ຈະເປີດທົດລອງການທ່ອງທ່ຽວທຳມະຊາດ ແບບອະນຸລັກເຂດໂອງ-ມັ່ງ ທີ່ເມືອງຊົນນະບູລີ

 ກອງປະຊຸມຜ່ານແຜນການຈັດສັນ, ຄຸ້ມຄອງການທ່ອງທ່ຽວ ແລະວາງແຜນກິດຈະກຳການທ່ອງທ່ຽວທຳມະຊາດແບບອະນຸລັກໂອງ-ມ່ັງ ແລະເຂດສູອະນຸລັກລະບົບນິເວດປ່າໂຄກ ທີ່ເມືອງຊົນນະບູລີ ແນໃສ່ເພື່ອເປັນການຊຸກຍູ້ ສົ່ງເສີມການທ່ອງທ່ຽວໃນເຂດດັ່ງກ່າວໃຫ້ເປັນຮູບປະທຳຫຼາຍຂຶ້ນ ໂດຍຄາດວ່າຈະເປີດທົດລອງການ ທ່ອງທ່ຽວໃນທ້າຍປີ 2019 ນີ້ ແລະຈະເປີດເປັນທາງການໃນຕົ້ນ ປີ 2020.

ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນໃນລະຫວ່າງວັນທີ 3-4 ຕຸລາ ຜ່ານມາ, ທີ່ສະໂມສອນຂອງເມືອງຊົນນະບູລີ  ໂດຍການເປັນປະທານຂອງ ທ່ານ ບຸນເລດ ຈັນທອງທິບ ຮັກສາການຫົວໜ້າພະແນກກະສິກຳ-ປ່າໄມ້ແຂວງສະຫວັນນະເຂດ, ທ່ານ ຄຳມອນ ທິລະວົງ ຮອງເຈົ້າ ເມືອງຊົນນະບູລີ ແລະທ່ານ ສີຫາ ພັນນະວົງ ຄະນະຊີ້ນຳໂຄງການ ຄຸ້ມຄອງດິນ ແລະປ່າໄມ້ແບບຍືນ ຍົງໃນລະບົບນິເວດປ່າໂຄກພາກ ໃຕ້ຂອງ ສປປ ລາວ, ຈາກນີ້ກໍມີ ພາກລັດທີ່ກ່ຽວຂ້ອງຂັ້ນຕ່າງໆ, ຄະນະຮັບຜິດຊອບໂຄງການ, ສະມາຄົມທຸລະກິດໂຮງແຮມເຮືອນ ພັກ ແລະຮ້ານອາຫານ ແລະບໍລິສັດທ່ອງທ່ຽວພາຍໃນແຂວງເຂົ້າຮ່ວມ.

ກອງປະຊຸມຍັງໄດ້ມີການນຳສະເໜີແຜນຈັດສັນ, ຄຸ້ມຄອງແຫຼ່ງ ທ່ອງທ່ຽວໃນເຂດອະນຸລັກໂອງ-ມັ່ງ,ນຳສະເໜີແຜນພັດທະນາການທ່ອງທ່ຽວທຳມະຊາດແບບອະນຸ ລັກເຂດອະນຸລັກໂອງ-ມັ່ງ ປີ 2020-2025, ນຳສະເໜີຮ່າງລະບຽບຂອງເມືອງວ່າດ້ວຍການຄຸ້ມຄອງທີ່ດິນ ແລະປ່າໄມ້ແບບຍືນຍົງໃນລະບົບນິເວດປ່າໂຄກພາກໃຕ້ ສປປ ລາວ ພ້ອມນີ້ໃນກອງປະຊຸມ ຍັງໄດ້ມີການປຶກສາຫາລືກັນໃນວຽກງານຕ່າງໆ ທີ່ກ່ຽວຂ້ອງຮ່ວມກັນຫຼັງຈາກນັ້ນ,ບັນດາບໍລິສັດ ທ່ອງທ່ຽວ,ສະມາຄົມທຸລະກິດໂຮງ ແຮມເຮືອນພັກ ແລະຮ້ານອາຫານ ແລະຄະນະຮັບຜິດຊອບໂຄງການ ຂອງເມືອງຊົນນະບູລີກໍ່ໄດ້ລົງໄປສຳຫຼວດຈຸດສຳຄັນທີ່ຈະພັດທະນາ ເປັນຜະລິດຕະພັນ,ກິດຈະກຳ ແລະລາຍການທ່ອງທ່ຽວໃນເຂດອະນຸ ລັກໂອງ-ມັ່ງ ແລະໃນເຂດສູນອະນຸລັກລະບົບນິເວດປ່າໂຄກນຳອີກ.

ທ່ານ ສີຫາ ພັນນະວົງ ກ່າວ ວ່າ:ກອງປະຊຸມນີ້ແມ່ນເປັນການ ຜ່ານແຜນການຈັດສັນ, ຄຸ້ມຄອງ ການທ່ອງທ່ຽວ  ແລະວາງແຜນກິດຈະກຳການທ່ອງທ່ຽວທຳມະຊາດ ແບບອະນຸລັກໂອງ-ມ່ັງ ແລະເຂດ ສູນອະນຸລັກລະບົບນິເວດປ່າໂຄກ ທີ່ເມືອງຊົນນະບູລີ, ຈຸດປະສົງຫຼັກ ແມ່ນຢາກຄຸ້ມຄອງໂອງ-ມັ່ງ ທີ່ເປັນສັດໃກ້ຈະສູນພັນເພື່ອໃຫ້ມີ ຄວາມຍືນຍົງທັງເຮັດໃຫ້ຊຸມຊົນອ້ອມຂ້າງທີ່ຕິດພັນກັບໂອງ-ມັ່ງ ໄດ້ຮັບຜົນປະໂຫຍດ ແລະສາມາດຢູ່ຮ່ວມກັນໄດ້ຢ່າງຍືນຍົງ.

ທ່ານ ຄຳໄພ ໄຊຍະລາດ ຫົວໜ້າສູນອະນຸລັກລະບົບນິເວດປ່າ ໂຄກກ່າວຕື່ມວ່າ: ເຂດທີ່ສາມາດ ພົບໂຕໂອງ-ມ່ັງຫຼາຍທີ່ສຸດແມ່ນຢູ່ ໃນບໍລິເວນບໍ່ເອືອດທີ່ຢູ່ໃນເຂດຫວງຫ້າມເດັດຂາດ ຊຶ່ງເປັນເຂດປ່າໂຄກຂອບເຂດບ້ານສະໜາມໄຊ, ຕັ່ງຫວາຍນໍ້າ ແລະບ້ານໜອງ ສອງຫ້ອງສາມາດພົບໄດ້ທຸກຍາມ ໂດຍສະເພາະຍາມເຊົ້າ ແລະແລງ ຊຶ່ງພວກເຮົາໄດ້ກຳນົດເອົາຈຸດນີ້ ເປັນບ່ອນຕັ້ງຫໍຄອຍເພື່ອເບິ່ງໂອງ-ມັ່ງ, ສັດປີກ ແລະສັດປ່າປະເພດຕ່າງໆ, ທາງດ້ານຈຳນວນໂຕໂອງ-ມັ່ງ ອີງຕາມສະຖິຕິຂອງນັກຄົ້ນ ຄວ້າແມ່ນມີປະມານ 170 ໂຕ ຊຶ່ງຄວາມຫວັງພົບໂອງ-ມັ່ງຂອງນັກ ທ່ອງທ່ຽວແມ່ນສູງເຖິງ 70-80% ຕາມຄວາມເຊື່ອຂອງປະຊາຊົນໃນເຂດນີ້ໂຕໂອງໂຕມັ່ງແມ່ນເປັນສັດແຫ່ງຄວາມໂຊກດີໃຜໄດ້ພົບຖືວ່າມີວາດສະໜາ.

_______________

 ໜັງສືພິມເສດຖະກິດ-ສັງຄົມ

  • ບໍລິການໂຄສະນາທາງເຟສບຸກ ແລະເວັບໄຊ
  • ໂທ: 021 313645, 316511
  • App: 020 58707444