ຍ້ອງຍໍກົມກອງ-ບຸກຄົນທີ່ເຮັດໃຫ້ລາວພົ້ນບັນຊີສີເທົາ

  ລັດຖະບານແຫ່ງ ສປປ ລາວ ໄດ້ຈັດຕັ້ງພິທີຍ້ອງຍໍບັນດາກົມກອງ ແລະບຸກຄົນຜູ້ທີ່ມີຜົນງານໃນການປະກອບສ່ວນເຂົ້າໃນການສ້າງເງື່ອນໄຂໃຫ້ ສປປ ລາວ ອອກຈາກບັນຊີສີເທົາກໍ່ຄືການຈັດຕັ້ງປະຕິບັດວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍເພື່ອອອກຈາກບັນຊີສີເທົາຂອງອົງການຕ້ານການຟອກເງິນສາກົນໃນປີ 2017 ມີຈຳນວນທັງໝົດ 129 ທ່ານທີ່ມາຈາກຫຼາຍພາກສ່ວນທັງສູນກາງ ແລະທ້ອງຖິ່ນ ຊຶ່ງຈັດຂຶ້ນໃນວັນທີ 1 ຕຸລາ ທີ່ກະຊວງການເງິນນະຄອນ ຫຼວງວຽງຈັນ ໂດຍການໃຫ້ກຽດເຂົ້າຮ່ວມທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ປະທານຄະນະກຳມະການແຫ່ງຊາດເພື່ອຕ້ານການຟອກເງິນ ແລະການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (ຄຕຟງ).

 ໃນໄລຍະຜ່ານມາລັດຖະບານແຫ່ງ ສປປ ລາວ ແລະປະຊາຊົນລາວໃນທົ່ວປະເທດໄດ້ມີຄວາມພະຍາຍາມຢ່າງຕັ້ງໜ້າໃນການຈັດຕັ້ງປະຕິບັດບັນດາເງື່ອນໄຂຕ່າງໆທີ່ສາ ກົນວາງໄວ້ໂດຍສະເພາະໃນວຽກງານຕ້ານການຟອກເງິນ ແລະການສະໜອງທຶນໃຫ້ແກ່ການກໍ່ການຮ້າຍຊຶ່ງສາມາດຈັດຕັ້ງປະຕິບັດຢ່າງມີຜົນຄືບໜ້າເປັນກ້າວໆ ແລະໃນກາງປີ 2017 ສປປ ລາວ ໄດ້ຖືກຖອນອອກຈາກບັນຊີຕິດຕາມ (ບັນຊີສີເທົາ) ຂອງອົງການຕ້ານການຟອກເງິນສາກົນມາຢູ່ບັນຊີປົກກະຕິໄດ້ໃນກອງປະຊຸມຄົບຄະນະ (FATF Plenary meeting) ປະຈໍາເດືອນມິຖຸນາ 2017 ທີ່ປະເທດແອັດສະປາຍໃນວັນທີ 23 ມິຖຸນາ 2017.

  ຈາກນັ້ນ; ໃນເວລາຕໍ່ມາກໍ່ໄດ້ຈັດຕັ້ງກອງປະຊຸມສະໄໝສາມັນຄັ້ງທີ II ປະຈໍາປີ 2019 ຂອງ ຄຕຟງ, ໂດຍການເປັນປະທານຂອງ ທ່ານ ສົມດີ ດວງດີ ປະທານ ຄຕຟງ ພ້ອມນີ້, ກໍມີບັນດາສະມາຊິກ ຄຕຟງ ແລະກະຊວງກ່ຽວຂ້ອງເຂົ້າຮ່ວມຈຳນວນໜຶ່ງຊຶ່ງກອງປະຊຸມໄດ້ມີການປຶກສາຫາລືຫຼາຍບັນຫາທີ່ມີຄວາມສໍາຄັນຕິດພັນກັບວຽກງານຕ້ານການຟອກເງິນ ແລະສະໜອງທຶນໃຫ້ແກ່ການກໍ່ການຮ້າຍຂອງ ສປປ ລາວ ໂດຍສະເພາະການກະກຽມຄວາມພ້ອມໃນການປະເມີນຮອບດ້ານຂອງ ສປປ ລາວໃນປີ 2020-2021.

  ກອງປະຊຸມໄດ້ຜ່ານແຜນວຽກໃນການກະກຽມຄວາມພ້ອມການປະເມີນຮອບດ້ານວຽກງານຕ້ານການຟອກເງິນ ແລະສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (AML/ CFT) ຂອງ ສປປ ລາວ ໂດຍສຸມໃສ່ດ້ານນິຕິກຳທີ່ຍັງບໍ່ທັນໄດ້ຕາມມາດຖານສາກົນ, ປັບປຸງບັນດາກົນໄກໃຫ້ສອດຄ່ອງ, ພ້ອມດຽວກັນນັ້ນຍັງໄດ້ສຸມໃສ່ແກ້ໄຂຈຸດຄົງຄ້າງບັນດາຂະແໜງການທີ່ມີຄວາມສ່ຽງຕໍ່ການຟອກເງິນ ແລະການສະໜອງທຶນໃຫ້ແກ່ການກໍ່ການຮ້າຍເພື່ອຈັດຕັ້ງປະຕິບັດມາດຕະການປ້ອງກັນແລະແກ້ໄຂເພື່ອຮອງຮັບການປະເມີນຈາກກຸ່ມອາຊີປາຊີຟິກເພື່ອຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (APG) ໃນລະຫວ່າງເດືອນມີນາ 2020 ຫາ ເດືອນກໍ ລະກົດ 2021 ແລະ ທີ່ປະຊຸມຍັງໄດ້ຊຸກຍູ້ໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງເອົາໃຈໃສ່ຈັດຕັ້ງປະຕິບັດຕາມພາລະບົດບາດຂອງຕົນໃນວຽກງານຕ້ານການຟອກເງິນ ແລະສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (AML/CFT) ໃຫ້ສຳເລັດຕາມແຜນ ແລະຄາດໝາຍທີ່ວາງໄວ້.

------------------

ຂຽນໂດຍຣັດສະໝີ ດວງສັດຈະ

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ