ຫົວພັນເກັບລາຍຮັບໄດ້ເກີນແຜນປີນີ້ຕັ້ງເປົ້າບັນລຸ 115,23 ຕື້ກີບ

     ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປະຈຳປີ 2018 ຂອງແຂວງຫົວພັນເຖິງຈະພົບຄວາມຫຍຸ້ງຍາກຫຼາຍບັນຫາທີ່ທ້າທາຍເກີດຂຶ້ນເປັນຕົ້ນແມ່ນບັນຫາຜົນກະທົບຈາກໄພພິບັດທາງທຳມະຊາດເຮັດໃຫ້ຖານລາຍຮັບຈຳນວນໜຶ່ງຖືກເສຍຫາຍ ແລະໄດ້ຍົກເວັ້ນບໍ່ສາມາດເກັບໄດ້ແຕ່ອຳນາດການປົກ ຄອງແຂວງ ແລະທຸກພາກສ່ວນທີ່ກ່ຽວຂ້ອງກໍ່ໄດ້ເອົາໃຈໃສ່ຊີ້ນຳນຳພາ, ຊຸກຍູ້ເກັບລາຍຮັບມອບເຂົ້າງົບປະມານບັນລຸໄດ້ເກີນແຜນການປີທີ່ວາງໄວ້ຂະນະທີ່ປີນີ້ແຂວງດັ່ງກ່າວຕັ້ງເປົ້າໃຫ້ໄດ້ 115,23 ຕື້ກີບ.

  ທ່ານ ວັນແສງ ຄຳມັງໄຊ ຫົວໜ້າພະແນກການເງິນແຂວງຫົວພັນລາຍງານໃນກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາປະຊາຊົນແຂວງຫົວພັນຊຸດທີ I ເມື່ອວັນທີ 22 ມັງກອນ 2019 ນີ້ວ່າ: ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປະຈຳປີ 2018 ເຫັນວ່າຍັງພົບຂໍ້ຫຍຸ້ງຍາກຫຼາຍບັນຫາທີ່ເປັນສິ່ງທ້າທາຍເກີດຂຶ້ນແຕ່ໃນປີ 2018 ແຂວງກໍສາມາດເກັບລາຍຮັບມອບເຂົ້າ

  ງົບປະມານໄດ້ທັງໝົດຈຳນວນ 130,18 ຕື້ກີບ, ເທົ່າກັບ 107,81 % ຂອງແຜນການປີ, ທຽບໃສ່ປີ 2017 ເພີ່ມຂຶ້ນ 3,20%. ໃນນັ້ນ, ຮັບມາຈາກສູນກາງ 21,6 ຕື້ກີບ, ແບ່ງປັນຮັບຈາກສ່ວຍສາອາກອນ 297,47 ລ້ານກີບ, ຮັບຈາກພາສີ 19,2 ຕື້ກີບ, ຮັບຈາກການປະມູນຂາຍໄມ້ທີ່ຍຶດໄດ້ 1,3 ຕື້ກີບ, ຄຸ້ມຄອງວິສາຫະກິດ 708,33 ລ້ານກີບ ແລະລາຍຮັບອື່ນໆ 52,28 ລ້ານກີບ; ລາຍຮັບຂອງແຂວງປະຕິບັດໄດ້ 108,5 ຕື້ກີບ, ເຊິ່ງປະກອບມີລາຍຮັບຈາກສ່ວຍສາອາກອນ 101,3 ຕື້ກີບ ແລະລາຍຮັບຄຸ້ມຄອງຊັບສິນຂອງລັດ 7,1 ຕື້ກີບ. ໄປພ້ອມນັ້ນ, ດ້ານລາຍຈ່າຍງົບປະມານປີ 2018 ປະຕິບັດທັງໝົດ 632,3 ຕື້ກີບ, ເທົ່າກັບ 98,08% ຂອງແຜນການປີ, ໃນນັ້ນ, ປະກອບມີລາຍຈ່າຍປົກກະຕິ 464,04 ຕື້ກີບ ແລະລາຍຈ່າຍລົງທຶນຂອງລັດ 168,3 ຕື້ກີບ. ແລະລາຍຮັບດູນດ່ຽງຈາກສູນກາງປະຕິບັດໄດ້ 509,2 ຕື້ກີບ, ເທົ່າກັບ 100% ຂອງແຜນການປີ.

  ສຳລັບໃນປີ 2019 ທ່ານ ວັນແສງ ຄຳມັງໄຊ ກ່າວວ່າ: ແຂວງຫົວພັນມີແຜນສູ້ຊົນເກັບລາຍຮັບມອບເຂົ້າງົບປະມານໃຫ້ໄດ້ຢ່າງໜ້ອຍ 115.237,41 ລ້ານກີບ, ເທົ່າກັບ 3,84 % ຂອງລວມຍອດຜະລິດຕະພັນພາຍໃນ ແລະ ແຜນງົບປະມານລາຍຈ່າຍບໍ່ໃຫ້ເກີນ 650.880,59  ລ້ານກີບ ເທົ່າກັບ 21,67% ຂອງລວມຍອດຜະລິດຕະພັນພາຍໃນ.