ມູນນິທິເມແບັງ ຝືກອາຊີບໃຫ້ຄົນພິການ ແລະ ດ້ອຍໂອກາດ

    ໃນວັນທີ 18 ມັງກອນຜ່ານມາທີ່ໂຮງແຮມອ່າງຄໍາ ນະຄອນຫຼວງວຽງຈັນ ທະນາຄານເມແບັງ (ມູນິທິເມແບັງ) ໄດ້ຈັດພິທີເປີດໂຄງການ R.i.s.e ການ ເຂົ້າເຖິງອິດສະຫຼະພາບທາງດ້ານການເງິນ ແລະການປະກອບການທາງດ້ານທຸລະກິດແບບຍືນຍົງ ແລະຝຶກອົບຮົມປະກອບອາຊີບໃຫ້ແກ່ກຸ່ມຄົນພິການ ແລະ ຂາດໂອກາດໂດຍການເປັນປະທານຂອງ ທ່ານ Shhril Azuar Jimin ຜູ້ອໍານວຍການໃຫຍ່ທະນາຄານເມແບັງມີທ່ານ Mohd Aini Atan ເອກອັກຄະລະຊະທູດມາເລເຊຍປະຈໍາລາວພ້ອມດ້ວຍຄະນະ ແລະແຂກຖືກເຊີນເຂົ້າຮ່ວມທ່ານ ພອນແກ້ວ ລັດຕະນະວົງ ຮອງປະທານ.

  ໂຄງການ R.i.s.e ເປັນແຜນງານຂອງມູນິທິເມແບັງເພື່ອສ້າງຄວາມສາມາດໃຫ້ແກ່ບັນດາຜູ້ເຂົ້າຮ່ວມການຝຶກອົບຮົມຕາມໂຄງການແບບແຜນອົບຮົມ ແລະ ການໃຫ້ຄໍາປຶກສາ, ໂດຍເນັ້ນໃສ່ການພັດທະນາທັກສະໃນການເຮັດທຸລະກິດ ແລະ ການບໍລິຫານທາງດ້ານການເງິນ ແລະ ນີ້ແມ່ນຜົນສໍາເລັດຂອງໄລຍະ 1 ແລະ 2 ຂອງໂຄງການນີ້ຊຶ່ງໄດ້ເລີ່ມໃນປີ 2014 ແລະໄດ້ບັນລຸເຖິງ 5 ພັນຄົນພິການ ແລະ ດ້ອຍໂອກາດໃນນັ້ນມີປະເທດມາເລເຊຍ, ອິນໂດນິເຊຍ ແລະຟິລິບປິນ.

  ມູນິທິໄດ້ຈັດສັນເບື້ອງຕົ້ນເປັນເງິນຈໍານວນ 1,3 ຕື້ກີບ ເຂົ້າໃນໂຄງການ R.i.s.e ສະເພາະຢູ່ລາວ-ອອກທຶນໂດຍ Maybank ລາວເພື່ອສະໜັບສະໜູນ ໂຄງການຊ່ວຍເຫຼືອທາງສັງຄົມຂອງບໍລິສັດ. ພາຍໃຕ້ໂຄງການນີ້, ຜູ້ທີ່ຖືກເລືອກເຂົ້າຮ່ວມຝຶກອົບຮົມດ້ານການປະກອບອາຊີບ ແລະການບໍລິການທາງດ້ານການເງິນໃນໄລຍະ 3 ວັນ, ຕາມດ້ວຍໃຫ້ການສຶກສາເປັນເວລາອີກ 6 ເດືອນ ທີ່ພວກເຂົ້າຈະໄດ້ຝຶກອົບຮົມ ແລະແນະນໍາໃນການພັດທະນາທັກສະການເຮັດທຸລະກິດເພື່ອຊ່ວຍບັນລຸການເພີ່ມລາຍຮັບ ແລະ ການນໍາລົງຊີວິດຂອງເຂົາເຈົ້າ.

  ໂຄງການ  RISE ມີຈຸດປະສົງວ່າໃຫ້ບັນລຸຢ່າງໜ້ອຍ 40% ໃນຜູ້ເຂົ້າຮ່ວມໄດ້ທີ່ມີລາຍໄດ້ເພີ່ມຂຶ້ນ 100% ພາຍໃນສາມເດືອນ, ໃນໄລຍະທີ່ 3 ໄດ້ຝຶກ ອົບຮົມຜູ້ເຂົ້າຮ່ວມຫຼາຍກວ່າ 800 ຄົນ ໃນປະເທດມາເລເຊຍ, ຫຼາຍກວ່າ 1800 ຄົນ ບັນລຸປະມານ 364,4% ,ໃນປະເທດອິນໂດນິເຊຍ ແລະຫຼາຍກວ່າ 800 ຄົນ ບັນລຸປະມານ 338,3% ໃນປະເທດຟິລິບປິນ ບັນລຸປະມານ 620,8%. ສໍາລັບການຝຶກອົບຮົມທົດລອງໃນລາວຜູ້ເຂົ້າຮ່ວມ 200 ຄົນຈາກນະຄອນຫຼວງວຽງຈັນ ທີ່ໄດ້ຖືກກໍານົດໂດຍມູນິທິຂອງ Maybank.