ເປີດເທສະການດອກງິ້ວບານຕິດພັນກັບປີທ່ອງທ່ຽວລາວ-ຈີນ

  ງານເທດສະການດອກງິ້ວບານຄັ້ງທີ 19 ຕິດພັນກັບການສົ່ງເສີມປີທ່ອງທ່ຽວລາວ-ຈີນ ໄດ້ເປີດຂຶ້ນຢ່າງທາງການໃນວັນທີ 23 ມັງກອນນີ້ທ່ີດອນຊາວບໍລິ ເວນເຂດເສດຖະກິດພິເສດສາມຫຼ່ຽມຄຳໂດຍມີທ່ານ ບົວຄົງ ນາມມະວົງ ເຈົ້າແຂວງໆບໍ່ແກ້ວ, ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດຮອງນາຍົກລັດຖະ ມົນຕີ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

  ທ່ານ ບົວຄົງ ນາມມະວົງໄດ້ກ່າວວ່າ: ການຈັດງານດັ່ງກ່າວເພື່ອເປັນການສົ່ງເສີມປົກປັກຮັກສາດ້ານວັດທະນະທໍາຮີດຄອງປະເພນີ, ການທ່ອງທ່ຽວພາຍໃນ ເມືອງຕົ້ນເຜີ້ງກໍ່ຄືເຂດເສດຖະກິດພິເສດສາມຫຼ່ຽມຄໍາ ແລະທົ່ວແຂວງບໍ່ແກ້ວ. ເປັນການດຶງດູດການລົງທຶນ, ສົ່ງເສີມການຜະລິດສິນຄ້າ ແລະການຄ້າຂາຍສິນຄ້າພາຍໃນ ແລະປະເທດອ້ອມຂາງ. ພິເສດຈຸດເດັ່ນຂອງງານແມ່ນການປະກວດນາງສາວດອກງິ້ວບານ, ການຮ່ວມສະແດງສິລະປະ 4 ປະເທດເພື່ອສົ່ງໃຫ້ການທ່ອງທ່ຽວລາວ-ຈີນ 2019 ໃຫ້ມີບັນຍາກາດເບີກບານມ່ວນຊື່ນ.

  ທ່ານ ຈ້າວເຫວີຍ ປະທານສະພາບໍລິຫານເຂດເສດຖະກິດສາມຫຼ່ຽມຄຳ (ຂສພຄ) ໄດ້ກ່າວລາຍງານຫຍໍ້ເຖິງການກຽມຄວາມພ້ອມການຈັດງານເຊິ່ງໄດ້ມີ ຫຼາຍພາກສ່ວນຈາກພາກລັດ, ທຸລະກິດເຈົ້າໜ້າທີ່ສະພາບໍລິຫານງານ ຂສພຄ ໄດ້ພ້ອມກັນເພື່ອຈັດງານຄັ້ງນີ້. ການຈັດງານເທສະການດອກງິ້ວບານເປັນຄັ້ງທີ 19 ແລະຍັງຖືເປັນເວທີປຶກສາຫາລືການພັດທະນາເຂດເສດຖະກິດພິເສດໃນຕໍ່ໜ້າ.

     ພາຍໃນງານເທສະການດອກງີ້ວບານຄັ້ງທີ 19 ແລະປີທ່ອງທ່ຽວລາວຈີນ 2019 ຍັງມີການສະແດງສິລະປະຈາກ 4 ປະເທດຄືລາວ, ໄທ, ມຽນມາ ແລະ ສປ ຈີນ ພ້ອມນັ້ນຍັງມີການວາງສະແດງສິນຄ້າຈາກພໍ່ແມ່ນປະຊາຊົນອ້ອມຂ້າງໃນແຂວງ ແລະປະເທດໃກ້ຄຽງຫຼາຍກວ່າ 300 ຮ້ານ.

  ເຂດເສດຖະກິດພິເສດສາມຫຼ່ຽມຄໍາ (ຂສພຄ) ສ້າງຕັ້ງຂຶ້ນໃນວັນທີ 4 ກຸມພາ 2010 ຕາມດໍາລັດຂອງນາຍົກລັດຖະມົນຕີເລກທີ 090/ນຍ ຕັ້ງຢູ່ເມືອງຕົ້ນເຜີ້ງ, ແຂວງບໍ່ແກ້ວ ມີເນື້ອທີ່ສໍາປະທານ 10 ພັນເຮັກຕາໂດຍແບ່ງອອກເປັນ 2 ເຂດຄື: ເຂດພັດທະນາ 3 ພັນເຮັກຕາ ແລະເຂດປ່າສະຫງວນສາຍພູກີ່ວລົມ 7 ພັນເຮັກຕາ. ເປັນໂຄງການທີ່ຍົກລະດັບຂຶ້ນຈາກເຂດເສດຖະກິດ ແລະທ່ອງທ່ຽວຄົບວົງຈອນອາຊຽນສາມຫຼ່ຽມຄໍາທີ່ລັດຖະບານ ສປປ ລາວ ອະນຸ ມັດໃນປີ 2007 ໄລຍະສໍາປະທານ 99 ປີ(2007- 2097).