ນໍ້າຕົກຕາດກູດ ດິນແດນມະຫັດສະຈັນ ສ້າງສັນໂດຍທໍາມະຊາດ

 ແຂວງຫົວພັນ ເປັນແຂວງໜຶ່ງທີ່ອຸດົມສົມບູນໄປດ້ວຍທຳມະຊາດມີຫຼາຍເຂດຫຼາຍທ້ອງຖິ່ນໄດ້ຖືກສ້າງໃຫ້ກາຍເປັນແຫຼ່ງທ່ອງທ່ຽວໂດຍອາໄທຳມະຊາດ,ປະຫວັດສາດ ແລະວັດທະນະທຳເປັນສິ່ງດຶງດູດເອົາຜູ້ຄົນບໍ່ວ່າຈະເປັນທັງພາຍໃນ ແລະ ຕ່າງປະເທດໃນນັ້ນມີສະຖານທີ່ໜຶ່ງທີ່ໜ້າສົນໃຈ ແລະ ຜູ້ຄົນມັກເວົ້າເຖິງນັ້ນກໍຄືນໍ້າຕົກຕາດກູດ.

  ນໍ້າຕົກຕາດກູດ ເປັນແຫຼ່ງທ່ອງທ່ຽວອີກແຫ່ງໜຶ່ງທີ່ມີຄວາມສວຍງາມ  ແລະອຸດົມສົມບູນທາງທຳມະຊາດ ຊຶ່ງຕັ້ງຢູ່ເມືອງຮ້ຽມ ແຂວງ ຫົວພັນ ຫ່າງຈາກຕົວເມືອງຮ້ຽມ ອອກໄປປະມານ 36 ກິໂລແມັດ, ໃນລະດູຝົນນໍ້າຕົກຕາດກູດ ຈະມີຄວາມງົດງາມເປັນພິເສດເພາະເປັນນໍ້າຕົກຕາດຫຼາຍຊັ້ນນອກນັ້ນນໍ້າຕົກຕາດກູດ ຖືໄດ້ວ່າເປັນ

ທາງ ເລືອກໜຶ່ງໃນຍາມວັນພັກຜ່ອນສຳ ລັບໃຜຫຼາຍຄົນ, ນໍ້າຕົກແຫ່ງນີ້ ແມ່ນມີຄວາມສວຍງາມຫຼາຍ ແລະ ແຕກຕ່າງຈາບ່ອນອື່ນເພາະມີຄວາມງາມທີ່ເປັນເອກະລັກຈາກ ການໄດ້ໄປພົບເຫັນຊຶ່ງເປັນນໍ້າຕົກທີ່ມີດານຫີນສູງເປັນຊັ້ນໆຄ້າຍຄື ຂັ້ນໄດ ນັກທ່ອງທ່ຽວສາມາດຫຼິ້ນນໍ້າໄດ້ເຮັດໃຫ້ນໍ້າຕົກຕາດກູດ ແຫ່ງນີ້ເປັນຈຸດເດັ່ນທີ່ດຶງດູດເອົານັກທ່ອງ ທ່ຽວເຂົ້າມາທ່ຽວເມືອງ ຫຼື ແຂວງ ໄດ້ເປັນຈຳນວນຫຼວງຫຼາຍໃນແຕ່ລະປີ.

 

ໂດຍລວມແລ້ວນີ້ຄືນໍ້າຕົກທີ່ມີຄວາມງົດງາມຫຼາຍພື້ນຫີນຊາຍທີ່ທັບຖົມກັນເປັນຊັ້ນໆກໍ່ໃຫ້ເກີດລວດລາຍອັນງົດງາມ ແລະແປກຕາຫຼາຍເປັນຄວາມມະຫັດສະຈັນຈາກທໍາມະຊາດຢ່າງແທ້ຈິງຖືວ່າສ້າງຄວາມປະທັບໃຈໄດ້ເປັນຢ່າງຫຼາຍເລີຍ.

------------------------

 ໜັງສືພິມເສດຖະກິດ-ສັງຄົມ

  • ບໍລິການໂຄສະນາທາງເຟສບຸກ ແລະເວັບໄຊ
  • ໂທ: 021 313645, 316511
  • App: 020 58707444