9 ເດືອນໄຊຍະບູລີປະຕິບັດຄຳຕັດສິນຂອງສານສຳເລັດ 172 ເລື່ອງ

  ໃນໄລຍະ 9 ເດືອນຜ່ານມາຄະນະນໍາກໍ່ຄືສະມາຊິກພັກພະນັກງານພາຍໃນພະແນກຍຸຕິທໍາແຂວງໄຊຍະບູລີ ໄດ້ເອົາໃຈໃສ່ປະຕິບັດໜ້າທີ່ວິຊາສະເພາະທີ່ຕົນເອງຮັບຜິດ ຊອບໄດ້ຮັບຜົນສໍາເລັດເປັນຢ່າງດີເຊິ່ງສະແດງອອກການຈັດຕັ້ງປະຕິບັດຄໍາຕັດສິນຂອງສານໃນຂອບເຂດທົ່ວແຂວງສໍາເລັດ 172 ເລື່ອງໃນນີ້ຄະດີແພ່ງ 36 ເລື່ອງ, ຄະດີອາຍາ 136 ເລື່ອງ.

ທ່ານ ບຸນລ້ຽງ ດວງສົມພອນ ຮອງພະແນກຍຸຕິທໍາແຂວງໄຊຍະບູລີ ໄດ້ເປີດເຜີຍຕໍ່ນັກຂ່າວແຂວງໄຊຍະບູລີໃນທ້າຍເດືອນກັນຍານີ້ວ່າ: ໃນໄລຍະ 9 ເດືອນຜ່ານມາມີຄະ ດີເຂົ້າໃໝ່ 465 ເລື່ອງ, ຄະດີແພ່ງ 112 ເລື່ອງ, ຄະດີອາຍາ 353 ເລື່ອງ; ຄະດີຄ້າງມາ 1.830 ເລື່ອງ, ຄະດີແພ່ງ 411 ເລື່ອງ, ຄະດີອາຍາ 1.419 ເລື່ອງ ລວມຄະດີທັງໝົດ 2.295 ເລື່ອງ, ຄະດີແພ່ງ 523 ເລື່ອງ, ຄະດີອາຍາ 1.772 ເລື່ອງ,ສາມາດປະຕິບັດສໍາເລັດ 172 ເລື່ອງ, ຄະດີແພ່ງ 36 ເລື່ອງ, ຄະດີອາຍາ 136 ເລື່ອງ; ປະຕິບັດບໍ່ໄດ້ມີ 155 ເລື່ອງ, ແພ່ງ 39 ເລື່ອງ, ຄະດີອາຍາ 116 ເລື່ອງພວມຈັດຕັ້ງປະຕິບັດ 1.967 ເລື່ອງ, ແພ່ງ 486 ເລື່ອງ, ອາຍາ 1520 ເລື່ອງ; ລວມຄະດີຍັງພວມປະຕິບັດ ແລະປະຕິບັດບໍ່ໄດ້ທັງໝົດ 2.122 ເລື່ອງ, ແພ່ງ 486 ເລື່ອງ, ອາຍາ 1.636 ເລື່ອງ. ພ້ອມນີ້ຍັງສາມາດເກັບເງິນມອບໃຫ້ບຸກ ຄົນ ໄດ້ທັງໝົດ2,14 ຕື້ກວ່າກີບ; ໃນ ນີ້ຄະດີແພ່ງມີ 1,65 ຕື້ກວ່າກີບ, ຄະດີອາຍາ 490,67 ລ້ານກີບ ແລະມອບໃຫ້ລັດໄດ້ທັງໝົດ 227 ລ້ານກວ່າກີບ; ຄຽງຄູ່ກັນນີ້ວຽກທະບຽນສານມີເອກະສານຕ່າງໆເຂົ້າມາຢັ້ງຢືນຄວາມຖືກຕ້ອງໃນທົ່ວແຂວງມີທັງໝົດ 688 ສະບັບ.

  ທ່ານ ບຸນລ້ຽງ ດວງສົມພອນ ຍັງໃຫ້ຮູ້ຕື່ມວ່າ ໃນ 3 ເດືອນທ້າຍປີພະແນກຍຸຕິທໍາແຂວງຈະສູ້ຊົນຈັດຕັ້ງປະຕິບັດຄະດີໃຫ້ສໍາເລັດຢ່າງໜ້ອຍເດືອນລະ 10 ເລື່ອງຂຶ້ນໄປ ແລະທວງເງິນຄະດີແພ່ງໃຫ້ບຸກຄົນໃນຄະດີພ້ອມມອບພັນທະໃຫ້ລັດເປັນປົກກະຕິ, ຢັ້ງຢືນຄວາມຖືກຕ້ອງເອກະສານຕ່າງໆໃຫ້ມີຄວາມຖືກຕ້ອງສອດຄ່ອງຕາມລະ ບຽບກົດໝາຍ.

--------------------

ຂຽນໂດຍບຸນທີ  

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ