ເຜີຍແຜ່ມາດຕະຖານໂຮງແຮມຂຽວອາຊຽນທີ່ຫຼວງນໍ້າທາ

  ວັນທີ 26 ກັນຍາ ຜ່ານມາ ຢູ່ທີ່ສູນຝຶກອົບຮົມຖະແຫຼງຂ່າວ,ວັດທະນະທຳ ແລະທ່ອງທ່ຽວແຂວງຫຼວງນໍ້າທາໄດ້ເຜີຍແຜ່ມາດຕະຖານໂຮງແຮມຂຽວອາຊຽນ ໂດຍການເປັນປະທານ ຂອງທ່ານ ບຸນມາ ເພັດສາວົງຫົວໜ້າກົມຄຸ້ມຄອງການທ່ອງທ່ຽວກະຊວງຖະແຫຼງຂ່າວ,ວັດທະນະທຳ ແລະທ່ອງທ່ຽວ,ທ່ານ ສີວິໄລປັນ   ແກ້ວຫົວໜ້າພະແນກ ຖວທ ແຂວງ,ມີຫົວໜ້າຫ້ອງການ ຖວທ ເມືອງ 5 ເມືອງ, ຂະແໜງທ່ອງ ທ່ຽວ,ຕຳຫຼວດທ່ອງທ່ຽວ,ຜູ້ປະກອບການທຸລະກິດ ເຮືອນພັກ, ໂຮງ ແຮມ, ສະມາຄົມທຸລະກິດທ່ອງ ທ່ຽວເຂົ້າຮ່ວມ. ທ່ານ ນາງ ອາລຸນນີ ປັນຍາ ສິດ ຮອງຫົວໜ້າພະແນກມາດຕະ ຖານການທ່ອງທ່ຽວ ແລະການຄຸ້ມຄອງການລົງທຶນກົມຄຸ້ມຄອງການທ່ອງທ່ຽວໄດ້ສະເໜີຄວາມເປັນມາຂອງມາດຕະຖານໂຮງແຮມຂຽວອາຊຽນ ຊຶ່ງມີ 8 ມາດ ຖານ ຄື:ມາດຕະຖານໂຮງແຮມຂຽວອາຊຽນ,ການບໍລິການສະປາອາຊຽນ,ມາດຕະຖານເຮືອນພັກແຮມນໍາປະຊາຊົນມາດຕະຖານເມືອງທ່ອງທ່ຽວສະອາດອາຊຽນ,ການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມຫ້ອງນໍ້າສາທາລະນະອາຊຽນ,ມາດຕະຖານສະຖານທີ່ຈັດກອງປະຊຸມອາຊຽນ-ງານວາງສະແດງອາຊຽນ ແລະ ລາງວັນການທ່ອງທ່ຽວແບບຍືນຍົງອາຊຽນ.

ຈຸດປະສົງຂອງມາດຕະຖານນີ້ ແມ່ນເພື່ອຍົກລະດັບມາດຕະຖານ ໂຮງແຮມຂຽວອາຊຽນ ໂດຍມີຂັ້ນຕອນການຢັ້ງຢືນໃຫ້ລາງວັນທີ່ຈະເພີ່ມການເປັນມິດກັບສິ່ງແວດລ້ອມ ແລະການປະຢັດພະລັງງານໃນພາກອຸດສາຫະກຳສະຖານທີ່ພັກແຮມຂອງອາຊຽນ,ຈະສ້າງໃຫ້ມີການປະຕິບັດງານຢ່າງເປັນມືອາຊີບຕໍ່ໂຮງແຮມຂຽວ,ມີແຜນຮັກສາສິ່ງແວດລ້ອມ,ການນຳໃຊ້ຜະລິດຕະພັນຂຽວ,ການຄຸ້ມຄອງພະນັກງານ ແລະສິ່ງແວດລ້ອມທີ່ຈະຊ່ວຍໃຫ້ສິ່ງແວດລ້ອມແລະປະຊາຊົນທ້ອງຖິ່ນໄດ້ຮັບຜົນປະໂຫຍດຈາກການປະຕິບັດງານຢ່າງມືອາຊີບ,ໃນຕໍ່ໜ້າຈະໄດ້ຮ່ວມກັນຈັດຕັ້ງປະຕິບັດປີ 2025, ໃຫ້ອາຊຽນຈະກາຍເປັນຈຸດໝາຍປາຍທາງການທ່ອງທ່ຽວທີ່ມີຄຸນນະພາບ,ມີເອກະລັກສະເພາະ,ມີຄວາມຫຼາກຫຼາຍ ແລະຈະເນັ້ນໃສ່ການພັດທະນາການທ່ອງທ່ຽວແບບມີຄວາມຮັບຜິດຊອບ,ມີຄວາມຍືນຍົງ,ມີສ່ວນຮ່ວມ ແລະ ເທົ່າທຽມກັນເພື່ອເປັນການປະກອບສ່ວນອັນສຳຄັນໃຫ້ແກ່ຄວາມຜາສຸກດ້ານເສດຖະກິດ-ສັງຄົມຂອງປະຊາຊົນອາຊຽນ.

-------------------

ພາບ ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ