ວິສາທອນ ຜູ້ໂຊກດີຮັບລົດຟອດ

 ທ່ານ ວິສາທອນ ນົງວໍຣະຣາດ ກາຍເປັນຜູ້ໂຊກດີປະຈຳ ປີ 2019 ທີ່ໄດ້ຮັບລາງວັນລົດຟອດ ແຣງເຈີ ເອັກແອວ 1 ຄັນ ຈາກບໍລິສັດ ລາວ ຟອດ ຊິຕີ ຕົວ ແທນຈຳໜ່າຍລົດຟອດປະຈຳ ສປປ ລາວ ຈາກງານຈັບສະຫຼາກຄືນກຳໄລໃຫ້ກັບລູກຄ້າທີ່ໄວ້ວາງໃຈໃນການຊົມໃຊ້ລົດຟອດນອກນັ້ນຍັງມີລາງວັນລົດຟອດອີໂຄສະປອດ ຫຼື “Ecosport” ແລະລາງວັນອື່ນໆອີກຫຼາກຫຼາຍ.

 ເມື່ອຕອນແລງວັນທີ 16 ມັງກອນ ຜ່ານມາທີ່ໂຮງແຮມ ຄຣາວພລາຊາ ນະຄອນຫຼວງວຽງຈັນ, ບໍລິສັດລາວຟອດຊິຕີ ຕົວແທນຈຳໜ່າຍລົດຟອດໜຶ່ງດຽວໃນ ສປປ ລາວ ໄດ້ຈັດງານຈັບສະຫຼາກມອບໂຊກໃຫ້ກັບລູກຄ້າໂດຍລາງວັນທີ 1 ແມ່ນ ລົດຟອດ ແຣງເຈີ ເອັກແອວ ຈຳນວນ 1 ຄັນ, ລາງວັນທີ 2 ລົດຟອດ ອີໂຄສະປອດ ຈຳນວນ 1, ລາງວັນທີ 3 ສາຍຄໍຄຳໜັກ 1 ບາດ ຈຳນວນ 5 ລາງວັນ, ລາງວັນທີ 4 ໂທລະສັບໄອໂຟນ 8 ຈຳນວນ 5 ລາງວັນ ແລະລາງວັນທີ 5 ບັດນ້ຳມັນ ລາຄາ 4 ແສນກີບ ຈຳນວນ 30 ລາງວັນ.

  ຊຶ່ງໂປຣໂມຊັນນີ້ແມ່ນເລີ່ມຕັ້ງແຕ່ 21 ພຶດສະພາ 2018 ຈົນຮອດ 15 ມັງກອນ 2019 ເພື່ອເປັນການຄືນກໍາໄລໃຫ້ກັບລູກຄ້າທີ່ໄວ້ວາງໃຈໃນລົດຟອດ, ໂດຍເງື່ອນໄຂລຸ້ນໂຊກກໍງ່າຍໆພຽງແຕ່ລູກຄ້າທ່ານໃດທີ່ຊື້ຫຼື ຜ່ອນລົດຟອດທຸກລຸ້ນຕັ້ງແຕ່ໄລຍະເດືອນພຶດສະພາ 2018 ຫາວັນທີ 15 ມັງກອນ ປີ 2019ກໍຈະມີສິດລຸ້ນຮັບລາງວັນໃຫຍ່ໂດຍຈະມີຄູປອງເພື່ອລຸ້ນຮັບໂຊກ.

  ພາຍໃນງານແມ່ນເຕັມໄປດ້ວຍບັນດາແຂກຜູ້ມີກຽດ ແລະສັກຂີພິຍານຜູ້ຊົງຄຸນວຸດທິທີ່ເປັນກຽດໃນການຈັບສະຫຼາກໃນຄັ້ງນີ້. ຜ່ານການຈັບສະຫຼາກ ແລະ ການລຸ້ນແບບລະທຶກໃຈຂອງລູກຄ້າທີ່ຊື້ລົດຟອດໃນໄລຍະເວລາດັ່ງກ່າວສຸດທ້າຍຜົນທີ່ລໍຄອຍກໍອອກມາຜູ້ໂຊກດີທີ່ໄດ້ຮັບລາງວັນທີ 1 ລົດຟອດ ແຣງເຈີ ເອັກແອວ ຈຳນວນ 1 ຄັນ ໄດ້ແກ່ ທ່ານ ວິສາທອນ ນົງວໍຣະຣາດ  ແລະລາງວັນທີ 2 ລົດຟອດອີໂຄສະປອດຕົກເປັນຂອງທ່ານ ນາງ ວຽງແກ້ວ ແກ້ວມີໄຊ.