ສະຫວັນມອບ-ຮັບຕຳແໜ່ງຮັກສາການຫົວໜ້າພະແນກກະສິກຳ

 ເມື່ອບໍ່ດົນມານີ້, ທີ່ພະແນກກະສິກຳ-ປ່າໄມ້ແຂວງສະຫວັນນະເຂດ ໄດ້ຈັດພິທີມອບ-ຮັບຕຳແໜ່ງຜູ້ຮັກສາການຫົວໜ້າພະແນກກະສິກຳ-ປ່າໄມ້ແຂວງລະຫວ່າງ ທ່ານ ຄຳລຸຍ ຍາດຕິວົງ ຫົວໜ້າພະແນກກະສິກຳ-ປ່າໄມ້ ແຂວງຄົນເກົ່າ ແລະທ່ານ ບຸນເລດ ຈັນທອງທິບ ຮອງຫົວໜ້າພະແນກກະສິກຳ-ປ່າໄມ້ ຂຶ້ນເປັນຜູ້ຮັກສາການຫົວ ໜ້າພະແນກດັ່ງ ກ່າວໂດຍມີທ່ານ ທອງທ່ຽງ ສີດາ ວົງ ຫົວໜ້າຄະນະຈັດຕັ້ງແຂວງ, ມີບັນດາທ່ານຮອງຫົວໜ້າພະແນກ, ບັນດາຫົວໜ້າຂະແໜງ ການຕະຫຼອດທັງພະນັກງານໃນ ອ້ອມຂ້າງພະແນກກະສິກຳ-ປ່າໄມ້ແຂວງເຂົ້າຮ່ວມເປັນສັກຂີພິຍານ.

 ທ່ານ ຄຳລຸຍ ຍາດຕິວົງ ກໍ່ໄດ້ ຂຶ້ນອ່ານບົດສະຫຼຸບທີ່ເປັນຜົນງານດ້ານຕ່າງໆໄລຍະທີ່ທ່ານດຳລົງຕຳ ແໜ່ງຫົວໜ້າພະແນກກະສິກຳ-ປ່າໄມ້ໃນຫຼາຍປີຜ່ານມາໄດ້ຍົກໃຫ້ເຫັນອັນພົ້ນເດັ່ນອັນຄົງຄ້າງ, ບົດ ຮຽນທີ່ຖອດຖອນໄດ້ ລວມທັງ ແຜນການທີ່ໃຫ້ສຶບຕໍ່ປະຕິບັດໃນ ຕໍ່ໜ້າຢ່າງລະອຽດຄົບຖ້ວນພໍສົມຄວນ,ຈາກນັ້ນ, ຜູ້ຕາງໜ້າຄະນະຈັດຕັ້ງແຂວງກໍ່ໄດ້ຜ່ານຂໍ້ຕົກລົງ ຂອງທ່ານເຈົ້າແຂວງສະຫວັນນະເຂດເລກທີ 1296, ລົງວັນທີ 5 ກັນຍາ 2019 ຍົກຍ້າຍທ່ານ ຄຳ ລຸຍ ຍາດຕິວົງ ໄປເປັນເຈົ້າເມືອງ ຈຳພອນ ແລະຜ່ານຂໍ້ຕົກລົງເລກທີ 1610, ລົງວັນທີ 2 ກັນຍາ 2019 ແຕ່ງຕັ້ງທ່ານ ບຸນເລດ ຈັນທອງທິບ ເປັນຜູ້ຮັກສາການຫົວໜ້າພະແນກກະສິກຳ-ປ່າໄມ້ແຂວງ ແລະມີການເຊັນບົດບັນທຶກມອບ-ຮັບວັດຖຸສິ່ງຂອງ ແລະເອກະສານທີ່ສຳຄັນໃຫ້ແກ່ຜູ້ຮັກສາການຫົວໜ້າພະແນກຄົນໃໝ່.

ຕອນທ້າຍກອງປະຊຸມ ຍັງ ໄດ້ຮັບຟັງການປະກອບຄຳຄິດຄຳເຫັນຈາກທ່ານ ທອງທ່ຽງ ສີດາ ວົງ ຊຶ່ງທ່ານໄດ້ແນະນຳແບບແຜນເຄື່ອນໄຫວຊີ້ນຳໆຂອງພະນັກງານການນຳຫຼັກແຫ່ຼງ, ຈັດ ຕັ້ງປະຕິບັດແນວທາງນະໂຍບາຍຂອງພັກໃຫ້ຖືກຕ້ອງ ແລະມີຜົນສຳເລັດຕາມແຜນການທີ່ວາງໄວ້.

------------------------

 ໜັງສືພິມເສດຖະກິດ-ສັງຄົມ