ອີຊຸຊູ ລາວບໍລິການມີສ່ວນຫຼູດສູງເຖີງ 30 ລ້ານກີບ ໃຫ້ລູກຄ້າ

  ບໍລິສັດ ອີຊຸຊູ ລາວບໍລິການ ຈຳກັດ ເປັນບໍລິສັດຈຳໜ່າຍລົດອີຊຸຊູທຸກລຸ້ນທີ່ເນັ້ນການບໍລິການວ່ອງໄວເພື່ອສ້າງຄວາມເພ່ິງພໍໃຈໃຫ້ກັບລູກຄ້ານອກນັ້ນຍັງເນັ້ນບໍລິການຫຼັງການຂາຍປະຈຸບັນລູກຄ້າໃຫ້ຄວາມສົນໃຈຫຼາຍເປັນພິເສດຊຶ່ງສັງເກດໄດ້ຈາກຍອດຂາຍທີ່ເພີ່ມຂຶ້ນໃນແຕ່ລະປີສຳລັບໃນງານວາງສະແດງລົດວຽງຈັນມໍເຕີເອັກສະໂປ 2019 ຕັ້ງເປົ້າຂາຍ 30 ຄັນ ພ້ອມສ່ວນຫຼຸດສູງ ສຸດເຖິງ 30 ລ້ານ ສຳລັບລູກຄ້າທີ່ຈັບຈອງລົດພາຍໃນງານທັງນີ້ຍັງມີສິດລຸ້ນຮັບໂຊກທ້າຍປີລວມເຖິງ 99 ລາງວັນສະ ເພາະລາງວັນໃຫຍ່ສຸດຄຳ 19 ບາດ.

  ທ່ານ ວິຣະໄຊຄຳ ພິລາພັນເດຊ ອຳນວຍການບໍລິສັດອີຊຸຊູລາວບໍລິການ ຈຳກັດ ໃຫ້ສຳພາດວ່າ: ການຈຳໜ່າຍ ລົດອີຊຸຊູ ໃນປີ 2019 ເຫັນວ່າຄວາມຕ້ອງການຂອງລູກຄ້າແມ່ນຫຼາຍແຕ່ກຳລັງຊື້ຍັງມີໜ້ອຍຍ້ອນໄພທຳມະຊາດນໍ້າຖ້ວມຢູ່ຫຼາຍແຂວງແນວໃດກໍດີເມື່ອເບິ່ງຍອດຂາຍນັບແຕ່ເດືອນມັງກອນຫາເດືອນສິງຫາ ປີ 2019 ຍອດຈຳໜ່າຍລົດໄດ້ຫຼາຍກວ່າປີຜ່ານມາເພີ່ມຂຶ້ນ 10%, ຍ້ອນບັນດາບໍລິສັດສິນເຊື່ອເຂົ້າມາແຂ່ງຂັນກັນຫຼາຍຂຶ້ນ, ອັດຕາດອກເບ້ຍຫຼຸດລົງ, ເຮັດໃຫ້ຍອດຂາຍລົດດີກວ່າຄາດໝາຍໄວ້ທຽບໃສ່ປີຜ່ານມາສະເພາະລົດອີຊຸຊູທີ່ທາງບໍລິສັດມີຈຳໜ່າຍແມ່ນມີທັງລຸ້ນເຕ້ຍ 4x2, ຍົກສູງ 4x2, ກະບະ 4x4, ລົດຈິບ ມີທັງລຸ້ນ 4x4 ແລະ 4x2, ລົດບັນທຸກຊຶ່ງປີນີ້ເຫັນວ່າໄດ້ຂາຍດີຂຶ້ນເນື່ອງຈາກມີສິນເຊື່ອເລື່ອງລົດບັນທຸກ, ມີການຮ່ວມມືກັບບໍລິສັດສິນເຊື່ອຫຼາຍບໍລິສັດ ແລະທະນາຄານ.

 ສຳລັບພາຍໃນງານວາງສະແດງລົດນານາຊາດວຽງຈັນຄັ້ງທີ 3 ແມ່ນເປັນກິດຈະກຳອັນດີເພາະຊ່ວຍໃຫ້ຜູ້ຊົມໃຊ້ໄດ້ຊົມເບິ່ງມີທາງເລືອກຜະລິດຕະພັນຫຼາຍຂຶ້ນເປັນຜົນດີຂອງຜູ້ຊົມໃຊ້ ແລະຜູ້ ປະກອບການກໍມີຜົນດີ ເນື່ອງຈາກໄດ້ມີການປຶກສາຫາລືກັນເບິ່ງຜະລິດຕະພັນ ຂອງກັນ ແລະກັນ, ຊຶ່ງບໍລິສັດໄດ້ນຳລົດ ເຂົ້າມາວາງສະແດງ 2 ລຸ້ນຄື: ມິວເອັກ ບລູພາວເວີ ແລະດີເມັກ ບລູພາວເວີປະຈຸບັນຍອດຈັບຈອງໃນງານເກືອບເຄິ່ງ ຂອງແຜນຄາດໝາຍໄວ້ 30 ຄັນນອກນັ້ນ ພາຍໃນງານດັ່ງກ່າວບໍລິສັດຍັງມີໂປຣ ໂມຊັ້ນຕ່າງໆໃຫ້ລູກຄ້າ, ມີສ່ວນຫຼຸດຫຼາກ ຫຼາຍຢ່າງແລະຂອງແຖມຈຳນວນຫຼາຍ ເປັນຕົ້ນລາຄາ, ດອກເບ້ຍ, ປະກັນໄພ ແລະອື່ນໆ ໂດຍມີສ່ວນຫຼຸດສູງສຸດ 30 ລ້ານກີບ ພ້ອມທັງລຸ້ນຮັບໂຊກທ້າຍປີລວມມີເຖິງ 99 ລາງວັນ, ລາງວັນໃຫຍ່ສຸດຄຳ 19 ບາດ, ຄຳ 9 ບາດ, ລົດຈັກ, ຕູ້ເຢັນ, ໂທລະພາບ ແລະ ອື່ນໆ, ງານວາງສະ ແດງລົດນານາຊາດວຽງຈັນມໍເຕີເອັກສະໂປ 2019 ຈັດຂຶ້ນລະຫວ່າງວັນທີ 28 ກັນຍາ ຫາ ວັນທີ 6 ຕຸລາ 2019.

 ---------------------

ໜັງສືພິມເສດຖະກິດ-ສັງຄົມ