ສພຂ ຈຳປາສັກເປີດກອງປະຊຸມສະໄໝສາມັນເທື່ອທີ 6

  ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາປະຊາຊົນແຂວງຈໍາປາສັກ ຊຸດທີ I ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 23 ມັງກອນ 2019 ທີ່ສະໂມສອນຫຼັກ 4 ແຂວງຈໍາປາສັກ ໂດຍພາຍໃຕ້ການເປັນປະທານຂອງທ່ານ ເມກສະຫວັນ ພົມພິທັກ ປະທານສະພາປະຊາຊົນແຂວງຈໍາປາສັກ,ພ້ອມນີ້ກໍມີບັນດາທ່ານສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ 15, ສະມາຊິກສະພາປະຊາຊົນແຂວງ ແລະ ແຂກຖືກເຊີນເຂົ້າຮ່ວມ.

     ກອງປະຊຸມຄັ້ງນີ້, ຈະໄດ້ສຸມໃສ່ຄົ້ນຄວ້າພິຈາລະນາວຽກງານຕົ້ນຕໍ ແລະ ຕົກລົງບາງບັນຫາທີ່ສຳຄັນຂອງແຂວງຈໍາປາສັກດັ່ງນີ້: ພິຈາລະນາບົດລາຍງານ ຂອງອົງການປົກຄອງແຂວງກ່ຽວກັບການຈັດຕັ້ງປະຕິບັດແຜນການພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ ແຂວງຈໍາປາສັກ ປະຈໍາປີ 2018, ແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດຂອງແຂວງຈໍາປາສັກປະຈໍາປີ 2019 ພິຈະລະນາຮັບຮອງເອົາບົດລາຍງານຂອງອົງການກວດສອບປະຈໍາພາກໃຕ້ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2018, ທິດທາງແຜນການເຄື່ອນໄຫວວຽກງານປະຈໍາປີ 2019 ຮັບຮອງເອົາການຈັດຕັ້ງປະຕິບັດຜົນການກວດສອບຂອງພະແນກກວດກາລັດປະຈໍາປີ 2018 ແລະ ທິດທາງແຜນການເຄື່ອນໄຫວປະຈໍາປີ     20 19 ຮັບຮອງເອົາບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານປະຈໍາປີ 2018 ແລະທິດທາງແຜນການເຄື່ອນໄຫວວຽກງານປະຈໍາປີ 2019 ຂອງອົງການໄອຍະການປະຊາຊົນແຂວງ ແລະສານປະຊາຊົນແຂວງ, ພິຈະລະນາຮັບຮອງເອົາບົດລາຍງານກ່ຽວກັບການຈັດຕັ້ງປະຕະບັດແຜນການເຄື່ອນໄຫວວຽກ ງານປະຈໍາປີ 2018 ແລະທິດທາງແຜນການການເຄື່ອນໄຫວປະຈໍາປີ 2019 ຂອງສະພາປະຊາຊົນ ແຂວງຈໍາປາສັກ, ຮັບຮອງເອົາການແຕ່ງຕັ້ງ, ຍົກຍ້າຍພະນັກງານການນໍາຂອງແຂວງ.

  ນອກຈາກນີ້ກອງປະຊຸມຍັງຈະໄດ້ຮັບຟັງການຕອບຄໍາຖາມກ່ຽວກັບບັນຫາພົ້ນເດັ່ນທີ່ປະຊາຊົນແຂວງຈໍາປາສັກ ໃຫ້ຄວາມສົນໃຈຄື: ມາດຕາການເພື່ອສະກັດກັ້ນການນໍາໃຊ້ສານເຄມີອັນຕະລາຍເກີນມາດຕາຖານ (ຢາຂ້າຫຍ້າ, ຢາຂ້າແມງໄມ້) ຢູ່ເມືອງປາກຊ່ອງ ແລະ ເມືອງບາຈຽງ, ວິທີການແກ້ໄຂຕໍ່ບັນດາບໍ ລິສັດພາຍໃນ ແລະຕ່າງປະເທດທີ່ເຊົ່າ-ສໍາປະທານທີ່ດີນຢູ່ແຂວງຈໍາປາສັກ, ບັນຫາກອງທຶນປ້ອງກັນສຸຂະພາບແຫ່ງຊາດ, ບັນຫາການແກ້ໄຂກ່ຽວກັບການປະລະການຮຽນຂອງນັກຮຽນຊັ້ນປະຖົມ ແລະ ມັດທະຍົມທີ່ມີລັກສະນະເພີ່ມຂື້ນ ແລະ ການຖາມ-ຕອບກ່ຽວກັບບັນຫາອື່ນໆ.

  ກອງປະຊຸມຈະດໍາເນີນໄປຈົນຮອດວັນທີ 25 ມັງກອນ ສະນັ້ນ, ໃນໄລຍະນີ້ເຊີນຊວນພໍ່ແມ່ພີ່ນ້ອງປະຊາຊົນລາວບັນດາເຜົ່າເວົ້າລວມເວົ້າສະເພາະປະຊາຊົນ ຊາວແຂວງຈໍາປາສັກ ຈົ່ງພ້ອມກັນຕິດຕາມການດໍາເນີນກອງປະຊຸມພິເສດໃນວາລະດໍາເນີນກອງປະຊຸມຄັ້ງນີ້ພວກເຮົາຈັດຕັ້ງໜ່ວຍງານໂທລະສັບສາຍດ່ວນ ເພື່ອບໍລິການໃຫ້ພໍ່ແມ່ປະຊາຊົນຊາວແຂວງຈຳປາສັກ ທີ່ມີຄວາມສົນໃຈຕໍ່ເນື້ອໃນບັນຫາຕ່າງໆຫຼືຄວາມຂັດຂ້ອງໝອງໃຈຢາກສະເໜີຕໍ່ກອງປະຊຸມເພື່ອໃຫ້ກອງປະຊຸມອະທິບາຍ, ຊີ້ແຈ້ງ ແລະພິຈາລະນາແກ້ໄຂກໍ່ສາມາດໂທເຂົ້າຜ່ານໂທລະສັບສາຍດ່ວນຂອງສະພາປະຊາຊົນແຂວງພວກເຮົາໄດ້ໝາຍເລກ 031 156 ໂດຍບໍ່ເສຍຄ່າບໍລິການ.