ຮອງປະທານສະພາແຫ່ງຊາດຢ້ຽມຢາມປະຊາຊົນເມືອງນາກາຍ

  ໃນວັນທີ 16 ມັງກອນ 2019 ເປັນມື້ທີສອງຂອງການດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 06 ຂອງສະພາປະຊາຊົນ ແຂວງຄໍາມ່ວນ ທ່ານ ບຸນປອນ ບຸດຕະນະວົງ ຮອງປະທານສະພາແຫ່ງຊາດໄດ້ຈັດສັນເວລາດັ່ງກ່າວລົງໄປເຄື່ອນໄຫວພົບປະຢ້ຽມຢາມພໍ່ແມ່ປະຊາຊົນເມືອງນາກາຍໂດຍໄດ້ເຄື່ອນໄຫວຢູ່ 2 ຈຸ ດຄື : ບ້ານອຸດົມສຸກ ແລະບ້ານດອນຈະເລີນ. ສ່ວນຄະນະທີ່ຮ່ວມເຄື່ອນໄຫວພົບປະໂອ້ລົມປະຊາຊົນປະກອບມີທ່ານ ບຸນມີ ພິມມະສອນ ຮອງເຈົ້າແຂວງໆຄໍາມ່ວນ (ຜູ້ຊີ້ນໍາວຽກງານເສດຖະກິດ), ທ່ານ ອວນມາ ຂັນຕິຍະວົງ ຮອງປະທານສະພາປະຊາຊົນແຂວງພ້ອມດ້ວຍພະນັກງານວິຊາການທີ່ກ່ຽວຂ້ອງໂດຍການເປັນກຽດຕ້ອນຮັບຂອງ ທ່ານ ຄໍາໝັ້ນ ອິນທະວົງ ປະທານກວດກາພັກ-ລັດເມືອງພ້ອມດ້ວຍອໍານາດການປົກຄອງບ້ານ ແລະ ປະຊາຊົນພາຍໃນສອງບ້ານ

  ການລົງໄປເຄື່ອນໄຫວຄັ້ງນີ້ແມ່ນໄດ້ຮັບຟັງການລາຍງານໂດຍຫຍໍ້ຈາກນາຍບ້ານທັງສອງບ້ານເຊິ່ງບ້ານອຸດົມສຸກ ແລະບ້ານດອນຈະເລີນແມ່ນນອນຢູ່ໃນຈໍານວນ 31 ບ້ານຂອງເມືອງນາກາຍ ແລະ ເປັນໝູ່ບ້ານຈັດສັນຂອງໂຄງການເຂື່ອນໄຟຟ້ານໍ້າເທີນ 2 ເຊິ່ງບ້ານອຸດົມສຸກມີເນື້ອທີ່ທາງບົກ-ທາງນໍ້າ 3.229,8 ເຮັກຕາ , ປະກອບມີ 724 ຄອບຄົວ, ມີພົນລະເມືອງທັງໝົດ 3.356 ຄົນ, ຍິງ 1.637 ຄົນ. ດ້ານການດໍາລົງຊີວິດ, ການທໍາມາຫາກິນ,ການເຊື່ອຖືຂອງປະຊາຊົນພາຍໃນບ້ານແມ່ນມີຄວາມແຕກຕ່າງກັນຍ້ອນວ່າມີຫຼາຍທ້ອງຖິ່ນມາຢູ່ຮ່ວມກັນ ແລະຫຼາຍສາຂາອາຊີບເຮັດໃຫ້ການບໍລິຫານ, ການຄຸ້ມຄອງມີຄວາ ມຫຍຸ້ງຍາກ ສັບສົນແຕ່ເປັນເຊັ່ນນັ້ນກໍ່ຕາມພາຍໃນບ້ານຍັງມີລະບົບການຈັດຕັ້ງ, ມີກົດໝາຍ ແລະກົດລະບຽບຂອງບ້ານເປັນເຄື່ອງມືໃນການຈັດຕັ້ງປະຕິ ບັດ ແລະມີອົງການຈັດຕັ້ງຂັ້ນເທິງເປັນຜູ້ຊີ້ນໍາໆພາໃກ້ຊິດຢູ່ຕະຫຼອດເວລາ .

  ສໍາລັບບ້ານດອນຈະເລີນປະກອບດ້ວຍ 2 ຄຸ້ມບ້ານຄື: ຄຸ້ມທ່າລັ່ງ ແລະຄຸ້ມສົບແພນ, ມີພົນລະເມືອງທັງໝົດ 881 ຄົນ, ຍິງ 449 ຄົນ, ມີ 199 ຫຼັງຄາເຮືອນ, 201 ຄອບຄົວ, ມີທີ່ຢູ່ອາໄສຖາວອນ 170 ຫຼັງຄາເຮືອນ, ບໍ່ຖາວອນ 33 ຫຼັງຄາເຮືອນ, ຂຶ້ນສໍາມະໂນຄົວແລ້ວ 194 ຄອບຄົວ, ຍັງບໍ່ທັນຂຶ້ນສໍາມະໂນຄົວ 7 ຄອບຄົວ, ປະຊາຊົນນັບຖືສາສະໜາພຸດເປັນສ່ວນຫຼາຍ, ປະຊາຊົນສ່ວນຫຼາຍຍືດຖືອາຊີບກະສິກໍາເຊັ່ນ: ປູກຝັງ-ລ້ຽງ ສັດກວມເອົາ 90,05 % ຂອງຈໍານວນຄອບຄົວທັງໝົດ, ນອກຈາກນັ້ນແມ່ນການປະມົງ, ການນໍາໃຊ້ເຕັກນິກເຂົ້າໃນການຜະລິດຍັງມີໜ້ອຍ, ປະຊາຊົນຈໍານວນໜຶ່ງຍັງຕິດພັນກັບການດໍາລົງຊີວິດກັບທໍາມະຊາດ, ຖານະດ້ານເສດຖະກິດສະເລ່ຍກຸ້ມກິນຈໍານວນ 162 ຄອບຄົວ, ເຫຼືອກິນ 02 ຄອບຄົວ ແລະ ຍັງບໍ່ກຸ້ມກິນ 36 ຄອບ ຄົວ, ການຄ້າຂາຍມີພຽງແຕ່ 12 ຄອບຄົວກວມເອົາ 5,97% ຂອງຈໍານວນຄອບຄົວທັງໝົດ.

 ໃນການລົງເຄື່ອນໄຫວຢ້ຽມຢາມ ແລະພົບປະພໍ່ແມ່ປະຊາຊົນພາຍໃນສອງເຂດດັ່ງກ່າວທ່ານຮອງປະທານສະພາແຫ່ງຊາດພ້ອມດ້ວຍຄະນະຍັງໄດ້ນໍາເອົາອຸປະ ກອນການຮຽນ ແລະເຄື່ອງນຸ່ງຫົ່ມຈໍານວນໜຶ່ງໄປມອບໃຫ້ແກ່ລູກຫຼານຂອງປະຊາຊົນເຊັ່ນ: ກະເປ໋ົານັກຮຽນປະຖົມ 200 ອັນ, ເສື້ອກັນລົມ 100 ໂຕ, ປຶ້ມຂຽນ 100 ໜ້າ 500 ຫົວ, ປຶ້ມແບບຮຽນ ແລະອຸປະກອນການຮຽນຕ່າງໆລວມມູນຄ່າທັງໝົດ 13 ລ້ານກີບ.

    ໂອກາດດັ່ງກ່າວທ່ານ ບຸນປອນ ບຸດຕະນະວົງ ໄດ້ເນັ້ນໜັກໃຫ້ປະຊາຊົນເອົາໃຈໃສ່ທໍາມາຫາກິນພັດທະນາເສດຖະກິດຄອບຄົວດ້ວຍຄວາມດຸໝັ່ນຂະຫຍັນພຽນ, ບໍລິສຸດຍຸຕິທໍາ, ມີຄວາມສາມັກຄີປອງດອງຊ່ວຍເຫຼືອເຊິ່ງກັນ ແລະກັນ, ເຄົາລົບລະບຽບກົດໝາຍບ້ານເມືອງ, ເອົາໃຈໃສ່ສຶກສາອົບຮົມລູກຫຼານໃຫ້ ເປັນພົນລະເມືອງດີ ແລະປະກອບສ່ວນເຂົ້າໃນການພັດທະນາບ້ານໃຫ້ມີຄວາມຮັ່ງມີ, ເຂັ້ມແຂງເທື່ອລະກ້າວ. ນອກຈາກນັ້ນທ່ານພ້ອມດ້ວຍຄະນະຍັງໄດ້ໄປເບິ່ງທ່າແຮງພື້ນຖານການພັດທະນາດ້ານເສດ ຖະກິດ-ສັງຄົມຂອງເມືອງຈໍານວນໜຶ່ງ.