ລາວ ແລະຫວຽດນາມ ເຊັນສັນຍາເອກະສານຮ່ວມມື 8 ສະບັບ

ໂດຍຕອບສະໜອງຕາມຄຳເຊີນຂອງທ່ານ ຫງວຽນ ຊວັນ ຟຸກ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ, ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວພ້ອມດ້ວຍພັນລະຍາ ແລະຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງໄປ ຢ້ຽມຢາມຢ່າງເປັນທາງການທີ່ ສສ ຫວຽດນາມ, ໃນລະຫວ່າງວັນທີ 1-3 ຕຸລາ 2019, ເພື່ອຮັດແໜ້ນ ແລະເສີມຂະຫຍາຍສາຍພົວພັນມິດຕະພາບທີ່ເປັນ ມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງ ປະເທດລາວ-ຫວຽດນາມ.

  ຄະນະຜູ້ແທນຂັ້ນສູງຂອງລາວນຳໂດຍທ່ານ ທອງລຸນ ສີສຸລິດ ໄດ້ເດີນທາງເຖິງນະຄອນຫຼວງຮ່າໂນ້ຍ, ໃນວັນທີ 1 ຕຸລາ 2019 ຊຶ່ງໄດ້ມີພິທີຕ້ອນຮັບຢ່າງເປັນທາງ ການ ແລະ ສົມກຽດໂດຍທ່ານ ຫງວຽນ ຊວັນ ຟຸກ ທີ່ສຳນັກງານປະທານປະເທດຫຼັງຈາກສຳເລັດພິທີຕ້ອນຮັບຢ່າງເປັນທາງການທ່ານນາຍົກລັດຖະມົນຕີ ຫງວຽນ   ຊວັນ ຟຸກ ພ້ອມດ້ວຍການນຳຂັ້ນສູງຂອງ ສສ ຫວຽດນາມ ໄດ້ດຳເນີນການພົບປະສອງຝ່າຍກັບທ່ານນາຍົກລັດຖະມົນຕີ ທ່ານ ທອງລຸນ ສີສຸລິດ ແລະຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ, ທີ່ຫ້ອງວ່າການລັດຖະບານ.

  ໃນໂອກາດດັ່ງກ່າວທ່ານ ທອງລຸນ ສີສຸລິດ ໄດ້ຕີລາຄາສູງ ແລະ ຊົມເຊີຍຢ່າງສຸດໃຈຕໍ່ບັນດາຜົນສຳເລັດອັນສຳຄັນ, ຮອບດ້ານ ແລະ ມີຄວາມໝາຍປະຫວັດອ້າຍນ້ອງຍາດມາໄດ້ພາຍໃຕ້ການນຳພາອັນຖືກຕ້ອງຂອງພັກກອມມູນິດຫວຽດນາມໃນໄລຍະຜ່ານມາເຮັດໃຫ້ທົ່ວປະເທດໄດ້ມີສະຖຽນລະພາບທາງດ້ານການເມືອງ, ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປົວແປງດີຂຶ້ນເປັນກ້າວໆ, ບົດບາດອິດທິພົນຊື່ສຽງຂອງຫວຽດນາມນັບມື້ນັບໄດ້ຮັບການຍົກສູງຂຶ້ນໃນເວທີພາກພື້ນ ແລະສາກົນພິເສດໃນປີ 2020 ນີ້, ສສ ຫວຽດນາມ ກໍຈະໄດ້ເປັນປະທານອາຊຽນ ແລະເປັນປະທານໄອປາອີກດ້ວຍ.

  ນອກຈາກນີ້, ໃນການພົບປະສອງຝ່າຍໄດ້ຮ່ວມກັນທົບທວນຄືນການຈັດຕັ້ງປະຕິບັດບັນດາໂຄງການ ແລະເອກະສານຮ່ວມມືສອງຝ່າຍກໍຄືການຕົກລົງຂອງການນຳຂັ້ນສູງຂອງສອງປະເທດໃນທຸກໆດ້ານຕະຫຼອດໄລຍະຜ່ານມາ ແລະວາງແຜນການຮ່ວມມືໃນຕໍ່ໜ້າ, ເປັນຕົ້ນແມ່ນການຮ່ວມມືດ້ານການເມືອງ, ການຕ່າງປະເທດ, ປ້ອງ ກັນຊາດ-ປ້ອງກັນຄວາມສະຫງົບ, ການຮ່ວມມືດ້ານຊາຍແດນ, ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ພະລັງງານ ແລະແຮ່ທາດ, ໂຍທາທິການ ແລະຂົນສົ່ງ, ການຮ່ວມມືດ້ານການເງິນ, ການຮ່ວມມືດ້ານການສຶກສາ ແລະ ພັດທະນາຊັບພະຍາກອນມະນຸດ, ຕະຫຼອຮອດການພົວພັນຮ່ວມມືລະຫວ່າງບັນດາກະຊວງ, ອົງການ, ຂະແໜງການ, ອົງການຈັດຕັ້ງມະຫາຊົນ ແລະບັນດາທ້ອງຖິ່ນ.

 ໃນໂອກາດຢ້ຽມຢາມຄັ້ງນີ້, ນາຍົກລັດຖະມົນຕີທັງສອງໄດ້ຮ່ວມລົງນາມ ແລະເປັນສັກຂີພິຍານໃນການລົງນາມເອ ກະສານຮ່ວມມືສອງຝ່າຍຈຳນວນ 8 ສະບັບ ຄື:1.) ອະນຸສັນຍາວ່າດ້ວຍການ ດັດແກ້ສັນຍາລະຫວ່າງລັດຖະບານ ແຫ່ງ ສປປ ລາວ ແລະລັດຖະບານແຫ່ງ ສສ ຫວຽດນາມວ່າດ້ວຍໂຄງການກໍ່ ສ້າງຫໍສະພາແຫ່ງຊາດລາວ; 2.) ຂໍ້ຕົກ ລົງລະຫວ່າງກະຊວງແຜນການ ແລະ ການລົງທຶນລາວ ແລະກະຊວງແຜນການ ແລະການລົງທຶນຫວຽດນາມວ່າດ້ວຍ ການສ້າງຍຸດທະສາດການຮ່ວມມືເສດ ຖະກິດ, ວັດທະນະທຳ, ສຶກສາ, ວິທະຍາສາດເຕັກໂນໂລຊີລະຫວ່າງລາວ-ຫວຽດນາມ ໄລຍະ 2021-2030 ແລະສັນ ຍາວ່າດ້ວຍການຮ່ວມມືໄລຍະ 5 ປີ (2021-2025); 3.) ບົດບັນທຶກຄວາມເຂົ້າໃຈລະຫວ່າງກະຊວງການເງິນແຫ່ງ ສປປ ລາວ ແລະ ກະຊວງການເງິນແຫ່ງ ສສ ຫວຽດນາມ ກ່ຽວກັບການສະ ໜອງເງິນກູ້ໃຫ້ໂຄງການລົງທຶນກໍ່ສ້າງເສັ້ນທາງແຕ່ພູທິດເຜີ້ງ,ແຂວງຫຼວງພະບາງ, ລາວຫາຊາຍແດນ ນາຊອນໃຫ້ເມືອງ ດ້ຽນບຽນດົງ, ແຂວງດ້ຽນບຽນ, ຫວຽດ ນາມ; 4.) ບົດບັນທຶກຄວາມເຂົ້າໃຈລະຫວ່າງທະນາຄານແຫ່ງ ສປປ ລາວ ແລະທະນາຄານແຫ່ງຊາດຫວຽດນາມວ່າດ້ວຍການຮ່ວມມືເຄື່ອນໄຫວຈຸດສຸມດ້ານທະນາ ຄານໄລຍະ 2019-2024.5.) ແຜນການສ້າງແຜນຮ່ວມມືລາວ-ຫວຽດນາມ ໃນຂົງເຂດການສຶກສາ ແລະພັດທະນາຊັບພະຍາກອນມະນຸດໄລຍະ 2021-2030 ລະຫວ່າງກະຊວງສຶກສາທິການ ແລະ ກີລາລາວ ແລະກະຊວງສຶກສາ ແລະກໍ່ສ້າງຫວຽດນາມ. 6.) ບົດບັນທຶກຄວາມ ເຂົ້າໃຈລະຫວ່າງກະຊວງພະລັງງານ ແລະບໍ່ແຮ່ຂອງລາວ ແລະກະຊວງອຸດສາຫະກຳການຄ້າຫວຽດນາມວ່າດ້ວຍການຮ່ວມມືຊຸກຍູ້ຊື້-ຂາຍໄຟພະລັງງານ ລົມ; 7.) ມອບຮັບໃບຢັ້ງຢືນນຳເຂົ້າ ໄຟຟ້າຈາກເຂື່ອນນໍ້າກົງ 2,3 ນໍ້າອີມູນ ແລະນໍ້າອາງຂອງບໍລິສັດຈະເລີນເຊກອງລາວ ແລະ ບໍລິສັດຫຸ້ນສ່ວນໂຊງດາ 5 ຫວຽດນາມ; 8.) ບົດບັນທຶກຄວາມເຂົ້າໃຈລະຫວ່າງກະຊວງໂຍທາທິ ການ ແລະ ຂົນສົ່ງລາວ ແລະບໍລິສັດຫຸ້ນສ່ວນເດີນອາກາດຫວຽດແຈັດ (Viet Jet) ວ່າດ້ວຍການຮ່ວມມືພັດທະນາການບິນພົນລະເຮືອນ ແລະ ການຮ່ວມລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ.

----------------------

ໜັງສືພິມເສດຖະກິດ-ສັງຄົມ