ປະທານສະມາຄົມລາວ-ຈີນເຊກອງ ພົບປະຊາວຈີນຢູ່ເມືອງທ່າແຕງ

  ໃນວັນທີ 3 ຕຸລາ 2019, ທ່ານ ຖາວອນ ພົມມະໄລລຸນ ປະທານຄະນະບໍລິຫານງານສະມາຄົມລາວ-ຈີນ ແຂວງເຊກອງ ພ້ອມຄະນະໄດ້ລົງພົບປະຊຸມຊົນຊາວຈີນຢູ່ເທສະບານເມືອງທ່າແຕງໂດຍກອງປະຊຸມພົບປະດັ່ງກ່າວໄດ້ຈັດຂຶ້ນທີ່ສະໂມສອນຂອງເມືອງທ່າແຕງ, ເປັນກຽດເຂົ້າຮ່ວມຂອງ ທ່ານ ບຸນສວນ ບຸດບຸນມາ ປະທານກວດກາພັກ-ລັດເມືອງທ່າແຕງ, ມີຫົວໜ້າ-ຮອງຫ້ອງການກ່ຽວຂ້ອງຂັ້ນເມືອງ, ພະແນກການກ່ຽວຂ້ອງຂັ້ນແຂວງພ້ອມດ້ວຍຜູ້ຕາງໜ້າສະມາຄົມຊາວຈີນໃນທົ່ວເມືອງທ່າແຕງເຂົ້າຮ່ວມ.

 ທ່ານ ຖາວອນ ພົມມະໄລລຸນ ກ່າວວ່າ: ການລົງພົບປະໂອ້ລົມຊາວຈີນຂັ້ນແຂວງ, ຄັ້ງທີ I ທີ່ ເມືອງທ່າແຕງຄັ້ງນີ້ເພື່ອຕີລາຄາການຈັດຕັ້ງປະຕິບັດການຮ່ວມມືໃນຕໍ່ໜ້າໂດຍສະເພາະສະມາຄົມມິດຕະພາບລາວ-ຈີນ ແມ່ນອົງການຈັດຕັ້ງທາງສັງຄົມໃນ ສປປ ລາວ ສ້າງຕັ້ງຂຶ້ນໂດຍການຕົກລົງເຫັນດີຂອງກົມການເມືອງສູນກາງພັກເພື່ອປະຕິບັດແນວທາງນະໂຍບາຍຕ່າງປະເທດ, ເສດຖະກິດ, ວິທະຍາສາດ, ເຕັກນິກ, ວັດທະນະທໍາ-ສັງຄົມຂອງພັກ ແລະລັດຖະບານ, ເປັນຕົວແທນທີ່ຖືກຕ້ອງຕາມກົດ ໝາຍຂອງປະຊາຊົນລາວບັນດາເຜົ່າໃນການເຄື່ອນໄຫວເສີມສ້າງສາຍພົວພັນມິດຕະພາບອັນມີມູນເຊື້ອທີ່ດີມາແຕ່ບູຮານນະການ,ປັບປຸງຄວາມສາມັກຄີມິດຕະພາບ ແລະການຮ່ວມມືຮອບດ້ານຖານເພື່ອນມິດ, ບ້ານໃກ້ຄຽງທີ່ດີກັບບັນດາຊັ້ນຄົນຂອງ ສປ ຈີນ ໃຫ້ນັບມື້ໜັກແໜ້ນ ແລະກວ້າງຂວາງຍິ່ງໆຂຶ້ນ.

 ຈາກນັ້ນກໍ່ໄດ້ຮັບຟັງການຜ່ານຂໍ້ຕົກລົງແຕ່ງຕັ້ງຂອງປະທານຄະນະບໍລິຫານງານສະມາຄົມລາວ-ຈີນຂັ້ນແຂວງ, ຜ່ານຂໍ້ກໍານົດວ່າດ້ວຍພາລະບົດບາດ, ສິດ ແລະໜ້າທີ່ຂອງຄະນະບໍລິຫານງານສະມາຄົມລາວ-ຈີນຂັ້ນແຂວງ, ຜ່ານແຈ້ງການວ່າດ້ວຍການແກ້ໄຂຊາວຕ່າງດ້າວທີ່ມາດໍາເນີນທຸລະກິດຢູ່ລາວ,ຜ່ານດຳລັດວ່າດ້ວຍຄົນເຂົ້າ-ອອກ ຢູ່ ສປປ ລາວ ແລະການຄຸ້ມຄອງຄົນຕ່າງປະເທດ, ຜ່ານນະໂຍບາຍ ແລະກົດໝາຍການສົ່ງເສີມການລົງທຶນ, ຊຶ່ງທຸກເອກະສານມີຫຼັກການ, ລະບຽບການ, ນະໂຍບາຍ,

 

ມາດຕະການຄຸ້ມຄອງ, ກວດກາ, ອໍານວຍຄວາມສະດວກໃນການເຂົ້າ-ອອກຂອງພົນລະເມືອງລາວ, ຄົນຕ່າງດ້າວ, ຄົນບໍ່ມີສັນຊາດດ້ວຍການບໍລິການທີ່ກະທັດຮັດ, ມີຄວາມວ່ອງໄວ, ຮັບປະກັນຄວາມສະຫງົບສຸກ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມເພື່ອຈັດຕັ້ງປະຕິບັດແນວທາງນະໂຍບາຍການຕ່າງປະເທດໃຫ້ມີຄວາມເປັນເອກະ ພາບ ແລະ ມີປະສິດທິຜົນສູງ, ແນໃສ່ເຮັດໃຫ້ຊາວຈີນທີ່ດຳລົງຊີວິດຢູ່ພາຍໃນແຂວງເຊກອງ, ເວົ້າສະເພາະຢູ່ເມືອງທ່າແຕງໃຫ້ມີຄວາມຮູ້ ແລະ ເຂົ້າໃຈຕໍ່ກັບລະບຽບກົດ ໝາຍຂອງ ສປປ ລາວຢ່າງເຂັ້ມງວດ.

-----------------

ຂຽນໂດຍພອນ ບຸນອຸທິດ

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ