ເມືອງສິງ ມີສະຖານທີ່ທ່ອງທ່ຽວຫຼາຍແຫ່ງໜ້າສົນໃຈ

 ເມືອງສິງ ຕັ້ງຢູ່ທາງທິດເໜືອຂອງແຂວງອຸດົມໄຊຫ່າງຈາກເທສະບານແຂວງປະມານ  60 ກິໂລແມັດ ໄປຕາມເສັ້ນທາງເລກ 3 ໂດຍຜ່ານສາຍພູ, ສາຍນໍ້າ ແລະພື້ນທີ່ປ່າຂຽວກະຈີຂອງສອງຂ້າງທາງມາເຖິງເມືອງສິງທີ່ເປັນເມືອງນ້ອຍໆທີ່ມີພື້ນທີ່ອັນອຸດົມສົມບູນໂອບອ້ອມດ້ວຍສາຍພູ, ມີສາຍນໍ້າຍວນ ແລະ ນໍ້າມ່າຄອຍຫຼໍ່ລ້ຽງອະດີດເຄີຍເປັນເມືອງອູ່ເຂົ້າອູ່ນໍ້າສຳຄັນ.

  ເມືອງສິງ ເປັນອີກເມືອງໜຶ່ງທີ່ມີຄວາມຫຼາກຫຼາຍທາງວັດທະນະທຳ, ມີສະຖານທີ່ທ່ອງທ່ຽວຫຼາຍແຫ່ງທີ່ໜ້າສົນໃຈໂດຍສະເພາະແມ່ນສະຖານທີ່ທ່ອງທ່ຽວທາງປະ ຫວັດສາດ ແລະວັດທະນະທຳເປັນຕົ້ນແມ່ນເຮືອນເກົ່າແກ່ຊຶ່ງເມື່ອກ່ອນເປັນທີ່ຢູ່ອາໄສຂອງເຈົ້າຟ້ານ້ອຍເຮືອນຫຼັງດັ່ງກ່າວສ້າງຂຶ້ນດ້ວຍໄມ້ທີ່ເກົ່າແກ່ແຕ່ທົນທານທັງເປັນຮູບແບບເຮືອນຊົງບູຮານທີ່ໜ້າສຶກສາຄົ້ນຄວ້າ, ຖັດຂ້າງຫ້ອງການປົກຄອງເມືອງສິງກໍຍັງມີເຮືອນເກົ່າແກ່ສ້າງຂຶ້ນໃນໄລຍະ ປີ 1919 ແລະເຮືອນແບບຝຣັ່ງທີ່ຍັງຖືກປົກປັກຮັກສາໄວ້ໃຫ້ຄົນຮຸ່ນໃໝ່.

 ນອກນັ້ນຍັງມີວັດວາອາຮາມຫຼາຍກວ່າ 20 ແຫ່ງ ເຊັ່ນ: ວັດຊຽງໄຈ້, ວັດນາຄຳ, ພະທາດຈອມສິງ, ພະທາດຊຽງຕຶງຊຶ່ງພະທາດຊຽງຕຶງແຫ່ງນີ້ປຽບເໝືອນພະທາດຄູ່ບ້ານຄູ່ເມືອງຂອງຊາວເມືອງສິງແຕ່ລະປີລະຫວ່າງເດືອນຕຸລາ ຫາ ພະຈິກ ປະຊາຊົນຈະຈັດງານນະມັດສະການພະທາດຊຽງຕຶງ ແລະອີກຫຼາຍສະຖານທີ່.

---------------------

ຂຽນໂດຍວົງມະນີ

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ