ບໍລິສັດໂຢປັງ ມອບເຄື່ອງຊວ່ຍເຫຼືອເມືອງວຽງພູຄາ

   ເມື່ອທ້າຍເດືອນກັນຍາຜ່ານມາບໍລິສັດໂຢປັງເຕັກນິກກະສິກໍາຂາເຂົ້າ-ຂາອອກຈຳກັດຜູ້ດຽວຈາກ ສປ ຈີນ ໄດ້ມອບເຄື່ອງຊ່ວຍເຫຼືອລ້າໃຫ້ເມືອງວຽງພູຄາແຂວງ ຫຼວງນໍ້າທາ ແລະເພື່ອມອບຕໍ່ໃຫ້ປະຊາຊົນທີ່ທຸກຍາກເຂດຫ່າງໄກສອກຫຼີກ, ໂດຍການນໍາພາຂອງ ທ່ານ ນາງ ແສງວອນ ໄຊຍະລີ ຫົວໜ້າບໍລິສັດໂຢປັງເຕັກນິກກະສິກຳຂາເຂົ້າ - ຂາອອກຈໍາກັດ ຜູ້ດຽວຈາກ ສປ ຈີນພ້ອມດ້ວຍອາສາສະໝັກຈາກ ສປ ຈີນ.

ເຄື່ອງທີ່ທາງບໍລິສັດໂຢປັງນຳໄປມອບໃນຄັ້ງນີ້ປະກອບມີເຄື່ອງ ນຸ່ງ ແລະອຸປະກອນການຮຽນໄປລວມມູນຄ່າ 200  ລ້ານກີບ,ໂດຍ ການກ່າວມອບຂອງທ່ານ ເຮີຊຽງ ລິນຕາງໜ້າອາສາສະໝັກຈາກນະຄອນຊຽງໄຮ ສປ ຈີນ, ກ່າວຮັບໂດຍທ່ານຕຽງສະໝອນພອນປະເສີດເຈົ້າເມືອງໆວຽງພູຄາ,ໂດຍຊ່ອງໜ້າບັນດາທ່ານການນຳຂັ້ນເມືອງ, ພະນັກງານ, ບໍລິສັດ ແລະອາສາສະໝັກຈາກ ສປ ຈີນ ທີ່ເຂົ້າຮ່ວມ.

  ທ່ານ ຕຽງສະໝອນພອນປະເສີດ ເຈົ້າເມືອງໆວຽງພູຄາໄດ້ສະແດງຄວາມຂອບໃຈຕໍ່ທາງບໍລິສັດໂຢປັງເຕັກນິກກະສິກຳຂາເຂົ້າ-ຂາອອກຈຳກັດຜູ້ດຽວຂອງ ສປ ຈີນ ພ້ອມດ້ວຍອາສາສະໝັກທີ່ໄດ້ນຳເອົາເຄື່ອງມາຊ່ວຍເຫຼືອລ້າມອບໃຫ້ເມືອງວຽງພູຄາ, ໂດຍໄດ້ໃຫ້ຄວາມສຳຄັນຕໍ່ປະຊາຊົນຜູ້ທີ່ທຸກຍາກ ແລະນ້ອງນັກຮຽນທີ່ດ້ອຍໂອກາດເຂດຫ່າງໄກສອກຫຼີກຈະໄດ້ມີເຄື່ອງນຸ່ງທີ່ສະອາດ ແລະອົບອຸ່ນ, ມີອຸປະກອນການຮຽນທີ່ອໍານວຍຄວາມສະດວກເຂົ້າໃນການຮໍ່າຮຽນຊຶ່ງຈະໄດ້ມອບໃຫ້ຫ້ອງການແຮງ ງານ ແລະສະຫວັດດີການສັງ ຄົມເມືອງວຽງພູຄາ ແຂວງຫຼວງນໍ້າທາ,ນໍາໄປມອບຕໍ່ໃຫ້ປະຊາຊົນຄອບຄົວທີ່ທຸກຍາກເຂດຊົນນະບົດຫ່າງໄກສອກຫຼີກຈໍານວນ 13 ບ້ານຄື: ບ້ານນໍ້າມາງ, ຜາແດງ, ປາງຊາຍ, ຫ້ວຍຫົກ, ນ້ຳກາບ ເໜືອ, ນໍ້າກາບໃຕ້,ທົ່ງລາດ,ທ່າ ຫຼວງ,ນໍ້າກ້ຽງ,ນໍ້າເສືອ,ພູເລັດ,ກອນທຸ ແລະບ້ານພູໄຊທາ,ທັງນີ້ກໍ່ເພື່ອເປັນການບັນເທົາທຸກຕໍ່ສະພາບໄພໜາວເຮັດໃຫ້ຮ່າງກາຍຂອງປະຊາຊົນໄດ້ຮັບຄວາມອົບອຸ່ນ ແລະ ມີສຸຂະພາບແຂງແຮງດີ.

---------------

ໜັງສືພິມເສດຖະກິດ-ສັງຄົມ