ຊຳຊຸງເຜີຍກຳໄລໄຕມາດ 3 ຫຼຸດລົງ 56%

  ບໍລິສັດຊຳຊຸງອິເລັກໂຕນິກລາຍງານວ່າກຳໄລຈາກຜົນປະກອບການໃນໄຕມາດ 3 ທີ່ສິ້ນສຸດໃນເດືອນກັນຍາທີ່ຜ່ານມາມີທ່າອຽງຫຼຸດລົງຫຼາຍກວ່າເຄິ່ງໜຶ່ງເມື່ອທຽບກັບປີທີ່ຜ່ານມາ.

  ຕາມຂ່າວຕ່າງປະເທດລາຍງານວ່າຄາດວ່າກຳໄລຈາກຜົນປະກອບການໃນໄຕມາດ 3 ຈະຢູ່ ທີ 7,7 ພັນຕື້ວອນ (6,4 ຕື້ໂດລາສະຫະລັດ) ຫຼຸດລົງເຖິງ 56,2%  ເມື່ອທຽບກັບໄຕມາດດຽວກັນຂອງປີກ່ອນ, ຢ່າງໃດກໍຕາມຕົວເລກຄາດຄະເນຜົນກຳໄລຂອງຊຳຊຸງຍັງຢູ່ລະດັບສູງກວ່າທີ່ນັກວິເຄາະສຳຫຼວດຂອງ S&P Global Market Intelligence ຄາດວ່າຈະຢູ່ທີ່ລະດັບ 7,2 ພັນຕື້ວອນໃນໄຕມາດ 3 ໂດຍໄດ້ແຮງຊຸກຍູ້ການຄາດຄະເນວ່າ ຕ່ອງໂສ້ອຸປະທານດ້ານເຕັກໂນໂລຊີລະດັບໂລກ ຫຼຸດລົງນັ້ນອາດໃກ້ທີ່ຈະຟື້ນຕົວສ່ວນລາຍໄດ້ໃນໄຕມາດ 3 ນັ້ນຊຳຊຸງຄາດວ່າຈະຫຼຸດລົງ 5,3% ສູ່ລະດັບ 62 ພັນຕື້ວອນ ເມື່ອທຽບລາຍປີ.

  ຖ້າຫາກຕົວເລກຄາດຄະເນສອດຄ່ອງກັບການເປີດເຜີຍລາຍງານເຕັມຮູບແບບຂອງບໍລິສັດໃນເດືອນນີ້ຈະເປັນໄຕມາດທີ 3 ຕິດ ຕໍ່ກັນທີ່ກຳໄລຈາກຜົນປະກອບການຂອງຊໍາຊຸງຫຼຸດລົງຫຼາຍກວ່າເຄິ່ງຈາກປີທີ່ຜ່ານມາໂດຍໄຕມາດ 2 ທີ່ສິ້ນສຸດໃນເດືອນມິຖຸນາຊໍາຊຸງລະບຸວ່າກຳໄລຈາກຜົນປະກອບການຫຼຸດລົງເຖິງ 55,61% ເມື່ອ ທຽບກັບໄຕມາດດຽວກັນຂອງປີທີ່ຜ່ານມາ.

______________

ໜັງສືພິມເສດຖະກິດ-ສັງຄົມ

  • #ບໍລິການໂຄສະນາທາງເຟສບຸກ ແລະເວັບໄຊ
  • #ໂທ: 021 313645, 316511
  • #App: 020 58707444