ກວຕ ສ້າງຄວາມເຂັ້ມແຂງ ວຽກຊັບສິນທາງປັນຍາຢູ່ແຂວງບໍລິຄຳໄຊ

   ຫວ່າງບໍ່ດົນມານີ້ກົມຊັບສິນທາງປັນຍາ, ກະຊວງວິທະຍາສາດ ແລະເຕັກໂນໂລຊີ (ກວຕ) ຮ່ວມກັບພະແນກວິທະຍາສາດ ແລະເຕັກໂນໂລຊີ (ພວຕ) ແຂວງບໍລິຄຳໄຊ ຈັດກອງປະຊຸມເຜີຍແຜ່ ແລະສ້າງຄວາມເຂັ້ມແຂງວຽກງານຊັບສິນທາງປັນຍາໃຫ້ແກ່ຂະແໜງການທ້ອງຖິ່ນ ແລະຜູ້ປະກອບການ ຢູ່ຫ້ອງປະຊຸມຫ້ອງວ່າການປົກຄອງແຂວງບໍລິຄຳໄຊ ໂດຍໃຫ້ກຽດເປັນປະທານຮ່ວມຂອງທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ  ແລະ ທ່ານ ແດນປີ ມູນທະດີ ຮອງເລຂາພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງບໍລິຄໍາໄຊ.

   ທ່ານ ບໍ່ວຽງຄຳ ວົງດາລາ ກ່າວບາງຕອນໃນພິທີເປີດກອງປະຊຸມວ່າ: ໃນຍຸກປະຈຸບັນ, ການສື່ສານ, ຄົມມະນາຄົມຂົນສົ່ງແມ່ນມີຄວາມກ້າວໜ້າ ແລະທັນສະໄໝກວ່າແຕ່ກ່ອນຊຶ່ງສາມາດເຫັນໄດ້ຈາກສິ່ງທີ່ໃກ້ຕົວເຊັ່ນ: ໂທລະສັບມືຖືທີ່ສາມາດຕິດຕໍ່ສື່ສານກັນພຽງແຕ່ໃຊ້ປາຍນີ້ວກໍສາມາດຕິດຕໍ່ ແລະເຫັນໜ້າກັນໄດ້ ຊຶ່ງເມື່ອກ່ອນ ແມ່ນຈຳຕ້ອງຂຽນດ້ວຍມືຫຼືພິມດິດແລ້ວສົ່ງທາງໄປສະນີ ຫຼືການເດີນທາງໃນເມື່ອກ່ອນທີ່ຕ້ອງໃຊ້ເວລາເດີນທາງນານກວ່າຈະຮອດ ຈະເຖິງ. ທີ່ກ່າວມານີ້ກໍລ້ວນແລ້ວແຕ່ເປັນຊັບສິນທາງປັນຍາທີ່ບົ່ງບອກເຖິງຄວາມກ້າວໜ້າທາງດ້ານວິທະຍາສາດ ແລະເຕັກໂນໂລຊີ.

  ກອງປະຊຸມຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ຮັບຟັງກ່ຽວກັບການພັດທະນາວຽກງານຊັບສິນທາງປັນຍາໂດຍສະເພາະວຽກງານສິດທິບັດ, ແບບອຸດສາຫະກຳ, ເຄື່ອງ ໝາຍການຄ້າ, ຖິ່ນກຳເນີດ, ພັນພືດ ໃໝ່, ລິຂະສິດ ແລະສິດກ່ຽວຂ້ອງກັບລິຂະສິດ ແລະການແກ້ໄຂຂໍ້ຂັດແຍ່ງທາງດ້ານຊັບສິນທາງປັນຍາ, ໂຄງການສ້າງຄວາມເຂັ້ມແຂງດ້ານວຽກງານຊັບສິນທາງປັນຍາໃຫ້ຂະແໜງການທ້ອງຖິ່ນ ແລະ ຜູ້ປະກອບການ, ຄວາມຮູ້ພື້ນຖານທາງດ້ານວຽກງານຊັບສິນທາງປັນຍາ, ການສ້າງເຄຶື່ື່ອງໝາຍການຄ້າ, ເຄ່ືອງໝາຍລວມໝູ່ ແລະ ລະບຽບການນຳໃຊ້, ການສົ່ງເສີມຜະລິດຕະພັນໃຫ້ໄດ້ມາດຕະຖານ ແລະຄຸນນະພາບ, ການຄົ້ນ ຄວ້າ, ພັດທະນາ ແລະບໍລິການໃນວຽກງານນິເວດວິທະຍາ ແລະ ເຕັກໂນໂລຊີຊີວະພາບເພື່ອການສົ່ງເສີມການຜະລິດເປັນສິນຄ້າ.

  ທັງນີ້ກໍເພື່ອສ້າງຄວາມເຂົ້າໃຈ ແລະຄວາມເຂັ້ມແຂງທາງດ້ານວິຊາການໃຫ້ແກ່ພະນັກງານຂັ້ນທ້ອງຖິ່ນ, ຜູ້ປະກອບການຂະໜາດນ້ອຍ ແລະກາງ(SME), ນັກທຸລະກິດ, ກຸ່ມຜູ້ຜະລິດ, ຊາວກະສິກອນ ເຫັນໄດ້ຄວາມສໍາຄັນຂອງວຽກງານຊັບສິນທາງປັນຍາກໍຄືເຫັນຄວາມສຳຄັນໃນການນຳໃຊ້ຊັບສິນທາງປັນຍາ ເພື່ອສົ່ງເສີມພູມປັນຍາໃນການປະດິດສ້າງ, ປະດິດຄິດແຕ່ງ ແລະເພື່ອປົກປ້ອງຜົນປະໂຫຍດເຂົ້າໃນການສ້າງມູນຄ່າເພີ່ມຂອງສິນຄ້າ ແລະສາມາດແຂ່ງຂັນໃນຕະຫຼາດໄດ້. ພ້ອມນັ້ນ, ກົມຊັບສິນທາງປັນຍາຈະໄດ້ແນະນໍາການສ້າງລະບຽບການນໍາໃຊ້ເຄື່ອງໝາຍລວມໝູ່ຂອງກຸ່ມຜູ້ຜະລິດ ແລະ ການແບ່ງຂັ້ນຄຸ້ມ ຄອງຂອງວຽກງານຊັບສິນທາງປັນຍາໃນຂັ້ນພະແນກວິທະຍາສາດ ແລະ ເຕັກໂນໂລຊີແຂວງເພື່ອເຮັດໃຫ້ຜູ້ປະກອບການໃນທ້ອງຖິ່ນສະດວກແກ່ການເຂົ້າ ເຖິງວຽກງານຊັບສິນທາງປັນຍາອີກດ້ວຍ.