນະນີ້; ມີຊາວຈີນທີ່ເດີນທາງມາລາວກໍ່ໄດ້ໃຊ້ແອັປນີ້ເຊັ່ນກັນສະນັ້ນ ທຄຕລ ໄດ້ເປີດໃຫ້ບໍລິການຊຳລະສະສາງດ້ວຍແອັປດັ່ງກ່າວເພື່ອຊ່ວຍໃຫ້ຮ້ານຄ້າທີ່ເປັນສະມາຊິກຂອງ ທຄຕລ ໄດ້ມີໂອກາດຂະຫຍາຍຄວາມສາມາດໃນການຮັບຊຳລະສະສາງຕາມຄວາມປະສົງຂອງລູກຄ້າຈີນຊຶ່ງຈະໃຫ້ຜົນປະໂຫຍດຕໍ່ຫົວໜ່ວຍທຸລະ ກິດຂອງລາວ ແລະສ້າງຄວາມສະດວກແກ່ລູກຄ້າຄົນຈີນເກີດຄວາມຮູ້ສຶກເໝືອນ ໃຊ້ຈ່າຍພາຍໃນປະເທດຂອງໂຕເອງທັງເປັນການຊ່ວຍກະຕຸ້ນການໃຊ້ຈ່າຍຂອງຊາວຈີນຢູ່ລາວຊຶ່ງເປັນກຸ່ມນັກທ່ອງທ່ຽວຫຼັກໆອີກປະເທດໜຶ່ງຂອງ ສປປ ລາວ.

____________

ຂຽນໂດຍຣັດສະໝີ ດວງສັດຈະ

  • ບໍລິການໂຄສະນາທາງເຟສບຸກ ແລະເວັບໄຊ
  • ໂທ: 021 313645, 316511
  • App: 020 58707444