ບໍ່ນໍ້າຮ້ອນປຸ່ງເລາະ ອີກສະຖານທີ່ທ່ອງທ່ຽວ ທີ່ໜ້າສົນໃຈ

  ຫວິດຈາກລະດູຝົນແລ້ວ ກໍ່ກ້າວເຂົ້າສູ່ຍາມໜາວ ຊຶ່ງເປັນລະດູການທີ່ເໝາະແກ່ການໄປທ່ອງທ່ຽວມື້ນີ້ພວກເຮົາຈະມາແນະນໍາສະຖານທີ່ທ່ອງທ່ຽວທີ່ເໝາະແກ່ ການໄປສຳຜັດໃນໄລຍະໜາວນີ້ ເພາະຫຼາຍຄົນກໍ່ອາດບໍ່ເຄີຍໄປສຳ ຜັດ ຫຼື ບໍ່ເຄີຍຮູ້ວ່າສະຖານທີ່ທ່ອງ ທ່ຽວໃນລາວກໍ່ມີດີຫຼາຍແຫ່ງ ແລະ ອາກາດກໍ່ດີອີກດ້ວຍເນື່ອງຈາກຕົ້ນໄມ້ຊີວະນາໆພັນຂຽວສະອຸ່ມໃນ ການອີ່ມນໍ້າຈາກລະດູຝົນ, ດັ່ງນັ້ນ, ທຳມະຊາດແມ່ນກຳລັງງົດງາມປະສົມກັບໝອກໃນຍາມເຊົ້າເຮັດໃຫ້ຫຼາຍແຫ່ງເກີດມີທະເລໝອກທີ່ງົດງາມ.

ບໍ່ນໍ້າຮ້ອນປຸ່ງເລາະເປັນອີກສະຖານທີ່ໜຶ່ງທີ່ໜ້າສົນໃຈຊຶ່ງມີສິ່ງອຳນວຍຄວາມສະດວກຫຼາຍຢ່າງໄວ້ບໍລິການແກ່ນັກທ່ອງທ່ຽວ, ມີບໍ່ນໍ້າອຸ່ນໃຫຍ່ໄວ້ໃຫ້ນັກທ່ອງທ່ຽວ ໄດ້ແຊ່,ຖ້າທ່ານໄດ້ໄປແລ້ວຮັບຮອງວ່າບໍ່ຜິດຫວັງແນ່ນອນບໍ່ນໍ້າຮ້ອນ ແຫ່ງນີ້ຍັງຄົງຄວາມເປັນທຳມະຊາດໄວ້ຢ່າງສົມບູນທ່ານຈະໄດ້ເຫັນນໍ້າຮ້ອນຟົດຂຶ້ນມາຈາກບໍ່ສາມາດຕົ້ມໄຂ່ໃຫ້ສຸກໄດ້ຖ້າບໍ່ເຊື່ອໜາວນີ້ໃຫ້ທ່ານລອງໄປດ້ວຍຕົນເອງກໍ່ແລ້ວກັນບໍ່ນໍ້າຮ້ອນປຸ່ງເລາະຕັ້ງ ຢູ່ເມືອງເມິງ ແຂວງບໍ່ແກ້ວ.

ສໍາລັບສະຖານທີ່ທ່ອງທ່ຽວທີ່ນໍາສະເໜີມານັ້ນເປັນພຽງສ່ວນໜຶ່ງຂອງແຫຼ່ງທ່ອງທ່ຽວທີ່ໜ້າສົນໃຈໃນຊ່ວງຍາມໜາວກໍ່ຄືໄລຍະຈະກ້າວສູ່ລະດູແລ້ງ ແລະເຊື່ອວ່າຫຼາຍຄົນຍັງບໍ່ເຄີຍໄປສຳຜັດຈຶ່ງຝາກໃຫ້ ທ່ານພິຈາລະນາເພື່ອລະບຸໄວ້ໃນເປົ້າໝາຍປາຍທາງການພັກຜ່ອນຂອງ

----------------------

ຈາກໜັງສືພິມເສດຖະກິດ-ສັງຄົມ