ຍອດເສຍຫາຍເບື້ອງຕົ້ນນໍ້າຖວ້ມ 5 ແຂວງ 1,73 ພັນຕື້ກີບສວ່ນເຮືອນເປ່ເພໜົດຫຼັງລັດຈະສາ້ງໃຫ້ໃໝ່

   ຈາກຜົນກະທົບຂອງໄພພິບັດທີ່ເກີດຂຶ້ນໃນປີນີ້, ແຕ່ເດືອນມິຖຸນາ ຫາ ເດືອນກັນຍາ, ເຮັດໃຫ້ 12 ແຂວງທົ່ວປະເທດໄດ້ຮັບຄວາມເສຍຫາຍ, ກວມເອົາ 58 ເມືອງ, 1,79 ພັນບ້ານ, 1,78 ແສນ ຄອບຄົວ, ໃນນັ້ນມີ 152 ຫຼັງຄາເຮືອນ ເສຍຫາຍ 100% ແລະເສຍຫາຍບາງສ່ວນມີ 569 ຫຼັງ, ດັ່ງນັ້ນ ເພື່ອເຮັດໃຫ້ເຮືອນຊານຂອງປະຊາຊົນທີ່ໄດ້ຮັບຜົນກະທົບກັບມາມີເຮືອນຢູ່ທີ່ຖາວອນ, ລັດຖະບານຈະຕ້ອງໄດ້ຊ່ວຍທັງໝົດນັບທັງການສັນທີ່ຢູ່ຄືນໃໝ່, ແຕ່ໃນເບື້ອງຕົ້ນຕ້ອງຈັດສັນທີ່ຢູ່ຊົ່ວຄາວ, ພ້ອມເບິ່ງແຍງດ້ານອາຫານການກິນ ແລະສຸຂະນາໄມ.

 ທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະສະຫວັດດີການສັງຄົມ (ຮສສ), ປະທານຄະນະກຳມະການປ້ອງກັນ ແລະຄວບຄຸມໄພພິບັດແຫ່ງຊາດໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 1 ຕຸລາ 2019, ທີ່ກະຊວງ ຮສສ ຮູ້ວ່າ: ເລີ່ມຕົ້ນລະດູຝົນແຕ່ເດືອນມິຖຸນາ ຫາ ກັນຍາປີນີ້ໄດ້ມີຝົນຕົກໜັກເຮັດໃຫ້ເກີດໄພນໍ້າຖ້ວມສ້າງຄວາມເສຍ ຫາຍຕໍ່ຊີວິດ ແລະຊັບສິນຂອງປະຊາຊົນ ຢ່າງຫຼວງຫຼາຍຢູ່ 12 ແຂວງ ໃນທົ່ວ ປະເທດຄື: ໄຊຍະບູລີ, ຫຼວງພະບາງ, ຫົວ ພັນ, ຊຽງຂວາງ, ຜົ້ງສາລີ, ອຸດົມໄຊ, ຄໍາມ່ວນ, ສະຫວັນນະເຂດ, ສາລະວັນ, ຈໍາປາສັກ, ເຊກອງ ແລະອັດຕະປື ກວມ ເອົາ 58 ເມືອງ, 1,79 ພັນບ້ານ, 1,78 ແສນຄອບຄົວ, 6,62 ແສນຄົນ, ມີຜູ້ເສຍ ຊີວິດ 22 ຄົນ, ສູນຫາຍ 7 ຄົນ, ປະຊາຊົນ ຕ້ອງຍົກຍ້າຍໄປຢູ່ບ່ອນທີ່ປອດໄພເບື້ອງຕົ້ນ 169 ບ້ານ, 17,32 ພັນຄອບຄົວ, ທີ່ຢູ່ອາໄສບ້ານເຮືອນຂອງປະຊາຊົນ ເສຍຫາຍ 100% ຈໍານວນ 152 ຫຼັງ, ເສຍຫາຍບາງສ່ວນ 569 ຫຼັງ, ເລົ້າເຂົ້າເສຍຫາຍ 100% ຈໍານວນ 1,10 ພັນຫຼັງ, ເນື້ອທີ່ນາເສຍຫາຍ 54 ພັນ ກວ່າເຮັກຕາ, ເນື້ອທີ່ໄຮ່ 12 ເຮັກຕາ, ເນື້ອທີ່ສວນ 5,82 ພັນເຮັກຕາ, ໜອງປາເສຍຫາຍ 6,31 ພັນໜອງ, ງົວຕາຍ 2,47 ພັນໂຕ, ຄວາຍ 774 ໂຕ, ແບ້ 905 ໂຕ, ໝູ 3,78 ພັນໂຕ, ຊົນລະປະ ທານເສຍຫາຍ 409 ແຫ່ງ, ເສັ້ນທາງ ເປ່ເພ 656 ຕອນທາງລວມຄວາມຍາວປະມານ 10,59 ພັນກິໂລແມັດ, ຂົວເສຍ ຫາຍ 88 ແຫ່ງ, ຂົວອູ່ 7 ແຫ່ງ, ໂຮງຮຽນ ເສຍຫາຍ 646 ແຫ່ງ, ໂຮງໝໍ 3 ແຫ່ງ, ສຸກສາລາ 45 ແຫ່ງ.

ສະເພາະເຫດການນໍ້າຖ້ວມທີ່ໜັກໜ່ວງເກີດຂຶ້ນໃນຊ່ວງທ້າຍເດືອນສິງຫາ-ຕົ້ນເດືອນກັນຍາ ຢູ່ 6 ແຂວງ ຄື: ຄໍາມ່ວນ, ສະຫວັນນະເຂດ, ສາລະວັນ, ຈໍາປາສັກ, ເຊກອງ ແລະອັດຕະປື ໄດ້ສົ່ງ ຜົນກະທົບໂດຍກົງຕໍ່ປະຊາຊົນໃນ 47 ເມືອງ, 1,65 ພັນບ້ານ, 1,69 ແສນຄອບ ຄົວ, 5,46 ແສນຄົນ, ມີຜູ້ເສຍຊີວິດ 18 ຄົນ ແລະສູນຫາຍ 1 ຄົນປະຊາຊົນຕ້ອງຍົກຍ້າຍ 10,16 ພັນຄອບຄົວ, 39,50 ພັນຄົນໃນນີ້ຈໍານວນໜຶ່ງແມ່ນຢູ່ບັນດາຈຸດສູນພັກເຊົາທີ່ທາງອໍານາດການປົກຄອງທ້ອງ ຖິ່ນ, ຄະນະກໍາມະການປ້ອງ ກັນ ແລະຄວບຄຸມໄພພິບັດຂັ້ນແຂວງ ແລະເມືອງຈັດສັນໃຫ້, ສ່ວນອີກຈໍານວນ ໜຶ່ງແມ່ນຍົກຍ້າຍໄປຢູ່ນໍາພີ່ນ້ອງ, ຊຶ່ງຜ່ານການປະເມີນຄວາມເສຍຫາຍເບື້ອງ ຕົ້ນໃນ 5 ແຂວງ ມີ 1,73 ພັນຕື້ກີບ, ໃນນັ້ນແຂວງອັດຕະປື 82,80 ຕື້ກີບ, ເຊກອງ137 ຕື້ກີບ, ຈໍາປາສັກ 282 ຕື້ກີບ, ສາລະວັນ 747 ຕື້ກີບ ແລະຄໍາມ່ວນ 484 ຕື້ກີບ, ສ່ວນແຂວງສະຫວັນນະເຂດຍັງຢູ່ໃນຂັ້ນຕອນສັງລວມຂໍ້ມູນ.  

 ທ່ານ ຄໍາແພງ ໄຊສົມແພງ ໃຫ້ຮູ້ຕື່ມວ່າ: ໃນໄລຍະຜ່ານການແກ້ໄຂສຸກເສີນເພື່ອຊ່ວຍເຫຼືອບັນເທົາທຸກໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບໃນເທື່ອນີ້,ກະຊວງໄດ້ເຮັດໜ້າທີ່ຂອງຕົນຢ່າງເຕັມທີ່, ຊຶ່ງສະແດງອອກໃນການນຳເອົາເຮືອ, ເຕັ້ນ, ນໍ້າດື່ມ ແລະເຄື່ອງໃຊ້ຄົວເຮືອນ, ເຄື່ອງອຸປະໂພກ ແລະ ບໍລິໂພກຈາກທຸກພາກສ່ວນທີ່ເຂົ້າມາມອບ, ພ້ອມນັ້ນລັດ ຖະບານກໍໄດ້ອະນຸມັດເງິນໃຫ້ເບື້ອງຕົ້ນ 5 ຕື້ກີບ ນໍາໄປຊ່ວຍເຫຼືອ ແລະມອບໃຫ້ ບັນດາແຂວງທີ່ຖືກກະທົບຈາກໄພພິບັດນໍ້າຖ້ວມໃນຄັ້ງນີ້, ໄດ້ມອບເງິນໃນບ້ວງກອງທຶນແຮນໍ້າມັນສຸກເສີນໃຫ້ບັນດາ ແຂວງທັງໝົດ 450 ລ້ານກີບ ເພື່ອນໍາ ໃຊ້ເຂົ້າໃນການບໍລິຫານຂົນສົ່ງເຄື່ອງ ຊ່ວຍເຫຼືອບັນເທົາທຸກໄປໃຫ້ຜູ້ປະສົບ ໄພພິບັດ, ແຕ່ງຕັ້ງທີມງານລົງປະເມີນຜົນຄວາມຕ້ອງການຮີບດ່ວນໄລຍະກາງ ແລະໄລຍະຍາວເພື່ອຂຶ້ນແຜນຄົບຊຸດຈັດຕັ້ງປະຕິບັດເປັນແຕ່ລະໄລຍະແຕ່ໃນປະຈຸບັນຄວາມຕ້ອງ ການອັນຮີບດ່ວນຂອງຜູ້ປະສົບໄພຍັງແມ່ນເຂົ້າ, ນໍ້າ, ອາຫານ, ຢາປິ່ນປົວ ແລະເຄື່ອງໃຊ້ຄົວເຮືອນ.

 ຕໍ່ກັບເຮືອນຊານຂອງປະຊາຊົນທີ່ໄດ້ຮັບຄວາມເສຍຫາຍ 100% ຈຳນວນ 152 ຫຼັງຄາ ຈາກໄພພິບັດໃນປີນີ້, ທ່ານລັດຖະມົນຕີກະຊວງ ຮສສ ກ່າວວ່າ: ລັດຖະບານຈະຊ່ວຍເຫຼືອເຕັມທີ່ ໂດຍ ເບື້ອງຕົ້ນແມ່ນໄດ້ຈັດສັນທີ່ຢູ່ຊົ່ວຄາວໃຫ້, ພ້ອມດຽວກັນນັ້ນກໍໄດ້ມີການເບິ່ງແຍງດ້ານອາຫານການກິນ, ດ້ານສຸຂະນາໄມ, ສ່ວນໃນໄລຍະຍາວລັດຖະບານ ຕ້ອງໄດ້ຖາມຄວາມສະໝັກໃຈຂອງປະ ຊາຊົນໃນການຈະຕັ້ງຖິ່ນຖານຢູ່ຈຸດເກົ່າ ຫຼື ຍົກຍ້າຍອອກຈາກຈຸດທີ່ມີຄວາມສ່ຽງໃນການເກີດໄພນໍ້າຖ້ວມ, ແຕ່ເຖິງຢ່າງໃດກໍຕາມໃນການຊ່ວຍເຫຼືອນັ້ນລັດຕ້ອງໄດ້ຊ່ວຍແນ່ນອນເພື່ອເຮັດແນວໃດໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບໄປນັ້ນມີເຮືອນຢູ່ແບບຖາວອນ.

-------------------

ຂ່າວຈາກໜັງສືພິມເສດຖະກິດ-ສັງຄົມ