ວຽງຈັນມໍເຕີນໍາລົດໄຟຟາ້ບຸກຕະຫຼາດລາວ

  ປະຈຸບັນສະພາບເສດຖະກິດຢູ່ ພາຍໃນ ແລະຕ່າງປະເທດໄດ້ມີການປ່ຽນ ແປງໂດຍເປັນສາເຫດໜຶ່ງທີ່ເຮັດໃຫ້ລາຄານໍ້າມັນເຊື້ອໄຟໄດ້ມີການເໜັງຕີງປັບ ຂຶ້ນ-ລົງຢູ່ຕະຫຼອດເວລາ ຊຶ່ງໄດ້ມີຜົນກະທົບຕໍ່ຜູ້ໃຊ້ຍານພາຫະນະເປັນຕົ້ນລົດ ໃຫຍ່ສະນັ້ນເພື່ອເປັນການຫຼຸດຜ່ອນຄ່າໃຊ້ຈ່າຍຂອງປະຊາຊົນທາງບໍລິສັດວຽງຈັນມໍເຕີມາເກັດຈຶ່ງໄດ້ນຳລົດໄຟຟ້າຍີ່ຫໍ້ເອັມ ຈີເຂົ້າມາຈຳໜ່າຍຢູ່ຕະຫຼາດລາວ ຊຶ່ງເປັນລົດທີ່ປະຢັດລາຍຈ່າຍໄດ້ເຖິງ 50 ເທົ່າເມື່ອທຽບກັບລົດໃຫຍ່ທີ່ມີຈັກໃຊ້ນໍ້າມັນ.

 ທ່ານ ດາວວົງ ແກ້ວມະນີວົງ ຜູ້ອຳ ນວຍການບໍລິສັດວຽງຈັນມໍເຕີມາເກັດ ຊຶ່ງເປັນຕົວແທນຈຳໜ່າຍລົດເອັມຈີພຽງ ຜູ້ດຽວໃນລາວກ່າວວ່າ: ລົດທີ່ນຳມາວາງສະແດງໃນງານວຽງຈັນມໍເຕີອັກສະໂປ 2019 ມີທັງໝົດ 5 ລຸ້ນຄື: MG3, MG6, MG HS, MG ZS, ພິເສດແມ່ນພວກເຮົາໄດ້ນຳລົດໄຟຟ້າເຂົ້າມາໃຫ້ລູກຄ້າໄດ້ຊົມໃຊ້ ຊຶ່ງເປັນຜະລິດຕະພັນໃໝ່ຂອງເອັມຈີເປັນລຸ້ນ MG ZS EV ໃຊ້ໄຟຟ້າ 100% ປະຢັດລາຍຈ່າຍໄດ້ຫຼາຍໂດຍສາກໄຟເທື່ອໜຶ່ງຄ່າໃຊ້ຈ່າຍບໍ່ເຖິງ 50 ພັນກີບ ແລ່ນໄດ້ປະມານ 360 ກິ ໂລແມັດ ໂດຍເທົ່າກັບມີຈັກໃສ່ນໍ້າມັນເຕັມຖັງ.

 ລົດໄຟຟ້າລຸ້ນ MG ZS EV ນີ້ເປັນລົດທີ່ໃຊ້ໄຟຟ້າ 100% ຊຶ່ງຈະຊ່ວຍໃຫ້ລູກຄ້າກໍຄືຜູ້ຊົມໃຊ້ສາມາດປະຢັດລາຍຈ່າຍໄປເຖິງ 50 ເທົ່າເມື່ອທຽບໃສ່ລົດທີ່ມີເຄື່ອງຈັກໃຊ້ນໍ້າມັນເນື່ອງຈາກວ່າລົດດັ່ງກ່າວບໍ່ມີຈັກບໍ່ຈຳເປັນຕ້ອງໄດ້ໃສ່ນໍ້າມັນເຄື່ອງ, ລ້າງຈັກ ແລະອື່ນໆ ໂດຍສົມທຽບລະຫວ່າງລົດມີຈັກກັບລົດລະບົບໄຟຟ້າຈະມີຄວາມແຕກ ຕ່າງກັນ ຊຶ່ງລົດມີຈັກໃສ່ນໍ້າມັນເຕັມຖັງປະມານ 5 ແສນ ກີບ ແລະລົດລະບົບໄຟຟ້າສາກໄຟເຕັມ ມີແຕ່ 50 ພັນກີບເທົ່ານັ້ນ ແລະສາມາດ ແລ່ນໄດ້ໄລຍະທາງເທົ່າກັນ.

ທ່ານ ດາວວົງ ແກ້ວມະນີວົງ ກ່າວຕື່ມວ່າ: ລົດໄຟຟ້າເອັມຈີນີ້ແມ່ນເປັນການທົດລອງນຳເຂົ້າມາຈຳໜ່າຍໃນລາວຄັ້ງທຳອິດຊຶ່ງຈະນຳເຂົ້າມາໃນປີນີ້ປະມານ 10 ຄັນ ໃຫ້ລູກຄ້າໄດ້ເລືອກເບິ່ງ ແລະຊື້ໄປຊົມໃຊ້ເນື່ອງຈາກເປັນລົດທີ່ມີຄຸນນະ ພາບດີກວ່າລົດທີ່ໃຊ້ຈັກ ສຳລັບລາຄາລົດ ດັ່ງກ່າວຢູ່ທີ່ 35 ພັນໂດລາ ຫຼືປະມານ 300 ລ້ານກວ່າກີບ ຮັບປະກັບເຖິງ 6 ປີໄລຍະທາງ 1,8 ແສນກິໂລແມັດຊຶ່ງທ່ານໃດທີ່ສົນໃຈລົດດັ່ງກ່າວກໍສາມາດເຂົ້າໄປເບິ່ງໄດ້ໃນງານວາງສະແດງລົດນາໆຊາດທີ່ສູນການຄ້າລາວ-ໄອເຕັກລະຫວ່າງ 28 ກັນຍາຫາ 6 ຕຸລາ 2019 ຫຼືໄປເບິ່ງໄດ້ທີ່ບໍລິສັດວຽງຈັນມໍເຕີມາເກັດ.

--------------------

ໜັງສືພິມເສດຖະກິດ-ສັງຄົມ