ສສຊ ເຂດເລືອກຕັ້ງ 15 ປະຊຸມປະຈຳປີ

 ວັນທີ 22 ມັງກອນ 2019 ກອງປະຊຸມປະຈໍາປີ 2018 ຂອງສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 15 ແຂວງຈໍາປາສັກໄດ້ເປີດຂຶ້ນທີ່ນະຄອນປາກເຊ ແຂວງຈໍາປາສັກ, ໂດຍການເປັນປະທານຂອງທ່ານ ເມກສະຫວັນ ພົມພິທັກ ປະທານຄະນະສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ, ໂດຍການເຂົ້າຮ່ວມຂອງທ່ານ ບຸນຖອງ ດີວິໄຊ ເຈົ້າແຂວງໆຈໍາປາສັກ, ມີບັນດາທ່ານຄະນະສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ15 ເຂົ້າຮ່ວມພ້ອມດ້ວຍບັນດາທ່ານ ແຂກຜູ້ແທນທີ່ກ່ຽວຂ້ອງເຂົ້າຮ່ວມ.

  ໃນກອງປະຊຸມທ່ານ ເມກສະຫວັນ ພົມພິທັກ ໄດ້ກ່າວລາຍງານວ່າ: ກອງປະຊຸມປະຈໍາປີ 2018 ຂອງຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ແມ່ນກອງປະຊຸມຮ່ວມກັນຄົ້ນຄວ້າ, ພິຈະລະນາ ແລະຮັບຮອງເອົາບັນຫາສໍາຄັນຕ່າງໆໃນການເຄື່ອນໄຫວວຽກງານຕາມພາລະບົດ ບາດ, ສິດ ແລະໜ້າທີ່ຂອງຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງຊຶ່ງກອງປະຊຸມພວກເຮົາຈະໄດ້ສຸມໃສ່ພິຈະລະນາ ແລະຕົກລົງບັນຫາສໍາຄັນດັ່ງນີ້: ໜຶ່ງພິຈະລະນາ ແລະຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດວຽກງານປະຈໍາປີ 2018 ແລະທິດທາງແຜນການປະຈໍາປີ 2019 ຂອງຄະນະສະມາ ຊິກພັກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ, ພິຈະລະນາຜົນການຕິດຕາມກວດກາການເຊົ່າ, ສໍາປະທານເນື້ອທີ່ດິນຂອງບໍລິສັດພາ ຍໃນ ແລະຕ່າງປະເທດຢູ່ເມືອງມຸນລະປາໂມກ, ພິຈະລະນາ, ຮັບຟັງການລາຍງານຫຍໍ້ກ່ຽວກັບຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ VIII.

  ພ້ອມດຽວກັນນີ້ກອງປະຊຸມແມ່ນຍັງມີຄວາມໝາຍຄວາມສໍາຢ່າງຍິ່ງໃນການສືບຕໍ່ຈັດຕັ້ງຈັດຕັ້ງຜັນຂະຫຍາຍແຜນການ 5 ປີ ຂອງສະພາແຫ່ງຊາດມາ   ເປັນແຜນການປະຈໍາປີ 2019 ຂອງຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ, ເພື່ອບັນລຸຄາດໝາຍດ່ັງກ່າວ, ສະນັ້ນ ຈິ່ງຮຽກຮ້ອງບັນດາທ່ານສະມາຊິກສາພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 15 ຈົ່ງໄດ້ສຸມສະຕິປັນຍາ, ເສີມຂະຫຍາຍປະຊາທິປະໄຕ ແລະ ຄວາມເປັນເຈົ້າ ການຄົ້ນຄວ້າ, ປະກອບຄໍາຄິດຄໍາເຫັນຕໍ່ບັນຫາເນື້ອໃນຕ່າງໆທີ່ນໍາມາພິຈະລະນາໃນກອງປະຊຸມຄັ້ງນີ້.