ເປີດບໍລິສັດຮິຕາຊິ ເອລີເວເຕີ

 ວັນທີ 9 ຕຸລາ 2019 ທີ່ນະຄອນຫຼວງວຽງຈັນ ໄດ້ຈັດພິທີເປີດບໍລິສັດຮິຕາຊິເອລີເວເຕີລາວ ຈຳກັດ ໂດຍເຂົ້າຮ່ວມທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ທ່ານ ສອນໄຊ ສິດພາໄຊ ຜູ້ວ່າການທະນາຄານແຫ່ງ ສປປ ລາວ, ທ່ານ ຮິເດອາກິ ເຊກິ ຜູ້ບໍລິຫານລະດັບສູງບໍລິສັດຮິຕາຊິຈຳກັດພ້ອມນັ້ນຍັງມີຮອງເຈົ້າຄອງນະຄອນ ຫຼວງ, ທ່ານທູດຍີ່ປຸ່ນປະຈຳລາວ ແລະບັນດາແຂກພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

  ບໍລິສັດ ຮິຕາຊິ ຈຳກັດ ເປັນບໍລິສັດເຕັກ ໂນໂລຊີລະດັບໂລກຂອງປະເທດຍີ່ປຸ່ນໄດ້ສ້າງບໍລິສັດຮິຕາຊິ ເອລີເວເຕີລາວ ຈຳກັດທີ່ນະຄອນຫຼວງວຽງຈັນ ໂດຍການຮ່ວມມືລະ ຫວ່າງ Siam-Hitachi Elevator Laos Co.,Ltd. ຊຶ່ງເປັນບໍລິ ສັດລູກຂອງ Hitachi ໃນປະເທດໄທເພື່ອອອກແບບຈຳໜ່າຍກ່ຽວກັບລິບ ແລະຂັ້ນໄດເລື່ອນທີ່ທັນສະໄໝໄດ້ມາດຕະຖານສາກົນແລະ Tangchareon Construction Sole Co.,Ltd ທີ່ເປັນວິສາຫະກິດກ່ຽວກັບເບຕົງທີ່ສັງກັດຢູ່ກຸ່ມ TCR ນອກນັ້ນການທີ່ໄດ້ຖືກສ້າງຕັ້ງບໍລິສັດຮິຕາຊິທີ່ລາວຄັ້ງນີ້ຈະເປັນສ່ວນໜຶ່ງໃນການສົ່ງເສີມຄວາມປອດໄພ,ອຳນວຍຄວາມສະດວກຕ່າງໆໃນການຈຳໜ່າຍລິບ ແລະຂັ້ນໄດເລື່ອນຫຍີ່ຫໍ້ ຮິຕາຊິ ເພື່ອຮັບໃຊ້ ແລະບໍລິການໃຫ້ແກ່ສຳນັກງານ, ອົງການຕ່າງໆ, ໂຮງໝໍ, ໂຮງແຮມ, ສູນການຄ້າ, ອາພັດເມ້ັນ ແລະບ້ານພັກທີ່ຢູ່ອາໄສຂອງປະຊາຊົນໃຫ້ໄດ້ຊົມຜະລິດຕະພັນທີ່ທັນສະໄໝໄດ້ມາດຕະຖານສາກົນ.

ນອກນັ້ນບໍ່ພຽງແຕ່ມີເປົ້າໝາຍສະໜອງການຕິດຕັ້ງລິບ, ຂັ້ນໄດເລື່ອນໃຫ້ລູກຄ້າເທົ່ານັ້ນຍັງບໍລິການຮັກສາບຳລຸງພິຖີພິຖັນສ້າງເຂັ້ມແຂງທາງດ້ານຄ້າຂາຍ ແລະບໍລິກາ ນໃນປະເທດລາວຊຶ່ງຄາດວ່າຈະໄດ້ຮັບການພັດທະນາທາງດ້ານເສດຖະກິດສູງ, ແນໃສ່ການບັນລຸເປົ້າໝາຍອັດຕາສ່ວນແບ່ງທາງການຕະຫຼາດໃນການຈະໜ່າຍໃນລາວຫຼາຍກວ່າ 15% ພາຍໃນປີ 2021 ນີ້.

___________

ຂຽນໂດຍແພງຕາ  

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ

  • #ບໍລິການໂຄສະນາທາງເຟສບຸກ ແລະເວັບໄຊ
  • #ໂທ: 021 313645, 316511
  • #App: 020 58707444