ທູດຍີ່ປຸ່ນຈັດກອງປະຊຸມພົບປະອະດີດນັກສຶກສາອາຊຽນ

  ໃນວັນທີ 5 ຕຸລາ 2019 ຢູ່ເຮືອນພັກຂອງ ທ່ານ ເຄໂຊ ທາ ເກວະກະ ເອກອັກຄະຣາຊະທູດຍີ່ປຸ່ນປະຈຳ ສປປ ລາວ ໄດ້ຈັດກອງປະຊຸມພົບປະຂອງອະດີດນັກສຶກສາທີ່ສຳຄັນໃນບັນດາ 10 ປະເທດອາຊຽນຈາກບັນດານັກສຶກສາທີ່ຈົບການສຶກສາແລ້ວໃນວາລະກອງປະຊຸມASCOJA ຄັ້ງທີ 25.

 ກອງປະຊຸມດັ່ງກ່າວໃຫ້ກຽດເຂົ້າຮ່ວມໂດຍ ທ່ານນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີກະຊວງສຶກສາທິການ ແລະກີລາ, ທ່ານ ເຄນຈິ ວາກາມີຢະ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ປະທານສະມາຄົມມິດຕະພາບລາວ-ຍີ່ປຸ່ນ, ທ່ານ ປອນເມກ ດາລາລອຍອະດີດ ປະທານສະມາຄົມມິດຕະພາບລາວ-ຍີ່ປຸ່ນ, ບັນດາສະ ມາຊິກຈາກ ASCOJA ແລະບັນດາແຂກທີ່ສຳຄັນຈາກພາກລັດ, ທຸລະກິດ ແລະວັດທະນະທຳເຂົ້າຮ່ວມ.

 ກອງປະຊຸມຄັ້ງນີ້ໄດ້ຈັດຂຶ້ນເປັນຄັ້ງທຳອິດຢູ່ ສປປ ລາວ ໂດຍແມ່ນສະມາຄົມໃນຂົງເຂດໄດ້ຮວມຕົວເອົາບັນດາອົງການຕ່າງໆຂອງອະດີດນັກສຶກສາທີ່ສຳຄັນໃນບັນດາ 10 ປະເທດອາຊຽນຈາກບັນດານັກສຶກສາທີ່ຈົບການສຶກສາແລ້ວ,ທີ່ໄດ້ຮັບທຶນການສຶກສານັກສຶກສາ ແລະຜູ້ຝຶກອົບຮົບຈາກບັນດາມະຫາວິທະຍາໄລ, ໂຮງຮຽນ ແລະສະຖາ ບັນຍີ່ປຸ່ນ, ໃນກອງປະຊຸມດັ່ງກ່າວໄດ້ແລກປ່ຽນຄວາມຄິດຄວາມເຫັນເຊິ່ງກັນແລະກັນ.

 ທ່ານນາງ ແສງເດືອນ ຫຼ້າຈັນທະບູນ ໄດ້ກ່າວສະແດງຄວາມຊົມເຊີຍຕໍ່ກັບສະມາຊິກຂອງສະມາຄົມອະດີດນັກສຶກສາຈາກລາວຍີ່ປຸ່ນແລະ ASCOJA, ສະແດງຄວາມຂອບໃຈຕໍ່ກັບປະຊາຊົນ ແລະລັດຖະບານຍີ່ປຸ່ນທີ່ໄດ້ໃຫ້ການສະໜັບສະໜູນໃຫ້ກັບບັນດານັກກີລາລາວແລະຫວັງວ່າຈະໄດ້ເຫັນບັນດານັກກີລາຈາກທົ່ວໂລກ, ລວມທັງນັກກີລາລາວທີ່ຈະຮວມຕົວກັນໃນການແຂ່ງຂັນກີລາໂອແລັມປິກ ແລະພາຮາແລັມປິກໂຕກຽວໃນປີ 2020 ທີ່ຈະມາເຖິງນີ້.

  ທ່ານ ເຄໂຊ ທາເກວະກະ ຍັງໄດ້ກ່າວສະແດງຄວາມຊົມເຊີຍຢ່າງເລິກເຊິ່ງຕໍ່ສະມາຄົມອະດີດນັກສຶກສາລາວຈາກຍີ່ປຸ່ນທີ່ໄດ້ເຮັດວຽກຢ່າງໜັກໜ່ວງລວມໄປເຖິງການກະກຽມຈັດກອງປະຊຸມໃນຄັ້ງນີ້ໃຫ້ໄດ້ຮັບຜົນສຳເລັດຢ່າງຫຼວງຫຼາຍ ແລະທ່ານຍັງໄດ້ກ່າວວ່າ: ບັນດາສະມາຊິກ ASCOJA ສາມາດແລກປ່ຽນຄວາມເຂົ້າໃຈຜ່ານການສົນທະນາທີ່ມີປະສິດທິພາບ ແລະ ມີໝາກຜົນພາຍໃຕ້ຫົວຂໍ້: ປະສົບຜົນສຳເລັດຮ່ວມກັນອາຊຽນ ແລະຍີ່ປຸ່ນກ້າວສູ່ການແຂ່ງຂັນກີລາໂອແລັມປິກ ແລະ ພາຮາແລັມປິກໂຕກຽວ 2020.

--------------------

ຂຽນໂດຍລຸນ

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ