ຮູບປັ້ນຫຼໍ່ພະເຈົ້າໄຊເຊດຖາຈະສໍາເລັດຕົ້ນປີໜ້າ

  ວັນທີ 30 ກັນຍາຜ່ານມາ ທີ່ບໍລິສັດຜະລິດຕະພັນວັດທະນະທົມ ບ້ານຈອມມະນີ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ທ່ານ ຈູມມະລີ ໄຊຍະສອນ ອາດີດເລຂາ ທິການໃຫຍ່, ອະດີດ ປະທານປະເທດໄດ້ເຄື່ອນໄຫວກວດກາ ຄວາມລະອຽດຂອງຮູບປັ້ນຫຼໍ່ພະເຈົ້າ ໄຊເຊດຖາທິຣາດ ທີ່ຈະເອົາໄປຕັ້ງສະຖິດ ຢູ່ສວນອຸທິຍານເຈົ້າໄຊເຊດຖາແຂວງອັດຕະປື ໂດຍໃຫ້ກຽດການຕ້ອນຮັບຂອງທ່ານ ບຸນເລິງ ເວີ່ນວີລະວົງ ອໍານວຍການບໍລິສັດຜະລິດຕະພັນວັດທະນະທົມພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າ ຮ່ວມ.

ທ່ານ ອຸ່ນຫຼ້າ ໄຊຍະສິດ ຮອງເຈົ້າ ແຂວງອັດຕະປື ໃຫ້ສໍາພາດວ່າ: ການ ສ້າງຮູບປັ້ນຫຼໍ່ພະເຈົ້າໄຊເຊດຖາແມ່ນ ໄດ້ມີການກະກຽມຄົ້ນຄວ້າ ແລະສຶກສາ ດ້ານປະຫວັດສາດຂອງພະເຈົ້າໄຊເຊດ ຖາ ທິຣາດຫຼາຍສະບັບ ແຕ່ຍັງບໍ່ມີສະບັບ ໃດເປັນອັນລະອຽດ ດັ່ງນັ້ນເພື່ອເຮັດໃຫ້ ປະຫວັດສາດແຈ້ງຂຶ້ນທ່ານ ຈູມມະລີ ໄຊຍະສອນ ໄດ້ປຸກລະດົມລູກຫຼານຮ່ວມ ກັນສ້າງອະນຸສາວະລີ ພະເຈົ້າໄຊເຊດ ຖາຂຶ້ນ ຊຶ່ງການປັ້ນຮູບອະນຸສາວະລີ ພະ ເຈົ້າໄຊເຊດຖານີ້ແມ່ນໄດ້ມີການສຶກສາຮູບແບບຂອງການປັ້ນຫຼາຍຫຼົບຫຼາຍຕ່າວ ແລະກໍໄດ້ເປັນເອກະພາບກັນປັ້ນດ້ວຍຮູບແບບ ພະເຈົ້າໄຊເຊດຖາຂີ່ຊ້າງ ເນື່ອງຈາກວ່າໃນເມື່ອກ່ອນເວລາທີ່ພະເຈົ້າໄຊເຊດຖາເດີນທາງອອກສູ່ພາກສະ ໜາມປະຕິບັດໜ້າທີ່ເພິ່ນມັກໃຊ້ຊ້າງເປັນ ພາຫະນະຂອງການເດີນທາງ ແນໃສ່ໃຫ້ ຮູບປັ້ນຫຼໍ່ພະເຈົ້າໄຊເຊດຖາປະຈັກຕາຕໍ່ ລູກຕໍ່ຫຼານທັງເປັນອະນຸສອນໃຫ້ລູກຫຼານໄດ້ສືບຕໍ່ຄົ້ນຄວ້າ.

ຮູບປັ້ນຫຼໍ່ດັ່ງກ່າວ ແມ່ນຈະນໍາໄປຕັ້ງ ຢູ່ສວນອະນຸສາວະລີ ພະເຈົ້າໄຊເຊດຖາ ຢູ່ບ້ານຫາດຊາຍຂາວ ເມືອງໄຊເຊດຖາ ໃນເນື້ອທີ 12.000 ຕາແມັດ ມາຮອດ ປະຈຸບັນໄດ້ລົງມືປັບປຸງພື້ນທີ່ສວນກໍ່ ສ້າງພື້ນຖານ ແລະປຸກສ້າງອາຄານຈໍາ ນວນໜຶ່ງ ພ້ອມນັ້ນກໍ່ໄດ້ເທ່ແທ່ນບ່ອນທີ່ ຈະຕັ້ງຮູບປັ້ນຫຼໍ່ພະເຈົ້າໄຊເຊດຖາ ໂດຍ ຮູບປັ້ນຫຼໍ່ດັ່ງກ່າວແມ່ນບໍລິສັດວັງຕັດຂຸດຄົ້ນບໍ່ແຮ່ ຈໍາກັດ ເປັນຜູ້ລິເລີ່ມໃຫ້ການ ສະໜັບສະໜູນກ່ອນ ນອກນັ້ນທ່ານຮອງ ເຈົ້າແຂວງຍັງໄດ້ເຊື້ອເຊີນເຖິງບັນດາກະ ຊວງ, ບໍລິສັດຫ້າງຮ້ານ, ໂຮງຈັກ-ໂຮງ ງານ, ຫົວໜ່ວຍທຸລະກິດຕ່າງໆ ພ້ອມດ້ວຍ ພໍ່ແມ່ປະຊາຊົນບັນດາເຜົ່າທຸກທົ່ວໜ້າທີ່ມີໃຈໃສສັດທາສົມທົບທຶນຮອນເຂົ້າໃນການຫຼໍ່ຮູບປັ້ນພະເຈົ້າໄຊເຊດຖາທິຣາດໃຫ້ມີຄວາມທົນທານ ແລະສວຍງາມອັນ ເປັນມິ່ງຂວັນຂອງຊາວລາວທັງຊາດຄາດວ່າຈະໃຫ້ສໍາເລັດໃນຕົ້ນປີ 2020.

ທ່ານ ບຸນເລິງ ເວີ່ນວີລະວົງ ໃຫ້ຮູ້ ວ່າ: ການປັ້ນຮູບປັ້ນຫຼໍ່ພະເຈົ້າໄຊເຊດ ຖາທິຣາດ ແມ່ນໄດ້ເລີ່ມລົງມືມາແຕ່ວັນ ທີ 17 ເດືອນກໍລະກົດ 2019 ເປັນຕົ້ນ ມາປະຈຸບັນໄດ້ສໍາເລັດການປັ້ນຫຼໍ່ໃນຮູບ ແບບປັ້ນດ້ວຍຂີ້ເຜິ້ງປະກອບມີ ໂຕຊ້າງ, ກ່ຽງຊ້າງ ແລະຮູບນັ່ງຂອງພະເຈົ້າໄຊ ເຊດຖາ ຊຶ່ງທັງສາມຢ່າງລວມກັນມີ ຄວາມສູງປະມານ 5,60 ແມັດ ໂດຍມີ ນໍ້າໜັກປະມານ 15-18 ໂຕນ ມູນຄ່າ 3 ຕື້ກວ່າກີບ.

-----------------

ຂຽນໂດຍ: ວົງມະນີ

ພາບ ແລະຂ່ວຈາກໜັງສືພິມເສດຖະກິດ-ສັງຄົມ