ມູນນິທິບຸນຊ່ວຍມອບເຄື່ອງຊ່ວຍໄພນໍ້າຖ້ວມ

  ວັນທີ 7 ຕຸລາ 2019, ມູນນິທິບຸນຊ່ວຍ ແລະ VIGMF 2019, ໄດ້ນຳເອົາເງິນ ແລະເຄື່ອງຊ່ວຍເຫຼືອຈຳນວນ 12,47 ລ້ານກີບມາມອບໃຫ້ກັບກະຊວງແຮງ ງານ ແລະສະຫວັດດີການສັງຄົມ (ຮສສ) ເພື່ອໃຫ້ກະຊວງນຳໄປມອບໃຫ້ກັບຜູ້ປະສົບໄພໃນ 6 ແຂວງພາກກາງ ແລະພາກໃຕ້ຂອງ ລາວ, ຊຶ່ງຕາງໜ້າມອບແມ່ນທ່ານ ນາງ ອາເລັກຊັນດ້າ ບຸນຊ່ວຍ ປະທານມູນນິທິບຸນຊ່ວຍ ແລະຕາງ ໜ້າຮັບແມ່ນທ່ານ ວິໄລພົງ ສີສົມ ຫວັງ ວ່າການຫົວໜ້າກົມສັງຄົມ ສົງເຄາະກະຊວງ ຮສສ, ພ້ອມ ນັ້ນຍັງມີພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ນາງ ອາເລັກຊັນດ້າ ບຸນຊ່ວຍ ກ່າວວ່າ: ການລະດົມເຄື່ອງຊ່ວຍເຫຼືອທີ່ມູນນິທິບຸນຊ່ວຍ ແລະ VIGMF 2019, ລວມທັງ ໝົດ 12,47 ລ້ານກີບ, ໃນນັ້ນເປັນ ເງິນສົດຈຳນວນ 6,17 ລ້ານກີບ ແລະເຄື່ອງບໍລິໂພກ 6,30 ລ້ານ ກີບ, ໂດຍທາງມູນນິທິບຸນຊ່ວຍ ແລະ VIGMF 2019 ເປີດຮັບການ ບໍລິຈາກໃນໄລຍະຜ່ານມາ, ຊຶ່ງຈຸດຮັບບໍລິຈາກແມ່ນຢູ່ສວນເຈົ້າ ອານຸວົງ, ສຳລັບເຄື່ອງທີ່ນຳມາມອບໃຫ້ກັບກະຊວງ ຮສສ ຊຸດ ນີ້ແມ່ນເພື່ອເປັນການຊ່ວຍເຫຼືອ ບັນເທົາທຸກໃນເບື້ອງຕົ້ນໃຫ້ກັບຜູ້ປະສົບໄພນໍ້າຖ້ວມໃນ 6 ແຂວງ ພາກກາງ ແລະພາກໃຕ້, ສ່ວນໃນ ຕໍ່ໜ້າຫາກໜ່ວຍງານທີ່ກ່ຽວຂ້ອງ ຫຼື ຜູ້ປະສົບໄພຕ້ອງການຄວາມ ຊ່ວຍເຫຼືອຕື່ມ ເພື່ອໃຊ້ເຂົ້າໃນການ ຟື້ນຟູຫຼັງໄພພິບັດ, ທາງມູນນິທິ ແລະ VIGMF 2019 ກໍພ້ອມຈະໃຫ້ການຊ່ວຍເຫຼືອຕື່ມ, ເນື່ອງ ຈາກໃນໄວໆນີ້ ຈະມີຄອນເສີດເພື່ອ ການກຸສົນທີ່ຈະເປັນອີກໜຶ່ງຊ່ອງ ທາງໃນການລະດົມເງິນ  ແລະ ເຄື່ອງຂອງຊ່ວຍຜູ້ປະສົບໄພ.

ທ່ານ ວິໄລພົງ ສີສົມຫວັງ ກ່າວວ່າ: ສໍາລັບຄວາມເສຍຫາຍ ທີ່ເກີດຂຶ້ນໃນປີນີ້ເປັນຄວາມເສຍຫາຍທີ່ກວມເອົາວົງກວ້າງກວມເອົາຫຼາຍຂົງເຂດ, ດັ່ງນັ້ນຄວາມ ຕ້ອງການໃນການຟື້ນຟູ ຫຼື ຄວາມຕ້ອງການຫຼັງໄພພິບັດແມ່ນມີຈຳນວນຫຼວງຫຼາຍ, ຊຶ່ງອັນຮີບດ່ວນແມ່ນເຂົ້າ, ນໍ້າ, ອາຫານການກິນ,ສ່ວນໃນຕໍ່ໜ້າແມ່ນການປັບປຸງຄືນລະບົບໂຄງລ່າງພື້ນຖານເປັນຕົ້ນເຮືອນຊານ, ໂຮງໝໍ, ສຸກສາລາ, ໂຮງຮຽນຕະຫຼອດຮອດອຸປະກອນການຮຽນ-ການສອນອື່ນໆ, ດັ່ງນັ້ນການນຳເອົາເຄື່ອງມາຊ່ວຍເຫຼືອຂອງມູນນິທິ ແລະ VIGMF 2019 ເທື່ອນີ້ ກໍຈະເປັນການປະກອບສ່ວນທີ່ສຳຄັນອີກໜຶ່ງຢ່າງ ໃນການຊ່ວຍໃຫ້ຜູ້ປະສົບໄພໄດ້ມີກຳລັງໃຈຜ່ານພົ້ນວິກິດໄປໄດ້ ແລະ ກໍຫວັງວ່າ ກະຊວງ ຮສສ ຕາງ ໜ້າໃຫ້ຜູ້ປະສົບໄພຈະໄດ້ຮັບການ ຊ່ວຍເຫຼືອຈາກມູນນິທິ ແລະ VIGMF 2019 ຕື່ມ, ເພື່ອເຮັດ ແນວໃດໃຫ້ບັນດາຜູ້ປະສົບໄພນໍ້າຖ້ວມໄດ້ກັບຄືນສູ່ສະພາບປົກກະຕິໂດຍໄວ.

------------------

 ໜັງສືພິມເສດຖະກິດ-ສັງຄົມ