ເຢຍລະມັນ ສືບຕໍ່ພັດທະນາພື້ນຖານໂຄງລ່າງຊົນລະບົດຢູ່ລາວ

  ລັດຖະບານເຢຍລະມັນໃຫ້ການສະໜັບສະໜູນເພີ່ມຕື່ມອີກສຳລັບຂະເເໜງການພັດທະນາຊົນນະບົດຢູ່ລາວໃນການຟື້ນຟູເສັ້ນທາງຊົນນະບົດໃນແຂວງຄຳມ່ວນ ແລະແຂວງອັດຕະປື ພາຍໃຕ້ໂຄງການພັດທະນາຊົນນະບົດໄລຍະ II (RDP II) ແລະໂຄງການຟື້ນຟູພື້ນຖານໂຄງລ່າງຢູ່ພາກໃຕ້ຂອງລາວ (RISL) ລວມມູນຄ່າ 18,9 ລ້ານ ເອີ ໂຣ, ທຶນດັ່ງກ່າວຈະໃຊ້ກໍ່ສ້າງເສັ້ນທາງເພື່ອໃຫ້ບ້ານໃນເຂດຊົນນະບົດ ແລະຫ່າງໄກສອກຫຼີກສາມາດໄປ-ມາສະດວກໄດ້ຕະຫຼອດປີເຮັດໃຫ້ປະຊາຊົນສາມາດເພີ່ມການຜະລິດສ້າງລາຍໄດ້ພ້ອມຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.

 ພິທີເຊັນສັນຍາຊ່ວຍເຫຼືອລ້າດັ່ງກ່າວຈັດຂຶ້ນໃນວັນທີ 26 ກັນຍາ ທີ່ກະຊວງການເງິນລະຫວ່າງ ທ່ານ ຢັນ ວີເກວມັນ ຜູ້ອຳນວຍການທະນາຄານພັດທະນາເຢຍລະມັນ KfW ປະຈຳລາວກັບ ທ່ານ ນາງ ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີກະຊວງການເງິນ ແລະ ທ່ານ ວຽງສະຫວັດ ສີພັນດອນ ຮອງລັດຖະມົນຕີກະຊວງໂຍ ທາທິການ ແລະຂົນສົ່ງໂດຍການເຂົ້າຮ່ວມເປັນສັກຂີພິຍານໂດຍຂອງທ່ານ ເຢັນ ລຸກເກີແຮມ ເອກອັກຄະລັດຖະທູດເຢຍລະມັນປະຈຳລາວ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ການຊ່ວຍເຫຼືອລ້າຂອງລັດຖະບານເຢຍລະມັນສຳລັບທັງສອງໂຄງການແມ່ນ 18  ້ານເອີໂຣ ແລະລັດຖະບານລາວຈະໄດ້ປະກອບສ່ວນສົມທົບເປັນເງິນທັງໝົດ 9 ແສນເອີໂຣ, ສຳລັບໂຄງການພັດ ທະນາຊົນນະບົດໄລຍະ II (RDP) ແລະໂຄງການຟື້ນຟູພື້ນຖານໂຄງລ່າງຢູ່ພາກ ໃຕ້ຂອງລາວ (RISL) ຄາດວ່າຈະເລີ່ມ ໂຄງການໃນໄຕມາດສຸດທ້າຍຂອງປີ 2019 ແລະ ຈະໃຫ້ສຳເລັດໃນປີ 2022 ເພື່ອຟື້ນຟູ ແລະ ປັບປຸງເສັ້ນທາງຊົນນະບົດ, ຂົວຂ້າມນໍ້າ ແລະ ພື້ນຖານໂຄງລ່າງອື່ນໆຢູ່ເມືອງໄຊບົວທອງ, ເມືອງບົວລະ ພາແຂວງຄຳມ່ວນ ແລະຫຼາຍເມືອງໃນ ແຂວງພາກໃຕ້ຂອງລາວ, ໂດຍສະເພາະແມ່ນເມືອງສະໜາມໄຊ ແຂວງອັດຕະປື.

  ນອກຈາກນັ້ນ RDP II ແລະ RISL ຍັງຈະປັບປຸງເສັ້ນທາງເພື່ອສະໜອງການເຂົ້າເຖິງຕະຫຼາດ, ໂຮງຮຽນ, ສາທາລະນະສຸກ ແລະສະຖານທີ່ອຳນວຍຄວາມສະ ດວກອື່ນໆ, ພ້ອມຈະສ້າງຄວາມອາດ ສາມາດການຝຶກອົບຮົມໃຫ້ກັບພະນັກ ງານໃນລະດັບສູນກາງ ແລະທ້ອງຖິ່ນ, ໂດຍສະເພາະໃນຂົງເຂດວຽກງານພື້ນຖານໂຄງລ່າງທີ່ກ່ຽວຂ້ອງກັບການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ, ການຄຸ້ມຄອງບູລະນະຮັກສາເສັ້ນທາງ ແລະພື້ນຖານໂຄງລ່າງທາງສັງຄົມອື່ນໆ.

ທ່ານ ວຽງສະຫວັດ ສີພັນດອນ ກ່າວວ່າ: ການຊ່ວຍເຫຼືອຄັ້ງນີ້ຖືວ່າເປັນໂຄງການໄລຍະທີ 9 ເເລະທີ 10 ລວມກັບໂຄງການທີ່ຜ່ານມາ, ຊຶ່ງຍາມໃດການສະໜອງເສັ້ນ ທາງແມ່ນ ມີຄວາມຈຳເປັນ ແລະສຳຄັນຫຼາຍສຳລັບວຽກງານພັດທະ ນາຊົນນະບົດ, ຊຶ່ງເຮັດໃຫ້ປະຊາຊົນສາ ມາດເຂົ້າເຖິງສິ່ງອຳນວຍຄວາມສະດວກ, ສາມາດເຊື່ອມຕໍ່ກັບຕົວເມືອງ, ສາມາດທຳ ການຜະລິດ ແລະມີການຄ້າຂາຍຕະ ຫຼອດປີ, ຊຶ່ງທາງລັດຖະບານໄດ້ເລັ່ງສຸມ ໃສ່ພື້ນຟູເຂດພື້ນທີ່ທີ່ປະຊາຊົນທີ່ໄດ້ຮັບ ຜົນກະທົບຈາກໄພນໍ້າຖ້ວມ, ສະນັ້ນການຊ່ວຍເຫຼືອຂອງລັດຖະບານເຢຍລະມັນໃນຄັ້ງນີ້ຈະເຮັດໃຫ້ເສັ້ນທາງ ແລະພື້ນຖານໂຄງລ່າງທາງສັງຄົມອື່ນໆໃນເຂດດັ່ງກ່າວໄດ້ຮັບການພື້ນຟູເປັນຢ່າງດີ ແລະ ຊ່ວຍໃຫ້ປະຊາຊົນສາມາດກັບມາທຳການຜະລິດໄດ້ເປັນປົກກະຕິ.

----------------

ຂ່າວ: : ກິ່ງລັດຕະນະ