ນໍ້າຕົກຕາດຫ້ວຍໝາກມື ອີກໜຶ່ງສະຖານທີ່ໆຄວນໄປສຳພັດ

  ໃນລະດູນີ້ຫຼາຍຄົນ, ຫຼາຍຄອບຄົວນິຍົມໄປທ່ຽວນໍ້າຕົກຕາດເພື່ອສຳຜັດກັບທຳມະຊາດ, ນໍ້າຕົກຕາດທີ່ໄຫຼເຢັນເຮັດໃຫ້ຈິດໃຈເບີກບານມ່ວນຊື່ນ, ຖ້າໄດ້ກິນເຂົ້າປ່າແບບຄອບຄົວດ້ວຍອາຫານພື້ນບ້ານແລ້ວຍິ່ງເພີ່ມສີສັນເຮັດໃຫ້ການພັກຜ່ອນມີຄວາມສຸກຫຼາຍຂຶ້ນຕື່ມອີກ.

  ປະເທດເຮົາກໍມີສະຖານທີ່ທ່ອງທ່ຽວທຳມະຊາດຫຼາຍແຫ່ງທີ່ມີຄວາມສວຍງາມ ແລະໄດ້ຮັບຄວາມນິຍົມໜຶ່ງໃນນັ້ນນໍ້າຕົກຕາດຫ້ວຍໝາກມືເປັນນໍ້າຕົກໜຶ່ງທີ່ມີຄວາມສວຍງາມແລະໄດ້ຮັບຄວາມນິຍົມຈາກນັກທ່ອງທ່ຽວພາຍໃນເຂົ້າໄປທ່ຽວຊົມຈັດກິດຈະກຳກິນເຂົ້າປ່າສາມັກຄີໃນວັນພັກລັດຖະການຊຶ່ງນໍ້າຕົກຕາດນີ້ຕັ້ງຢູ່ບ້ານຈ່າຄຳປິງ ທິດເໜືອ ແລະທາງທິດຕາເວັນອອກແມ່ນຕິດກັບຂອບເຂດທຳການຜະລິດຂອງ ບ້ານສີວິໄລ, ທິດຕາເວັນຕົກ ແລະ ທິດໃຕ້ຕິດກັບຂອບເຂດທຳການຜະລິດຂອງບ້ານຈ່າຄຳປິງ ແລະປ່າສະຫງວນຂອງບ້ານຫ່າງຈາກເທສະບານເມືອງລອງ ແຂວງຫຼວງນໍ້າທາ 8 ກິໂລແມັດ ແລະຫ່າງຈາກທາງຫຼວງເລກທີ 17B ໄປຫາຕາດໃຫຍ່ 2,0 9 ກິໂລແມັດ.

 ຖ້າທ່ານໃດມີໂອກາດໄດ້ໄປ ແຂວງຫຼວງນໍ້າທາ ກໍຢ່າລືມໄປສຳຜັດກັບບັນຍາກາດອັນສວຍງາມຂອງນໍ້າຕົກຕາດແຫ່ງນີ້ຮັບຮອງວ່າທ່ານຈະຕິດໃຈ ແລະຢາກກັບໄປອີກຢ່າງແນ່ນອນ. ນໍ້າຕົກຕາດແຫ່ງນີ້ຍັງຮັກສາຄວາມເປັນ ທຳມະຊາດໄວ້ໄດ້ຢ່າງສົມບູນເພາຍັງບໍ່ມີກັນດັດແປງ ຫຼືພັດທະນາພໍປານໃດ, ສ່ວນເສັ້ນທາງທີ່ເຂົ້າໄປຫາຕາດນັ້ນແມ່ນຖືກປັບປຸງໃຫ້ສະດວກສະບາຍຫຼາຍເອົາເປັນວ່າຖ້າທ່ານໃດໄປຮອດແລ້ວຢ່າລືມລົງຫຼິ້ນນໍ້າໄສໆເຢັນໆທີ່ໄຫຼໄປຕາມໂຫງ່ນຫີນນ້ອຍໃຫຍ່ຊຶ່ງຈະສ້າງຄວາມເພີດເພີນໃຫ້ທ່ານຢ່າງແນ່ນອນ.

-------------------

ຂຽນໂດຍວົງມະນີ

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ