ເມືອງຮຸນ ຈະຈັດງານບຸນອອກພັນສາສົ່ງເສີມການທ່ອງທ່ຽວ

 ເມືອງຮຸນ ແຂວງອຸດົມໄຊ ຈະຈັດງານປະເພນີບຸນອອກພັນສາປະວໍລະນາ ແລະຊ່ວງເຮືອປະຈຳປີ 2019 ຂຶ້ນໃນລະຫວ່າງວັນທີ 12-13  ຕຸລາ ທີ່ທ່ານໍ້າບ້ານນາຝາງ ເພື່ອຊຸກຍູ້ສົ່ງເສີມວຽກງານການທ່ອງທ່ຽວພາຍໃນເມືອງໃຫ້ເຕີບໃຫ່ຍຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະຍືນຍົງ.

 ອີງຕາມຂໍ້ມູນຈາກເມືອງຮຸນ ໃຫ້ຮູ້ວ່າ: ງານບຸນປະເພນີອອກພັນສາປະວໍລະນາ ແລະຊ່ວງເຮືອປະຈຳປີນີ້ຈະມີຫຼາຍກິດຈະກໍາສໍາຄັນເປັນຕົ້ນແມ່ນກາແຂ່ງຂັນເຮືອງາມ, ການແຂ່ງຂັນຊ່ວງເຮືອຍິງ-ຊາຍ ໂດຍຈະມີທີມສີພາຍເຂົ້າຮ່ວມທັງໝົດ 27 ທີມ ໃນນີ້ເພດຊາຍ 17 ທີມ ແລະເພດຍິງ 10 ທີມ, ມີກາສະແດງສິລະປະ-ວັນນະຄະດີ, ການປະກວດອາຫານພື້ນເມືອງ, ການອອກຫວຍຊີງລາງວັນ, ການໃສ່ບາດ, ວາງສະແດງຜະລິດຕະພັນດ້ານກະສິກຳ, ຫັດຖະກຳ ແລະຜະລິດຕະພັນດ້ານການທ່ອງ ທ່ຽວອື່ນໆ ຊຶ່ງຈະຈັດຂຶ້ນໃນລະຫວ່າງວັນທີ 12-13 ຕຸລາ 2019 ທີ່ທ່ານໍ້າບ້ານນາຝາງ ເມືອງຮຸນ ແຂວງອຸດົມໄຊ.

  ທັງນີ້ກໍ່ເພື່ອຊຸກຍູ້ສົ່ງເສີມວຽກງານການທ່ອງທ່ຽວພາຍໃນເມືອງໃຫ້ເຕີບໃຫ່ຍຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະຍືນຍົງ, ປູກຈິດສຳນຶກໃຫ້ປະຊາຊົນບັນດາເຜົ່າຮູ້ຈັກຮັກ ສາ,ຄຸ້ມຄອງມໍລະດົກທາງດ້ານທຳມະຊາດ,ວັດທະນາທຳ ແລະປະຫວັດສາດທີ່ເປັນທ່າແຮງສຳຄັນຂອງເມືອງຮຸນທັງເປັນການແລກປ່ຽນສິລະປະການສະແດງ, ວັດທະ ນາທຳ ແລະຮີດຄອງປະເພນີຂອງບັນດາເຜົ່າພາຍໃນທ້ອງຖິ່ນໃຫ້ກາຍເປັນເຫດການປະຈຳປີຂອງເມືອງຮຸນ.

 _______________

 ໜັງສືພິມເສດຖະດິດ-ສັງຄົມ

  • #ບໍລິການໂຄສະນາທາງເຟສບຸກ ແລະເວັບໄຊ
  • #ໂທ: 021 313645, 316511
  • #App: 020 58707444