ເຫດລະເບີດຫີນຢູ່ເມືອງນໍ້າບາກ ສ້າງຄວາມເສຍຫາຍຕໍ່ປະຊາຊົນແບບບໍ່ເຄີຍມີມາກ່ອນ

  ດັ່ງທີ່ເປັນຂ່າວໃນຕອນແລງຂອງວັນທີ 5 ຕຸລາ 2019 ນີ້ ໄດ້ມີການລະເບີດຫີນເພື່ອເອົາຫີນປູນເຂົ້າເປັນວັດຖຸດິບຂອງໂຮງງານຊີມັງນໍ້າຖ້ວມ ເມືອງນໍ້າບາກ ແຂວງຫຼວງພະບາງ ຕາມເຄີຍປະຕິບັດມາເປັນປົກກະຕິແຕ່ເຫດການລະເບີດຄັ້ງນີ້ໄດ້ສ້າງຄວາມສູນເສຍທາງດ້ານຊີວິດ ແລະຊັບສີນຂອງປະຊາຊົນຢູ່ບ້ານໂພນມະນີຢ່າງທີ່ບໍ່ເຄີຍມີມາກ່ອນ.

  ທ້າວ ຄຳເຊັງ ຢ່າງ ປະຊາຊົນບ້ານໂພນມະນີ ເປັັນຜູ້ໜຶ່ງທີ່ໄດ້ຮັບຜົນກະທົບໄດ້ໃຫ້ສຳພາດວ່າ: ເຫດການໄດ້ເກີດຂຶ້ນ ເວລາປະມານ 17 ໂມງ ໃນໄລຍະນັ້ນ ປະຊາຊົນພວມເຕົ້າໂຮມສົນທະນາກັນຢູ່ ບາງຫຼັງຄາເຮືອນຕາມປົກກະຕິ ພາຍຫຼັງ ໄດ້ຍີນສຽງລະເບີດ ປະຊາຊົນໄດ້ແຕກຕື່ນ ແລະພ້ອມກັນຊອກບ່ອນກຳບັງ ແຕ່ຍັງມີຜູ້ໂຊກຮ້າຍເຖິງຂັ້ນບາດເຈັບ ແລະ ເສຍຊີວິດ, ໂຊກດີທີ່ສະມາຊິກພາຍໃນຄອບຄົວຕົນບໍ່ມີຜູ້ໄດ້ຮັບບາດເຈັບ ຫຼື ເສຍຊີວິດແຕ່ເຮືອນຢູ່ໄດ້ຮັບຄວາມເສຍຫາຍຫຼາຍສົມຄວນກ່ອນຈະມີ ການລະເບີດຫີນທຸກຄັ້ງ ອົງການປົກຄອງເມືອງ ໄດ້ແຕ່ງຕັ້ງຄະນະຮັບຜິດຊອບ ເພື່ອລົງຕິດຕາມ-ກວດກາຢ່າງໃກ້ສິດ ທັງໄດ້ຊີ້ນຳໃຫ້ມີການປະກອບພິທີທາງສາສະໜາທຸກຄັ້ງກ່ອນການລະເບີດຫີນ, ຕາມປົກກະຕິຄວາມແຮງຂອງລະເບີດຈະບໍ່ມີຜົນກະທົບມາຮອດເຮືອນປະຊາຊົນສຳລັບເທື່ອນີ້ຜາຫີນໄດ້ມີການວາງທາດລະເບີດຈຳນວນ 4 ຈຸດລວມ 12 ໂຕນ, ໂດຍມີຄະນະກຳມະການຕິດຕາມ-ກວດກາຂອງເມືອງເຂົ້າຮ່ວມນຳໃນນັ້ນໄດ້ມີການແຈ້ງເຕືອນປະຊາຊົນທີ່ຢູ່ໃກ້ຄຽງ

  ຕາມທີ່ເຄີຍປະຕິບັດທຸກຄັ້ງກ່ອນຈະມີການຈູດລະເບີດແຕ່ການລະເບີດເຫັນວ່າໄດ້ເກີດຄວາມຜິດພາດບໍ່ຮັບປະກັນທາງດ້ານການວາງ ແລະການຈູດອັນເປັນຜົນເຮັດໃຫ້ ແຮງດັນລະເບີດນຳເອົາຫີນຈຳນວນຫຼາຍອອກມານອກເຂດ ແລະທິດທາງທີ່ກຳນົດໄປກະທົບເຖິງບ້ານປະຊາຊົນຫ່າງຈາກຈຸດລະເບີດປະມານ 1 ກິໂລແມັດ.

  ຕາມການລາຍງານເບື້ອງຕົ້ນມີ: ຄົນເສຍຊີວິດ 1 ຄົນ, ບາດເຈັບສົມຄວນ 23 ຄົນ, ເປັນຍິງ 5 ຄົນ, ໃນນັ້ນບາດເຈັບສາຫັດ 8 ຄົນ, ຍິງ 1 ຄົນ ແລະເປັນຄົນຈີນ 1 ຄົນ, ເຮືອນເປ່ເພ 81 ຫຼັງ, ເສຍ ຫາຍໜັກ 2 ຫຼັງ, ລົດຈັກ, ລົດໃຫຍ່ໄດ້ຮັບ ຄວາມເສຍຫາຍຫຼາຍຄັນ, ດ້ານໂຮງງານຊີມັງ, ເຕົາເຜົາຊີມັງ ແລະອາຄານຈຳນວນ ໜຶ່ງໄດ້ຮັບຄວາມເສຍຫາຍປະຈຸບັນໄດ້ຢຸດເຊົາການຜະລິດເພື່ອປະເມີນຄວາມເສຍຫາຍ, ເບື້ອງຕົ້ນໂຮງງານຊີມັງໄດ້ມອບເງິນຊ່ວຍເຫຼືອຜູ້ເຄາະຮ້າຍຈຳນວນ 10 ລ້ານກີບ, ສ່ວນຄະນະສະເພາະກິດຂອງແຂວງ-ເມືອງ ຍັງສືບຕໍ່ເກັບກຳຂໍ້ມູນເພື່ອປະເມີນຄວາມເສຍຫາຍຢ່າງລະອຽດແລະເຈົ້າໜ້າທີ່ໄດ້ກັກຕົວ ທ້າວ ລາວ ເຈົ່າ ເຈົ້າຂອງທາດລະເບີດ ແລະເປັນຜູ້ລະເບີດເພື່ອດຳເນີນຄະດີຈາກຄວາມເສຍຫາຍທີ່ເກີດຂຶ້ນດັ່ງກ່າວ.

_____________

ຂຽນໂດຍ ອາພຸດເດດ ບຸບຜາ  

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ

  • ບໍລິການໂຄສະນາທາງເຟສບຸກ ແລະເວັບໄຊ
  • ໂທ: 021 313645, 316511
  • App: 020 58707444