ທີ່ຖໍ້າຊຽງລຽບ ອີກສະຖານທີ່ທ່ອງທ່ຽວ ຂອງເມືອງທ່າແຂກ

  ຖ້າເອີ່ຍເຖິງສະຖານທີ່ທ່ອງທ່ຽວຂອງແຂວງຄໍາມ່ວນທີ່ຢູ່ໃກ້ໃນຕົວເມືອງແລ້ວຖໍ້າຊຽງລຽບ ເມືອງທ່າແຂກ ເປັນແຫຼ່ງທ່ອງທ່ຽວທຳມະຊາດອີກແຫ່ງໜຶ່ງທີ່ມີ ຄວາມສວຍງາມ ແລະມີບັນຍາກາດທີ່ໜ້າສຳຜັດແຕ່ລະປີສາມາດດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມເປັນຈຳນວນຫຼວງຫຼາຍລວມທັງນັກທ່ອງທ່ຽວພາຍໃນ ແລະຕ່າງປະເທດ ໂດຍວັນເທສະການຕ່າງໆ ຈະມີນັກທ່ອງທ່ຽວພາຍໃນໄປຍ່າງຊົມທໍາມະຊາດ, ກິນເຂົ້າປ່າເປັນສ່ວນໃຫຍ່ຊຶ່ງຈະມີປະເພດແບບຄອບຄົວ, ໝູ່ຄະນະ ແລະເພື່ອນຝູງຢ່າງຄຶກຄື້ນມ່ວນຊື່ນ.

ຖໍ້າຊຽງລຽບແມ່ນໜຶ່ງໃນບັນດາແຫຼ່ງທ່ອງທ່ຽວທີ່ມີຊື່ສຽງຂອງ ເມືອງທ່າແຂກ ແຂວງຄໍາມ່ວນ.ຖ້ຳຊຽງລຽບຕັ້ງຢູ່ຕີນຜາຫີນຊຶ່ງມີລວງສູງປະມານ 30 ແມັດ “ຊຽງ” ໝາຍຄວາມວ່າຜູ້ທີ່ເຄີຍບວດເປັນສຳມະເນນ ແລະ “ລຽບ” ໝາຍຄວາມວ່າຍ່າງອ້ອມ,ຕາມນິທານເວົ້າໄວ້ວ່າແຕ່ກ່ອນມີຊຽງນ້ອຍຜູ້ໜຶ່ງມັກລູກສາວພະລືສີລາວ ໄດ້ຍ່າງອ້ອມບໍລິເວນນັ້ນເພື່ອຫາໂອກາດເຂົ້າໄປລັກເອົານາງຢູ່ໃນ ຖໍ້າ, ປະຈຸບັນນີ້ຢູ່ໃນຖໍ້າດັ່ງກ່າວ ເປັນບ່ອນອາໄສຂອງປາຝາ ແລະຝູງເຈຍ,ຖໍ້າດັ່ງກ່າວຕັ້ງຢູ່ຫ່າງຈາກ ເມືອງທ່າແຂກ ໄປທາງທິດຕາເວັນອອກສຽງເໜືອ 14 ກິໂລແມັດ ຕາມເສັ້ນທາງເລກທີ 12 ຢູ່ໃກ້ກັບບ້ານສອງຄອນ,ສະພາບແວດ ລ້ອມອ້ອມຂ້າງແມ່ນມີສິ່ງທີ່ສວຍ ງາມ ແລະມີໂງ່ນຫີນຢັງຢາຍກັນ ໄປທົ່ວບໍລິເວນອ້ອມສອງຟາກຖໍ້າຈະເຕັມໄປດ້ວຍຕົ້ນໄມ້ໃຫຍ່-ນ້ອຍ ຢັງຢາຍຢູ່ເປັນແຖວເຮັດໃຫ້ຜູ້ທີ່ໄດ້ ໄປທ່ຽວຊົມຮູ້ສຶກສົດຊື່ນ ແລະອາກາດໃນບໍລິເວນນັ້ນຖືໄດ້ວ່າເປັນ ອາກາດທີ່ບໍລິສຸດແທ້ໆ.

ຖໍ້າແຫ່ງນີ້ແຫ່ງນີ້ເອີ້ນໄດ້ວ່າເປັນສະຖານທີ່ທ່ອງທ່ຽວທີ່ທຳມະຊາດຈົງໃຈປັ້ນແຕ່ງຂຶ້ນມາເພື່ອສ້າງສິ່ງສຳລານໃຈໃຫ້ນັກທ່ອງທ່ຽວໄດ້ເຫັນໄດ້ຊົມກັນຊຶ່ງໃນແຕ່ລະປີມີນັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດເຂົ້າມາທ່ຽວຊົມເປັນຈຳນວນຫຼວງຫຼາຍ ໂດຍສ່ວນ ໃຫຍ່ແລ້ວໃນວັນເທສະການຕ່າງໆ ຈະມີນັກທ່ອງທ່ຽວພາຍໃນໄປຈັດກິດຈະກຳທີ່ຫຼາກຫຼາຍພາຍໃນຖໍ້າເປັນຕົ້ນ:ຢ່າງຊົມທໍາມະຊາດ, ກິນເຂົ້າປ່າ ແລະອື່ນໆ ທ່າມກາງບັນຍາກາດອັນບໍລິສຸດ ແລະຄວາມ ງຽບສະຫງົບເໝາະສົມທີ່ສຸດສຳລັບການພັກຜ່ອນຢ່ອນອາລົມໃນຫຼາຍຮູບແບບ.

-------------------------------------------

ພາບ ແລະຂາ່ວຈາກໜັງສືພິມເສດຖະກິດ-ສັງຄົມ