ໂຮງງານໄມ້ອັດບົວລະພາ ສຳເລັດປັບໜ້າດິນກຽມສ້າງຖານໂຮງງານ ອີກ 2 ປີເລີ່ມຜະລິດ

  ການກໍ່ສ້າງໂຮງງານໄມ້ອັດຂອງບໍລິສັດບົວລະພາກະສິກຳ-ປ່າໄມດີນໜ້າຕາມແຜນການຊຶ່ງຂະນະນີ້ໄດ້ສຳເລັດການປັບໜ້າດິນ ແລະໝົດຝົນ ຫຼືຈາກນີ້ໄປບໍລິສັດຜູ້ຮັບເໝົາກໍຈະເລີ່ມສ້າງໂຄງລ່າງພື້ນຖານ ແລະ ຕົວໂຮງງານທັງນີ້ຄາດວ່າຈະໃຫ້ສຳເລັດໄດ້ທົດລອງຜະລິດໃນລະຫວ່າງກາງ-ທ້າຍປີໜ້າ ແລະ 2021 ຈະໃຫ້ໄດ້ເປີດຢ່າງເປັນທາງການຢ່າງເຕັມຮູບແບບເພື່ອຜະລິດໄມ້ອັດຈາກໄມ້ປູກສົ່ງອອກໄປຂາຍຢູ່ຕະຫຼາດພາຍໃນ ແລະຕ່າງປະເທດໂດຍໂຄງການລວມມີມູນຄ່າທັງໝົດ 15 ລ້ານໂດລາ.

ເມື່ອທ້າຍອາທິດຜ່ານມາທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີກະຊວງກະສິກຳ ແລະປ່າໄມ້ ພ້ອມດ້ວຍຄະນະໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະຊຸກຍູ້ໂຄງການກໍ່ ສ້າງໂຮງງານໄມ້ອັດຂອງບໍລິສັດບົວລະພາກະສິກຳ-ປ່າໄມ້ ຈຳກັດທີ່ເມືອງຫີນເຫີບ ແຂວງວຽງຈັນ ໂດຍມີຄະນະອຳນວຍການບໍລິສັດ ແລະພະນັກງານໃຫ້ການຕ້ອນຮັບ.

 ທ່ານ ແພຣ໌ ກຣາດິນ ຜູ້ຈັດການໂຄງການກໍ່ສ້າງໂຮງງານໄມ້ອັດລາຍງານໃຫ້ຮູ້ວ່າ: ໂຮງງານໄມ້ອັດຂອງບໍລິສັດບົວລະພາພາຍຫຼັງທີ່ວາງສີລາລຶກໃນເດືອນກໍລະກົດ 20 19 ມານີ້ ທິມງານບໍລິສັດເຄັມຊີ ຜູ້ຮັບເໝົາກໍ່ສ້າງຈາກ ສປ ຈີນ ກໍໄດ້ເລີ່ມລົງມືຈັດຕັ້ງປະຕິບັດໜ້າວຽກໂດຍຮອດຂະນະນີ້ແມ່ນສຳເລັດການປັບໜ້າດິນ ແລະນັບແຕ່ນີ້ໄປແມ່ນຈະໄດ້ເລີ່ມກໍສ້າງພື້ນຖານ ແລະຕົວໂຮງງານ ເພື່ອໃຫ້ສຳເລັດພ້ອມທົດລອງເດີນເຄື່ອງຜະລິດໄມ້ອັດໃນປີໜ້າ ແລະຈະເປີດຂະບວນຜະລິດຢ່າງເປັນທາງການນັບແຕ່ປີ 2021 ເປັນຕົ້ນໄປເພື່ອຜະລິດໄມ້ອັດສົ່ງອອກໄປຍັງຕະຫຼາດພາຍໃນ ແລະຕ່າງປະເທດເຊັ່ນ: ຈີນ, ເອີຣົບ ແລະບັນດາປະເທດໃນອາຊຽນ.

  ໂຮງງານນີ້ຕັ້ງຢູ່ບ້ານໂພນສູງ-ຄອນພຸກ ເປັນໂຄງການໃຫຍ່, ທັນສະໄໝ ແລະຄົບວົງຈອນສາມາດຜະລິດໄດ້ 50 ພັນແມັດກ້ອນຕໍ່ປີ ໂດຍຈະໃຊ້ທຶນເຂົ້າໃນການກໍ່ສ້າງ 15 ລ້ານໂດລາຫຼືປະມານ 130 ຕື້ກວ່າກີບ ຊຶ່ງຖ້າຫາກໂຄງການສ້າງສຳເລັດຈະປະກອບສ່ວນສຳຄັນໃນການສ້າງວຽກເຮັດງານທຳໃຫ້ກັບປະຊາຊົນໃນທ້ອງຖີ່ນປະມານ 450-500 ຄົນຕໍ່ປີ ພ້ອມດຽວກັນນັ້ນຍັງຈະເປັນການສ້າງລາຍຮັບເຂົ້າງົບປະມານຂອງລັດຖະບານຈາກການຜະລິດ ແລະ ສົ່ງອອກສິນຄ້າຊ່ວຍຍູ້ໜູນອັດຕາການເຕີບໂຕເສດຖະກິດຂອງລາວຕາມທິດຍືນຍົງ ແລະສີຂຽວໃນອານາຄົດ ທ່ານ ແພຣ໌ ກຣາດິນ ກ່າວຕື່ມ.

 ໂຮງງານໄມ້ອັດແຫ່ງດັ່ງກ່າວແມ່ນຈະຜະລິດຈາກໄມ້ວິກປູກທັງໝົດໂດຍຕ້ອງການວັດຖຸດິບເຂົ້າປ້ອນໂຮງງານ 1,3 ແສນແມັດກ້ອນຕໍ່ປີຂະນະທີ່ຜ່ານມາບໍລິສັດບົວລະ ພາກະສິກຳ-ປ່າໄມ້ ໄດ້ມີນະໂຍບາຍການປູກດ້ວຍການສົ່ງເສີມປະຊາຊົນມີສ່ວນຮ່ວມຊຶ່ງສອດຄ່ອງກັບແຜນພັດທະນາປະເທດຂອງລັດຖະບານລາວເປັນຕົ້ນແມ່ນປູກໄມ້ວິກ, ກະຖິນນະລົງ ແລະໄມ້ສັກຢູ່ 6 ເມືອງຂອງ 3 ແຂວງຄື: ໄຊທານີ, ສັງທອງ ນະຄອນຫຼວງວຽງຈັນ; ໂພນໂຮງ, ຫີນເຫີບ ແຂວງວຽງຈັນ ແລະທີ່ແຂວງໄຊຍະບູລີມີການປູກຢູ່ເມືອງປາກລາຍລວມທັງໝົດແລ້ວເກືອບ 5 ພັນເຮັກຕາ.

 ______________

ໜັງສືພິມເສດຖະກິດ-ສັງຄົ

  • ບໍລິການໂຄສະນາທາງເຟສບຸກ ແລະເວັບໄຊ
  • ໂທ: 021 313645, 316511
  • App: 020 58707444