ປກສ 5 ແຂວງພາກເໜືອໄດ້ຮັບລົດຈັກ 100 ຄັນ ຈາກ ສປ ຈີນ

  ໃນທ້າຍເດືອນກັນຍາປີ 2019 ຢູ່ທີ່ດ່ານ ຕມ ສາກົນບໍ່ເຕ່ນ ແຂວງຫຼວງນໍ້າທາ ໄດ້ມີພິທີ ມອບ-ຮັບ ພາຫະນະປະເພດລົດຈັກຈຳນວນ 100 ຄັນ, ຊຶ່ງກອງບັນຊາ ການຕຳຫຼວດກິ່ງແຂວງ 12 ພັນນາ ແຂວງຢູນນານແຫ່ງ ສປ ຈີນ, ໄດ້ນໍາມາມອບໃຫ້ແກ່ ປກສ 5 ແຂວງພາກເໜືອ, ລົດຈັກທີ່ນໍາມາມອບແມ່ນຍີ່ຫໍ້ວູຢາງລວມມູນຄ່າ 1 ລ້ານຢວນ, ໃຫ້ກຽດກ່າວ ມອບໂດຍ ທ່ານ ເພີງ ຊຽວຕົງ ຮອງຫົວໜ້າກອງບັນຊາການຕຳຫຼວດກິ່ງແຂວງ 12 ພັນນາ ແຂວງ ຢູນນານ ແຫ່ງ ສປ ຈີນ, ກ່າວ ຮັບໂດຍທ່ານ ພັທ ເຊັງ ມອງປະດິດ  ຮອງຫົວໜ້າກອງບັນຊາການ ປກສ ແຂວງຫຼວງນໍ້າທາ ແຫ່ງ ສປປ ລາວ ໂດຍຊ່ອງໜ້າພະນັກງານທີ່ກ່ຽວຂ້ອງຂອງສອງຝ່າຍລາວ-ຈີນ.

ທ່ານ ເພີງ ຊຽວຕົງ ໄດ້ກ່າວ ວ່າການມອບ-ຮັບລົດຄັ້ງນີ້ກໍ່ເພື່ອມອບລົດຈັກຮັບໃຊ້ເຂົ້າໃນວຽກ ງານວິຊາສະເພາະຂອງເຈົ້າໜ້າທີ່ຕໍາຫຼວດອອກກວດກາລາດຕະເວນ,ທັງເປັນຂອງຂວັນມອບໃຫ້ກອງບັນຊາການ ປກສ ແຂວງ 5 ແຂວງ, ແຂວງລະ 20 ຄັນຄື:ແຂວງຫຼວງນໍ້າທາ, ອຸດົມໄຊ,ບໍ່ແກ້ວ, ຫຼວງພະບາງ ແລະແຂວງ ຜົ້ງສາລີ.

ໂອກາດດັ່ງກ່າວທ່ານ ພັທ ເຊັງ ມອງປະດິດ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ຫຼວງນໍ້າທາໄດ້ຕາງໜ້າໃຫ້ຄະນະກອງບັນຊາການ 5 ແຂວງພາກ ເໜືອການກ່າວສະແດງຄຳຂອບໃຈຕໍ່ຮອງຫົວໜ້າກອງບັນຊາການຕຳຫຼວດກິ່ງແຂວງ 12 ພັນນາ ແຂວງຢູນນານແຫ່ງ ສປ ຈີນ ພ້ອມດ້ວຍຄະນະ,ທີ່ໄດ້ນໍາເອົາພາຫະນະປະເພດລົດຈັກຈຳນວນ 100 ຄັນ ມາມອບໃຫ້, ພ້ອມທັງໃຫ້ສັນຍາວ່າຈະປົກປັກຮັກສາ ແລະ ນໍາໃຊ້ພາຫະນະຈຳນວນດັ່ງກ່າວໃຫ້ຖືກເປົ້າໝາຍ ແລະ ເກີດປະໂຫຍດສູງສຸດ ແລະທ່ານຍັງ ກ່າວວ່າ: ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດແຫ່ງ ສປ ຈີນ ຄົບຮອບ 70 ປີ (1 ຕຸລາ 1949–1 ຕຸລາ 2019), ຂໍອວຍພອນໃຫ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງລາວຈີນ-ຈີນລາວເວົ້າລວມ, ເວົ້າສະເພາະແມ່ນກອງບັນຊາການ ປກສ 5 ແຂວງພາກເໜືອຂອງລາວກັບກອງບັນຊາການຕຳ ຫຼວດກິ່ງແຂວງ 12 ພັນນາ ແຂວງຢູນ ນານ ແຫ່ງ ສປ ຈີນ ຈົ່ງງອກງາມ-ຍືນຍົງຕະຫຼອດໄປ.

----------------------

ໜັງສືພິມເສດຖະກິດ-ສັງຄົມ