ທູດມາເລເຊຍ ຈັດງານເທສະການອາຫານ ແລະທ່ອງທ່ຽວ

  ສະຖານທູດມາເລເຊຍປະຈໍາ ສປປ ລາວ ແລະອົງການ ທ່ອງທ່ຽວມາເລເຊຍໄດ້ຈັດງານເປີດໂຕໂລໂກ້ປີທ່ອງທ່ຽວມາເລເຊຍ 2020, ພ້ອມດ້ວຍງານເທ ສະການອາຫານ-ການທ່ອງທ່ຽວມາເລເຊຍຂຶ້ນໃນລະຫວ່ງວັນທີ 5-6 ຕຸລາ 2019 ທີ່ສູນການຄ້າວຽງຈັນເຊັນເຕີນະຄອນຫຼວງວຽງຈັນ.

ງານຄັ້ງນີ້ມີບັນດາຫົວໜ່ວຍທຸລະກິດເຂົ້າຮ່ວມວາງສະແດງເຖິງ 12 ຮ້ານດ້ວຍກັນໃນນັ້ນມີທັງ ຮ້ານອາຫານ ແລະບໍລິສັດທ່ອງ ທ່ຽວ ຊຶ່ງຜູ້ເຂົ້າມາທ່ຽວຊົມພາຍ ໃນງານສາມາດສໍາພັດກັບລົດ ຊາດອາຫານທີ່ເປັນເອກະລັກຂອງມາເລເຊຍ ແລະຍັງຈະໄດ້ຮູ້ຂໍ້ມູນກ່ຽວກັບການທ່ອງທ່ຽວທີ່ປະເທດມາເລເຊຍນໍາອີກ, ນອກຈາກນີ້ຖ້າຊື້ອາຫານຄົບ 40.000 ກີບ ຍັງໄດ້ຮັບບັດຊີງໂຊກເພື່ອລຸ້ນຮັບລາງວັນຈາກທາງງານອີກດ້ວຍ.

ພິທີເປີດງານດັ່ງກ່າວມີຂຶ້ນ ໃນວັນທີ 5 ຕຸລາ ຜ່ານມາໂດຍ ມີທ່ານ ສະຫວັນຄອນ ຣາຊມຸນຕີ ຮອງລັດຖະມົນຕີກະຊວງຖະແຫຼງ ຂ່າວວັດທະນະທໍາ ແລະທ່ອງທ່ຽວ, ທ່ານ ໂໝດ ໄອນີ ອາຕັນ ເອກອັກຄະລັດຖະທູດແຫ່ງມາເລເຊຍ ປະຈໍາ ສປປ ລາວ ພ້ອມທັງ ທູດ, ທູຕານຸທູດ, ພາກສ່ວນກ່ຽວ ຂ້ອງ ແລະມວນຊົນເຂົ້າຮ່ວມ.

--------------------

ໜັງສືພິມເສດຖະກິດ-ສັງຄົມ