ເລີ່ມແລ້ວເທສະການອາຫານລາວປີນີ້ມີ 180 ຮ້ານເຂົ້າຮ່ວມ

   ເປີດຢ່າງເປັນທາງການແລ້ວສຳລັບງານເທສະການອາຫານລາວປະຈຳປີ 2019, ໃນວັນທີ 23 ມັງກອນ ແລະຈະດຳເນີນໄປຈົນເຖິງວັນທີ 26, ມີທັງໝົດ 180 ຮ້ານເຂົ້າຮ່ວມວາງສະແດງ ແລະ ຂາຍ, ໂດຍໃຫ້ກຽດເຂົ້າຮ່ວມໃນພິທີເປີດງານຂອງທ່ານ ນາງ ຄຳເມີງ ວໍລະຈິດ ພັນລະຍາ ທ່ານ ບຸນຍັງ ວໍລະຈິດ ປະ ທານປະເທດ ແລະທ່ານ ນາງ ສີຈັນ ວິພາວັນ ພັນລະຍາທ່ານຮອງປະທານປະເທດ, ທ່ານ ນາງ ອິນລາວັນ ແກ້ວບຸນພັນ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ທັງເປັນປະທານກິດຕິມະສັກພິທີເປີດງານເທສະການອາຫານລາວ, ພ້ອມດ້ວຍພັນລະຍາເອກອັກຄະລັດຖະທູດ, ທຸຕານະທູດ, ຜູ້ປະ ກອບການ ແລະ ແຂກຖືກເຊີນເຂົ້າຮ່ວມ.

  ທ່ານນາງ ຈັນທະຈອນ ວົງໄຊ ປະທານສະມາຄົມນັກທຸລະກິດແມ່ຍິງ, ປະທານຄະນະກຳມະການຈັດງານກ່າວວ່າ: ງານເທສະການອາຫານລາວ (Lao Food Festival) ໄດ້ຮັບການຈັດຂຶ້ນທຸກໆປີນັບແຕ່ປີ 2006 ເປັນຕົ້ນມາ ແລະປີນີ້ຖືເປັນປີທີ 14, ງານຄັ້ງນີ້ແມ່ນຈະໄດ້ດຳເນີນໄປເປັນເວລາ 4 ວັນ, ນັບແຕ່ວັນທີ 23-26 ມັງກອນ 2019, ແຕ່ເວລາ 8-22 ໂມງ, ໂດຍຈຸດປະສົງເພື່ອສ້າງໂອກາດໃຫ້ແມ່ຍິງຜູ້ປະກອບການລວມທັງລູກຫຼານໃນຂະແໜງການປຸງແຕ່ງອາຫານຢູ່ທ້ອງຖິ່ນ, ຕ່າງແຂວງ ແລະຜູ້ລົງທຶນໃນລາວໄດ້ເຂົ້າມາຮ່ວມວາງສະແດງ ແລະບໍລິການຂາຍຜະລິດຕະພັນຂອງຕົນ, ສ້າງໂອກາດໃຫ້ແມ່ຍິງໄດ້ສະແດງຄວາມສາມາດບົ່ມຊ້ອນ, ຫົວຄິດປະດິດສ້າງ ແລະສະຕິປັນຍາຂອງຕົນໃນການປຸງແຕ່ງອາຫານລາວທັງໄດ້ແລກປ່ຽນບົດຮຽນ, ປະສົບການໃນການປຸງແຕ່ງອາຫານລາວທີ່ມີລົດຊາດດີເປັນທຳມະຊາດ ແລະສົ່ງເສີມແມ່ຍິງຜູ້ປະກອບການຂະແໜງການຜະລິດ (ກະສິກຳ, ຫັດຖະກຳ, ອຸດສາຫະກຳປຸງແຕ່ງ, ໂຮງ ແຮມ ແລະ ຮ້ານອາຫານ) ມີບົດບາດໃນການສ້າງຜະລິດ ຕະພັນຂອງຕົນໃຫ້ເປັນສິນຄ້າສາມາດຕອບສະໜອງຕາມຄວາມຕ້ອງການຂອງຕະຫຼາດໃນຍຸກປະ ຈຸບັນ, ຮູ້ທຳມາຫາກິນຊ່ວຍຄອບຄົວເພື່ອບັນລຸເປົ້າໝາຍຫຼຸດພົ້ນອອກຈາກຄວາມທຸກຍາກ.

  ງານເທສະການອາຫານໃນປີນີ້ໄດ້ມີຮ້ານວາງສະແດງ ແລະຂາຍອາຫານ, ເຄື່ອງດື່ມ, ຢາສະໝຸນໄພ, ເຄື່ອງຫັດຖະກຳຈາກພາຍໃນ ແລະຕ່າງປະເທດທັງໝົດ 180 ຮ້ານ, ໃນນັ້ນມີຮ້ານອາຫານ 140 ຮ້ານ, ຮ້ານຫັດຖະກຳ, ກະສິກຳ 20 ຮ້ານ, ຈາກປະເທດອາຊຽນ ແລະສະຖານທູດ ຕ່າງໆ 2 ຮ້ານ ແລະ ຈາກເຄືອຂ່າຍໜຶ່ງຕຳບົນ-ໜຶ່ງຜະລິດຕະພັນປະເທດໄທ 18 ຮ້ານ,ສະນັ້ນໃນງານເທສະການອາຫານປີນີ້ທັງເປັນປີທ່ອງທ່ຽວລາວ-ຈີນ, ທາງຄະນະຈັດງານຈຶ່ງຄາດຫວັງວ່າຈະມີມວນຊົນເຂົ້າມາທ່ຽວຊົມປະມານ 80 ພັນເທື່ອຄົນ ແລະຍອດເງິນໝູນວຽນທັງໝົດ 4 ຕື້ກີບ.