ນວ ເຈົ້າພາບຈັດກອງປະຊຸມສຸດຍອດເຈົ້າຄອງນະຄອນ ດ້ານການທ່ອງທ່ຽວລຸ່ມແມ່ນໍ້າຂອງ

 ນະຄອນຫຼວງວຽງຈັນ (ນວ) ໄດ້ເລືອກເອົາວັນເວລາຈັດງານບຸນອອກພັນສາປະວໍລະນາ ແລະບຸນຊ່ວງເຮືອປະເພນີທ່າວັດຈັນຈັດກອງປະຊຸມສຸດຍອດເຈົ້ານະຄອນດ້ານການທ່ອງທ່ຽວ 5 ປະເທດລຸ່ມແມ່ນໍ້າຂອງຄັ້ງທີ 5 ເພື່ອ ໃຫ້ບັນດາຜູ້ແທນໄດ້ມີໂອກາດເຂົ້າ ຮ່ວມ ແລະສໍາພັດບັນຍາກາດວັດທະນະທໍາຮີດຄອງປະເພນີອັນດີງານຂອງຄົນລາວ.

ທ່ານ ນາງ ວິໄລວອນ ຈັນທະລາຕີ ຫົວໜ້າພະແນກຖະແຫຼງຂ່າວວັດທະນະທໍາ ແລະທ່ອງທ່ຽວນະຄອນຫຼວງວຽງຈັນ ໄດ້ຖະແຫຼງຂ່າວກ່ຽວກັບການກະກຽມເປັນເຈົ້າພາບຈັດກອງປະຊຸມສຸດຍອດເຈົ້າຄອງນະຄອນດ້ານການທ່ອງທ່ຽວ 5 ປະເທດລຸ່ມແມ່ນໍ້າຂອງຄັ້ງທີ 5 ເມື່ອທ້າຍເດືອນກັນຍານີ້ວ່າ: ເພື່ອເປັນການຜັນຂະຫຍາຍໝາກຜົນຂອງກອງປະຊຸມສຸດຍອດເຈົ້ານະຄອນດ້ານການທ່ອງທ່ຽວລຸ່ມແມ່ນໍ້າຂອງຄັ້ງທີ 4 ຈັດຂຶ້ນທີ່ນະຄອນຫຼວງພະນົມເປັນລາຊະອານາຈັກກໍາປູເຈຍໃນຜ່ານມາ ແລະໃນປີ ນີ້ນະຄອນຫຼວງວຽງຈັນ ໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມສຸດຍອດເຈົ້ານະຄອນດ້ານການທ່ອງທ່ຽວລຸ່ມແມ່ນໍ້າຂອງຄັ້ງທີ 5 ໂດຍຈະຈັດຂຶ້ນທີ່ໂຮງແຮມແລນ ມາກແມ່ຂອງຣີເວີໄຊໃນລະຫວ່າງວັນທີ 12-15 ຕຸລາ 2019 ເພື່ອສົ່ງເສີມການຮ່ວມມືດ້ານການທ່ອງ ທ່ຽວ ແລະວັດທະນະທໍາລະຫວ່າງບັນດານະຄອນໃນຂົງເຂດລຸ່ມແມ່ນໍ້າຂອງ, ແນໃສ່ຊ່ວຍປັບປຸງຄຸນນະພາບຂອງຜະລິດຕະພັນທ່ອງທ່ຽວ ແລະການບໍລິການເສີມສ້າງຄວາມມີສະເໜ່ດ້ານການທ່ອງທ່ຽວຂົງເຂດນະຄອນລຸ່ມແມ່ນໍ້າຂອງ ເພື່ອດຶງດູດນັກທ່ອງທ່ຽວສາກົນ ແລະພາກພື້ນແມ່ນໍ້າຂອງໃຫ້ນັບມື້ເພີ່ມຂຶ້ນ.

ສໍາລັບກອງປະຊຸມຄັ້ງນີ້ຈະມີການນໍາຂັ້ນສູງ ໂດຍສະເພາະບັນດາເຈົ້າຄອງ,ຮອງເຈົ້າຄອງນະຄອນ ແລະເຈົ້າໜ້າທີ່ອາວຸໂສພ້ອມດ້ວຍວິຊາການທີ່ກ່ຽວຂ້ອງເຂົ້າ ຮ່ວມຈາກ 5 ປະເທດຄື:ນະຄອນໂຮ່ຈີ່ມິນ ສສ ຫວຽດນາມ, ນະຄອນຫຼວງພະນົມເປັນລາຊະອານາຈັກກໍາປູເຈຍ, ນະຄອນຫຼວງບາງກອກປະເທດໄທ,ນະຄອນຫຼວງຢາງກຸ້ງມຽນ ມາ ແລະນະຄອນຫຼວງວຽງຈັນ, ຊຶ່ງການເປັນເຈົ້າພາບຄັ້ງນີ້ ນວ ໄດ້ເລືອກເອົາວັນເວລາທີ່ກົງກັບການຈັດງານບຸນອອກພັນສາ ແລະບຸນຊ່ວງເຮືອປະເພນີທີ່ທ່າວັດຈັນເມືອງຈັນທະບູລີ ເພື່ອໃຫ້ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມໄດ້ມີໂອກາດເຂົ້າຮ່ວມ ແລະສໍາພັດບັນຍາກາດ ແລະວັດທະນະທໍາຮີດຄອງປະເພນີອັນດີງານຂອງຄົນລາວທີ່ຕິດພັນກັບແມ່ນ ນໍ້າຂອງເປັນຕົ້ນແມ່ນການໃສ່ບາດອອກພັນສາ, ໄຫຼເຮືອໄຟ ແລະການແຂ່ງຂັນຊ່ວງເຮືອປະເພນີ. ທ່ານນາງ ວິໄລວອນ ຈັນທະລາຕີ ໄດ້ເຊີນຊວນການຈັດຕັ້ງທຸກ ພາກສ່ວນ, ຫົວໜ່ວຍທຸລະກິດຕະຫຼອດເຖິງປະຊາຊົນທົ່ວນະຄອນຫຼວງວຽງຈັນຈົ່ງຊ່ວຍກັນເປັນເຈົ້າພາບທີ່ດີໃນການຕ້ອນຮັບແຂກຕ່າງແດນເປັນຕົ້ນແມ່ນຄວາມເປັນເຈົ້າການໃນການຮັກສາຄວາມສະຫງົບ, ຄວາມປອດໄພ, ຄວາມສະອາດຈົບງາມຂອງບ້ານເມືອງລວມທັງການຕ້ອນຮັບດ້ວຍໄມຕີຈິດມິດຕະພາບ ແລະການບໍລິການຕ່າງໆ ໃຫ້ມີຄຸນນະພາບ ແລະໜ້າປະທັບໃຈ.

-----------------

 ໜັງສືພິມເສດຖະກິດ-ສັງຄົມ