ສາລະວັນ ມີສະຖານທີ່ທ່ອງທ່ຽວ ເກືອບ 100 ແຫ່ງ

   ປະຈຸບັນແຂວງສາລະວັນມີສະຖານທີ່ທ່ອງທ່ຽວທາງທຳມະຊາດ,ວັດທະນະທຳ ແລະປະຫວັດສາດ ທັງໝົດເກືອບ 100 ແຫ່ງ ໃນນັ້ນມີຫຼາກຫຼາຍສະຖານທີ່ທ່ອງ ທ່ຽວທີ່ໂດດເດັ່ນຂອງແຂວງຄື:ແຫຼ່ງທ່ອງທ່ຽວອຸທິຍານພູຜາສຸກ,ປ່ານສະຫງວນແຫ່ງຊາດເຊບັ້ງ ນວນ,ປ່ານສະຫງວນແຫ່ງຊາດພູຊຽງທອງ,ບັນດາໝູ່ບ້ານຊົນ ເຜົ່າ,ນໍ້າຕົກຕາດ,ສວນແຄນ,ຫໍໄຕປີດົກ, ບຶງຫຼົ່ມໂລກ ແລະອື່ນໆຊຶ່ງສ້າງຊື່ສຽງດ້ານການທ່ອງທ່ຽວໃຫ້ກັບແຂວງສາລະວັນບໍ່ນ້ອຍໜ້າຈາກແຂວງອື່ນ ແລະໃນເຄິ່ງ ປີ 2019 ນີ້ ທົ່ວແຂວງສາມາດດຶງດູູດນັກທ່ອງທ່ຽວໄດ້ 66 ພັນກວ່າຄົນສ້າງລາຍຮັບໄດ້ 8,61 ລ້ານໂດລາ ຫຼື ປະມານ 75 ຕື້ກວ່າກີບ.

ອີງຕາມຂໍ້ມູນຈາກຂະແໜງ ທ່ອງທ່ຽວແຂວງສາລະວັນ ໃຫ້ຮູ້ວ່າ: ແຂວງສາລະວັນ ປະກອບມີ10 ຊົນເຜົ່າ, ມີ 8 ຕົວເມືອງ ອາຊີບສ່ວນໃຫຍ່ຂອງປະຊາຊົນ ແມ່ນເຮັດນາ ແລະ ປັນແຂວງທີ່ຢູ່ທາງພາກໃຕ້ຂອງປະເທດ, ມີຊາຍແດນຕິດຈອດກັບ 3 ແຂວງ ແລະ 2 ປະເທດຄື: ທິດເໜືອຕິດກັບແຂວງສະຫວັນນະເຂດ, ທິດໃຕ້ຕິດກັບແຂວງຈຳປາສັກແລະເຊກອງ,ທິດຕາເວັນອອກຕິດກັບ ສສ ຫວຽດນາມ ແລະທິດຕາເວັນຕົກຕິດກັບປະເທດໄທ;ສ່ວນພະແນກຖະແຫຼງຂ່າວວັດທະນະທຳ ແລະທ່ອງ ທ່ຽວ ແຂວງສາລະວັນປະກອບມີ 7 ແໜງການ ແລະ4 ກອງວິຊາການ ຄື:ຂະແໜງທ່ອງທ່ຽວ,ຂະແໜງ ວັດທະນະທຳ, ຂະແໜງຖະແຫຼງ ຂ່າວ,ຂະແໜງວິຈິດສິນ ແລະມໍລະດົກ, ຂະແໜງບໍລິຫານ, ຂະແໜງກວດກາ ແລະຂະແໜງຈັດຕັ້ງ,ກອງວິຊາການປະກອບມີກອງວິຊາການຫໍສະໝຸດ, ສູນວັດທະນະທຳເດັກ ,ວິທະຍຸ-ໂທ ລະພາບແລະຫໍພິຕະພັນ, ມີພະນັກງານທັງ ໝົດທົ່ວແຂວງ 136 ຄົນ, ຍິງ 44 ຄົນ, ໃນນັ້ນ ຂັ້ນແຂວງ 79 ຄົນ, ຍິງ 30 ຄົນ ແລະຂັ້ນເມືອງ 57 ຄົນ, ຍິງ 15 ຄົນ.

ສະເພາະຂະແໜງທ່ອງທ່ຽວນີ້ປະກອບມີ 4 ໜ້າວຽກໃຫຍ່ຄື:ວຽກພັດທະນາແຫຼ່ງທ່ອງທ່ຽວ,ຄຸ້ມຄອງການທ່ຽວທ່ຽວ,ໂຄສະນາ ການທ່ອງທ່ຽວ ແລະວຽກງານຄຸ້ມຄອງບຸກຄະລະກອນການທ່ອງທ່ຽວ,ຊຶ່ງມີພະນັກງານທັງໝົດ 14 ຄົນ ຍິງ 4 ຄົນ,ມາຮອດປະ ຈຸບັນນີ້ໄດ້ສຳຫຼວດ ແລະມີແຫຼ່ງ ທ່ອງທ່ຽວທັງໝົດ 96 ແຫ່ງ,ໃນນັ້ນແຫ່ງທ່ອງທ່ຽວທາງທຳມະຊາດ 53 ແຫ່ງ,ວັດທະນະທຳ 37 ແຫ່ງ ແລະປະຫວັດສາດ 6 ແຫ່ງ,ສະຖານທີ່ທ່ອງທ່ຽວທີ່ເດັ່ນຂອງແຂວງມີ:ແຫຼ່ງທ່ອງທ່ຽວອຸທິຍານພູຜາສຸກປ່າສະຫງວນແຫ່ງຊາດເຊບັ້ງນວນ,ປ່າສະຫງວນແຫ່ງຊາດພູຊຽງທອງ,ໝູ່ບ້ານກະຕັງ,ໝູ່ບ້ານຕະໂອ້ຍ,ຊົນເຜົ່າລເວນ,ນອກຈາກນັ້ນກໍ່ມີນໍ້າກຕາດເຊເສັດ, ຕາດເລາະ,ວັງຄໍາ, ແກ້ງກຸ,ນຳຕົກຕາດເທວະດາ,ສວນແຄນ,ຫໍໄຕປີດົກວັດກາງ,ບຶງຫຼົ່ມໂລກ,ບຶງແຂ້,ບຶງກຸດຈະເກີງ ແລະອື່ນໆ,ທົ່ວແຂວງມີໂຮງ ແຮມທັງໝົດ 23 ແຫ່ງ,ເຮືອນ ພັກ 27 ແຫ່ງ, ຮ້ານອາຫານ 47ແຫ່ງ,ຮ້ານຄາລາໂອເກະ 3 ຮ້ານ ແລະຮ້ານກິນດື່ມ 64 ແຫ່ງ, ມີບໍ ລິສັດນຳທ່ຽວ 3 ບໍລິສັດ.

ສໍາລັບປີ 2019 ນີ້ ແຂວງ ສາລະວັນໄດ້ຄາດຄະເນຈະມີນັກທ່ອງທ່ຽວເຂົ້າມາທ່ຽວທັງໝົດປະມານ 143,461 ເທື່ອຄົນ, ຊຶ່ງໃນ 6 ເດືອນຕົ້ນປີທົ່ວແຂວງສາມາດດຶງດູູດນັກທ່ອງທ່ຽວເຂົ້າມາທ່ຽວ ໄດ້ 66.972 ເທື່ອຄົນເທົ່າກັບ 59% ໃນນີ້ນັກທ່ອງທ່ຽວພາຍໃນ 38.380 ຄົນ ເທົ່າກັບ 41% ຊຶ່ງສາມາດສ້າງລາຍຮັບໄດ້ 8,61 ລ້ານໂດລາ ຫຼື ປະມານ 75 ຕື້ ກວ່າກີບ ແລະຄາດວ່າໃນທ້າຍປີຈະສ້າງແຫຼ່ງທ່ອງທ່ຽວທາງທໍາມະຊາດໃຫ້ໄດ້ຕື່ມ 1 ແຫ່ງ ແລະສູ້ຊົນດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວໃຫ້ໄດ້ຕາມແຜນທີ່ວາງໄວ້.

---------------

 ໜັງສືພິມເສດຖະກິດ-ສັງຄົມ