ສຄອຊ ເປີດກອງປະຊຸມປະຈຳປີ 2018 ແລະ ສະຫຼອງວັນສ້າງຕັ້ງຄົບຮອບ 30 ປີ

    ບ່າຍວັນທີ 23 ມັງກອນ 2019 ທີ່ຫໍປະຊຸມແຫ່ງຊາດນະຄອນຫຼວງວຽງຈັນ ໄດ້ມີກອງປະຊຸມປະຈຳປີ 2018 ແລະສະເຫຼີມສະຫຼອງສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ (ສຄອຊ) ຄົບຮອບ 30 ປີຂຶ້ນເພື່ອທົບທວນຜົນງານການເຄື່ອນໄຫວຂອງຕົນພາຍໃຕ້ການຊີ້ນຳໆພາຂອງຄະນະບໍລິຫານງານຊຸດທີ I ຫາຊຸດທີ VII ໂດຍສະເພາະແມ່ນທົບທວນຜົນງານການເຄື່ອນໄຫວຄະນະບໍລິຫານງານຊຸດທີ VII ໃນການຈັດຕັ້ງແຜນຍຸດທະສາດການພັດທະນາພາກທຸລະ ກິດຂອງຕົນໂດຍເນັ້ນໃສ່ເປົ້າໝາຍໄລຍະຍາວແມ່ນ “ເສີມສ້າງຄວາມເຂັ້ມແຂງຂອງທຸລະກິດໃນ ສປປ ລາວ ເພື່ອພັດທະນາເສດຖະກິດແຫ່ງຊາດຕາມທິດການພັດທະນາສີຂຽວ ແລະ ຍືນຍົງ”.

  ກອງປະຊຸມພາກທີ 1 ໂດຍການເປັນປະທານທ່ານ ອຸເດດ ສຸວັນນະວົງ ປະທານສະພາການຄ້າ ແລະອຸດສາຫະກຳແຫ່ງຊາດລາວ, ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີີກະຊວງອຸດສາຫະກຳ-ການຄ້າ ແລະທ່ານ ສຽວສະຫວາດ ສະແຫວງສຶກສາ ປະທານກິດຕິມະສັກສະພາການຄ້າ ແລະອຸດສາຫະກຳແຫ່ງຊາດ ໂດຍມີບັນດາທ່ານລັດຖະມົນຕີ, ຮອງລັດຖະມົນຕີ, ບັນດາທ່ານຫົວໜ້າກົມ, ຮອງກົມ, ອົງການຈັດຕັ້ງສາກົນ, ສະພາການຄ້າ ແລະ ອຸດສາຫະກຳຕ່າງປະ ເທດທີ່ຕັ້ງຢູ່ ສປປ ລາວ, ສະພາການຄ້າ ແລະ ອຸດສາຫະກຳແຂວງ, ສະມາຄົມ-ກຸ່ມທຸລະກິດ, ສະມາຊິກສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວເຂົ້າ ຮ່ວມຫຼາຍກວ່າ 400 ທ່ານ.

  ກອງປະຊຸມພາກທີ 2 ເປັນກຽດເຂົ້າຮ່ວມ ແລະໂອ້ລົມຕໍ່ໂດຍ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ຊຶ່ງທ່ານ ອຸເດດ ສຸວັນນະວົງ ປະທານ ສຄອຊ ໄດ້ ລາຍງານຜົນຂອງກອງປະຊຸມໃນພາກ ທີ 1 ແລະບາງຜົນງານການງານເຄື່ອນ ໄຫວຂອງ ສຄອຊ 30 ປີ ໂດຍຫຍໍ້ໃຫ້ທ່ານນາຍົກຮັບຊາບ,ຫຼັງຈາກນັ້ນ ສຄອຊ ໄດ້ມອບໃບຍ້ອງຍໍ ແລະໂລລາງວັນໃຫ້ກັບຜູ້ທີ່ມີຜົນງານດີເດັ່ນປະກອບສ່ວນສ້າງຄວາມເຂັ້ມແຂງໃຫ້ກັບ ສຄອຊ ໃນໄລຍະ 30 ປີທີ່ຜ່ານມາໂດຍສະເພາະແມ່ ນສະພາການຄ້າ ແລະອຸດສາຫະກຳຂອງແຂວງ, ສະພາການຄ້າ ແລະອຸດສາຫະກຳຕ່າງປະເທດທີ່ຕັ້ງຢູ່ ສປປ ລາວ, ສະມາຄົມ ແລະກຸ່ມທຸລະກິດ ແລະ ອົງ ການຈັດຕັ້ງສາກົນທີ່ໄດ້ໃຫ້ການສະໜັບສະໜູນການສ້າງຄວາມເຂັ້ມແຂງໃຫ້ກັບ ສຄອຊ ແລະພາກທຸລະກິດ.

  ຫຼັງຈາກນັ້ນກອງປະຊຸມໄດ້ຮັບກຽດສູງສຸດໂດຍການໂອ້ລົມຈາກທ່ານນາຍົກລັດຖະມົນຕີແຫ່ງ ສປປ ລາວ.