ຕັງຈະເລີນກຽມພັດທະນາທີ່ດິນວິທະຍຸເປັນຕະຫຼາດນະຄອນປາກເຊ

  ເນື້ອທີ່ດິນຂອງວິທະຍຸກະຈາຍສຽງແຂວງຈໍາປາສັກ ຈະຖືກພັດທະນາໃຫ້ກາຍເປັນສູນການຄ້າທີ່ທັນສະໄໝອີກແຫ່ງໜຶ່ງໃນອີກບໍ່ດົນນີ້ພາຍຫຼັງທີ່ອໍານາດການປົກຂອງແຂວງໄດ້ອະນຸມັດໃຫ້ບໍລິສັດ ຕັງຈະເລີນເຂົ້າທໍາການສຶກສາສໍາຫຼວດຄວາມເປັນໄປໄດ້ເພື່ອພັດທະນາເປັນຕະຫຼາດນະຄອນປາກເຊ.

   ພິທີລົງນາມເຊັນບົດບັນທຶກຄວາມເຂົ້າໃຈເພື່ອສຶກສາສໍາຫຼວດຄວາມເປັນໄປໄດ້ໃນການລົງທຶນໂຄງການພັດທະນາຕະຫຼາດນະຄອນປາກເຊຢູ່ເນື້ອທີ່ດິນສະຖານີວິທະຍຸກະຈາຍສຽງຫຼັກ 2 ນະຄອນປາກເຊ ແຂວງຈໍາປາສັກ, ໄດ້ມີຂຶ້ນວັນທີ 18 ມັງກອນຜ່ານມາທີ່ພະແນກແຜນການ ແລະການລົງທຶນແຂວງ, ຕາງໜ້າອໍານາດການປົກຄອງແຂວງຈໍາປາສັກລົງນາມໂດຍທ່ານ ສາຍທອງ ໄຊຍະວົງ  ຫົວໜ້າພະແນກແຜນການ ແລະ ການລົງທຶນ ແຂວງ ຈໍາປາສັກ   ແລະ ຕາງໜ້າຝ່າຍບໍລິສັດແມ່ນທ່ານ ຮົວ ແສງອາລຸນ ປະທານກຸ່ມບໍລິສັດຕັງຈະເລີນ, ເຂົ້າຮ່ວມເປັນສັກຂີພິຍານໂດຍທ່ານ ບຸນຖອງ ດີວິໄຊ ເຈົ້າແຂວງໆຈໍາປາສັກ, ມີທ່ານເຈົ້ານະຄອນປາກເຊ, ພະແນກການກ່ຽວຂ້ອງ, ພະນັກງານວິຊາການກຸ່ມບໍລິສັດຕັງຈະເລີນເຂົ້າຮ່ວມ.

 ກຸ່ມບໍລິສັດຕັງຈະເລີນມີຄວາມປາດທະໜາໃນການພັດທະນາແຫຼ່ງຊັບພະຍາກອນຂອງແຂວງຈໍາປາສັກ, ໂດຍສະເພາະໂຄງການພັດທະນາຕະຫຼາດຢູ່ໃຈກາງ ນະຄອນປາກເຊໃຫ້ກາຍເປັນໃຈກາງໃນການຊື້-ຂາຍສິນຄ້າທີ່ທັນສະໄໝ, ສະດວກ ແລະສະບາຍ ແລະສາມາດຮອງຮັບໃຫ້ແກ່ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ, ການສຶກສາສໍາຫຼວດຄວາມເປັນໄປໄດ້ໂຄງການດັ່ງກ່າວມີເນື້ອທີ່ດິນທັງໝົດ 24 ພັນກວ່າຕາແມັດຊຶ່ງທາງບໍລິສັດຈະໃຊ້ເວລາໃນການສຶກສາສໍາ ຫຼວດ 6 ເດືອນໃຫ້ສໍາເລັດ.

  ຢ່າງໃດກໍດີຖ້າຫາກໂຄງການດັ່ງກ່າວມີຄວາມເປັນໄປໄດ້ ແລະຖືກສ້າງສໍາເລັດຈະກາຍເປັນສູນການຄ້າທີ່ທັນສະໄໝທີ່ໃຫຍ່ກວ່າໝູ່ໃນ 4 ແຂວງພາກໃຕ້ຊຶ່ງຈະມີການບໍລິການຄົບວົງຈອນທີ່ທັນສະໃໝ, ສະດວກສະບາຍ ແລະສາມາດຮັບຈັດງານຕ່າງໆໄດ້ໃນລະດັບອາຊີ ແລະ ລະດັບພາກພື້ນ.