ບໍລິສັດໄອເຮັສທີ ມອບເງິນຊ່ວຍເຫຼືອອັດຕະປື 100 ລ້ານກີບ

  ວັນທີ 4 ຕຸລາ 2019 ບໍລິສັດໄອເຮັສທີ (IHT) ໄດ້ມອບເງິນຈຳນວນ 100 ລ້ານກີບ ໃຫ້ແກ່ແຂວງອັດຕະປືເພື່ອນຳໄປຊ່ວຍຜູ້ປະສົບໄພພິບັດຕາງໜ້າກ່າວມອບໂດຍ ທ່ານ ສີສະຫວາດ ແກ້ວມາລາວົງ ຈາກບໍລິສັດທີ່ປຶກສາດ້ານພະລັງງານໄຟຟ້າ (IHT) ແລະຕາງໜ້າກ່າວຮັບໂດຍທ່ານ ເລັດ ໄຊຍະພອນ ເຈົ້າແຂວງອັດຕະປື ມີຄະນະນຳກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

ການຊ່ວຍເຫຼືອເງິນຈຳນວນ 100 ລ້ານກີບ ທີ່ໄດ້ຈາກບໍລິສັດທີ່ປຶກສາດ້ານພະລັງງານໄຟຟ້າ (IHT) ເນື່ອງຈາກວ່າໃນໄລຍະຜ່ານມາແຂວງອັດຕະປືຖືກຜົນກະທົບຈາກໄພທຳມະຊາດເຮັຫ້ປະຊາຊົນພົບພໍ້ກັບຄວາມຫຍຸ້ງຍາກຫຼາຍດ້ານຊຶ່ງໃນໄລຍະຜ່ານມາບໍລິສັດດັ່ງກ່າວໄດ້ມອບເງິນຊ່ວຍເຫຼືອໄປແລ້ວໃນ 4 ແຂວງພາກໃຕ້ຊຶ່ງໄດ້ກາຍ ເປັນສ່ວນໜຶ່ງໃນການຊ່ວຍເຫຼືອເພື່ອເປັນການແບ່ງເບົາບັນດາຜູ້ປະສົບໄພໃຫ້ມີຊີວິດການເປັນຢູ່ທີ່ດີຂຶ້ນ ແລະນຳພາຊີວິດກັບຂຶ້ນມາໃຫ້ສາມາດດຳລົງໄດ້ຢ່າງປົກກະຕິໃນຕໍ່ໜ້າ.

 ທ່ານ ເລັດ ໄຊຍະພອນ ໄດ້ສະແດງຄວາມເຫັນວ່າ: ເງິນທີ່ໄດ້ຮັບຈາກການຊ່ວຍເຫຼືອຈຳນວນມະຫາສານຈາກສັງຄົມທັງພາຍໃນແລະຕ່າງປະເທດບໍ່ວ່າໃນໄລຍະຜ່ານມາກໍຄືຢູ່ໃນຄະນະນີ້ແມ່ນມີການຄຸ້ມຄອງເປັນລະບົບຢ່າງຄັກແນ່ຊຶ່ງນອກເໜືອຈາກການຊ່ວຍເຫຼືອສຸກເສີນແລ້ວແມ່ນຈະໄດ້ສຸມໃສ່ເຂົ້າໃນການຟື້ນຟູສະພາບເງື່ອນໄຂຊີວິດການເປັນຢູ່ຂອງຜູ້ປະສົບໄພນັບທັງການປັບປຸງສະພາບພື້ນຖານໂຄງລ່າງ, ຖະໜົນຫົນທາງ, ລະບົບໄຟຟ້າ-ນໍ້າປະປາ, ການຟື້ນຟູທີ່ຢູ່ອາໃສ-ເຮືອນຊານບ້ານຊ່ອງລວມທັງສະພາບການຜະລິດຕ່າງໆ ຈົນເຮັດໃຫ້ເຂົາເຈົ້າສາມາດກັບຄືນມາດຳລົງຊີວິດຢ່າງເປັນປົກກະຕິ.

-------------------

ຂຽນໂດຍມາລາທິບ

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ