1514 ສາຍດ່ວນແຈ້ງພະນັກງານທີ່ດິນເຮັດຜິດລະບຽບ

  ກະຊວງຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມໄດ້ອອກແຈ້ງການໃຫ້ພະນັກງານທີ່ດິນເອົາໃຈໃສ່ການສະໜອງຂໍ້ມູນກ່ຽວກັບຕອນດິນໃຫ້ແກ່ປະຊາຊົນລວມທັງນິຕິບຸກຄົນ ແລະ ການຈັດຕັ້ງເປົ້າໝາຍເພີ່ມທະວີຄວາມຮັບຜິດຊອບຂອງພະນັກງານ-ລັດຖະກອນທີ່ເຮັດໜ້າທີ່ການຄຸ້ມຄອງວຽກງານທີ່ດິນໃຫ້ມີຄຸນທາດການເມືອງ, ມີຈັນຍາບັນ ແລະ ເອົາໃຈໃສ່ປະຕິບັດໜ້າທີ່ຕາມກົດໝາຍກຳນົດໄວ້.

 ອີງໃສ່ຂໍ້ມູນຈາກແຈ້ງການລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມໃຫ້ຮູ້ວ່າ: ເພື່ອອຳນວຍຄວາມສະດວກບໍລິການໃຫ້ແກ່ປະຊາຊົນ ແລະເອົາ ໃຈໃສ່ການຄຸ້ມຄອງໂດຍບໍ່ຮຽກຮ້ອງຜົນປະໂຫຍດໃດໆທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍລັດຖະມົນຕີແຈ້ງໃຫ້ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງ ແວດລ້ອມແຂວງ,

  ນະຄອນຫຼວງວຽງຈັນ ແລະຂັ້ນເມືອງທົ່ວປະເທດເອົາໃຈໃສ່ຕິດຕາມພະນັກງານ-ລັດຖະກອນທີ່ເຮັດໜ້າທີ່ຄຸ້ມຄອງວຽກງານທີ່ດິນຕ້ອງອຳນວຍຄວາມສະດວກ ແລະສະໜອງຂໍ້ມູນເອກະສານຕອນດິນຕາມສະເໜີນຳໃຊ້ເຂົ້າໃນເປົ້າໝາຍຕາມກົດໝາຍພ້ອມທັງໃຫ້ເຮັດລາຍລັກອັກສອນໂດຍບໍ່ໃຫ້ເກີນ 3-5 ວັນນັບແຕ່ວັນໄດ້ຮັບຄໍາສະ ເໜີເປັນ ຕົ້ນໄປສ່ວນການເກັບຄ່າທຳນຽມແມ່ນໃຫ້ປະຕິບັດຕາມລັດຖະບັດຍັດຂອງປະທານປະເທດວ່າດ້ວຍຄ່າທຳນຽມ ແລະ ຄ່າບໍລິການສະບັບເລກທີ 003/ປປທ ລົງວັນທີ 26 ທັນວາ 2012.

 ການສະໜອງຂໍ້ມູນ ຫຼືຢັ້ງຢືນກ່ຽວກັບບັນຫາທີ່ດິນໃຫ້ອົງການຈັດຕັ້ງລັດແມ່ນບໍ່ໃຫ້ເກັບຄ່າທຳນຽມ ແລະຄ່າບໍລິການສ່ວນພະນັກງານ-ລັດຖະກອນທີ່ເຮັດໜ້າທີ່ຄຸ້ມ ຄອງວຽກງານທີ່ດິນຫ້າມບໍ່ໃຫ້ມີພຶດຕິກຳສ້າງຄວາມຫຍຸ້ງຍາກ, ກົດໜ່ວງຖ່ວງດຶງແລະຢັ້ງຢືນກ່ຽວກັບບັນຫາທີ່ດິນທີ່ບໍ່ສອດຄ່ອງລະບຽບກົດໝາຍ.

 ຢ່າງກໍ່ຕາມເພື່ອໃຫ້ມີຄວາມສອດຄ່ອງລະບຽບກົດໝາຍຖ້າຫາກວ່າພໍ່ແມ່ປະຊາຊົນ ແລະການຈັດຕັ້ງທີ່ສະເໜີຂໍ້ມູນເອກະສານຕອນດິນຫາກພົບເຫັນພະນັກງານ-ລັດ ຖະກອນຂັ້ນເມືອງທີ່ເຮັດໜ້າທີ່ຄຸ້ມຄອງວຽກງານທີ່ດິນມີພຶດຕິກຳຕາມໄດ້ກ່າວມານີ້ແມ່ນແຈ້ງສະເໜີລາຍລັກອັກສອນສົ່ງຜ່ານສາຍດ່ວນມາຍັງພະແນກຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມແຂວງ, ນະຄອນຫຼວງວຽງຈັນຖ້າພົບເຫັນພະນັກງານ-ລັດຖະກອນພະແນກຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມແຂວງ, ນະ ຄອນຫຼວງວຽງຈັນ ແມ່ນສົ່ງສາຍດ່ວນຜ່ານສາຍ 1514 ຫຼື ສົ່ງມາຍັງກົມກວດກາກະຊວງຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມໂດຍກົງເພື່ອເປັນບ່ອນອີງໃນການກວດກາຄືນການປະຕິບັດໜ້າຂອງພະນັກງານ-ລັດຖະກອນຕາມກົດໝາຍ.

-----------------

ໜັງສືພິມເສດຖະກິດ-ສັງຄົມ