2 ໂຄງການຮັບທືນສະໜັບສໜູນຈາກຟອດ

ວັນທີ 30 ກັນຍາຜ່ານມາ ທີ່ນະຄອນຫຼວງວຽງຈັນ ບໍລິສັດຟອດມໍເຕີຄອມປານີ ພ້ອມດ້ວຍຄູ່ຮ່ວມທຸລະກິດໜຶ່ງດ່ຽວໃນລາວໄດ້ຖະແຫຼງຂ່າວພ້ອມມອບການຊ່ວຍເຫຼືອ ແລະສະໜັບສະໜູນໂຄງການວຽງຈັນສີຂຽວ ແລະອົງການເພື່ອມະນຸດສະທຳ ແລະການມີສ່ວນຮ່ວມໃນລາວມູນຄ່າ 25.000 ໂດລາ ຊຶ່ງຕາງໜ້າມອບແມ່ນທ່ານ ຈັກກະພົນ ມາລາບັນດິດ ຜູ້ຈັດການຝ່າຍບໍລິຫານ ແລະຝ່າຍຂາຍບໍລິສັດລາວຟອດຊີຕີ ແລະຕາງໜ້າຮັບຂອງໂຄງການມະນຸດສະທຳ ແລະການມີສ່ວນຮ່ວມແມ່ນທ່ານ ສຸລິໄຊ ແລະທ່ານ ແຊ່ງແຊວ ດູຊັນຕຣູ ຕາງໜ້າໃຫ້ໂຄງການວຽງຈັນສີຂຽວ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ແລະສື່ມວນຊົນເຂົ້າຮ່ວມ.

 ບໍລິສັດຟອດມໍເຕີຄອມປານີ ແລະບໍລິສັດລາວຟອດຊີຕີໄດ້ເລີ່ີມມີການມອບທຶນຊ່ວຍເຫຼືອນັບຕັ້ງແຕ່ປີ 2012 ເປັນຕົ້ນມາໂດຍປີທຳອິດໄດ້ເຮັດໂຄງການປູກຜັກຂອງໂຮງ ຮຽນທົ່ວນະຄອນຫຼວງ ລວມທຶນທີ່ມອບ 20.000 ໂດລາ; ປີຖັດມາໄດ້ມອບທຶນສ້າງໂຮງຮຽນບ້ານຊໍ້ ຈຳນວນ 20.000 ໂດລາ;ປີ 2014 ໄດ້ມອບທຶນໃຫ້ແກ່ອົງ ການ LIRE ເພື່ອຝຶກອົບຮົບໜ່ວຍກູ້ໄພ້ 1623 ມູນຄ່າ 20.000 ໂດລາ, ປີ 2015 ໄດ້ມອບທຶນການສຶກສາໃຫ້ແກ່ໂຮງຮຽນ LANITH ມູນຄ່າ 20.000 ໂດລາ ; ປີ 2016 ໄດ້ ມອບທຶນສະໜັບສະໜູນໃຫ້ແກ່ອົງການ ສຸພານິມິດສາກົນປະຈຳລາວ ມູນຄ່າ 25.000 ໂດລາ; ປີ 2017 ໄດ້ມອບທຶນໃຫ້ແກ່ອົງການກົງຟຣູອ່ອງເພື່ອອະນຸ ລັກປົກປັກຮັກສາສິ່ງແວດລ້ອມໃນລາວມູນຄ່າ 25.000 ໂດລາ ແລະປີ 2018 ໄດ້ມອບທຶນໃຫ້ແກ່ອົງການເພື່ອສຸຂະພາບ ແລະຫຼຸດຜ່ອນຄວາມທຸກຍາກມູນ ຄ່າ 25.000 ໂດລາ.

ປີ 2019 ນີ້ບໍລິສັດຟອດມໍເຕີຄອມປານີ ແລະບໍລິສັດລາວຟອດຊີຕີກໍໄດ້ສືບຕໍ່ມອບທຶນການຊ່ວຍເຫຼືອໂດຍໄດ້ເລືອກເອົາອົງການເພື່ອມະນຸດສະທຳ ແລະການມີສ່ວນຮ່ວມຈຳນວນ 20.000 ໂດລາ ແລະອົງການວຽງຈັນສີຂຽວຈຳນວນ 5.000 ໂດລາ ຊຶ່ງ 2 ອົງການນີ້ຈະໝູນໃຊ້ເງິນທຶນໃນການສະໜອງໃນການພັດທະນາເຂດຊຸມຊົນມີຄວາມສະອາດ ແລະກວດກາເກັບກູ້ລະເບີດທີ່ບໍ່ທັນແຕກໃນແຂວງຫົວພັນປະເທດລາວ.

-------------------

ໜັງສືພິມເສດຖະກິດ-ສັງຄົມ