ລາວຍັງບໍ່ສາມາດຄວບຄຸມການລະບາດຂອງພະຍາດອະຫິວາໝູໄດ້

  ພະຍາດອະຫິວາໝູອາຟຣິກາ ທີ່ໄດ້ເລີ່ມພົບມີການລະບາດທຳອິດຢູ່ແຂວງສາລະວັນໃນເດືອນມິຖຸນາຈົນລາມມາຮອດ 16 ແຂວງທ່ົວປະເທດຮອດໄລຍະໜຶ່ງໄດ້ຢຸດເຊົາ ແຕ່ປະຈຸບັນກັບມາລະບາດອີກຄັ້ງໜຶ່ງຢູ່ 8 ແຂວງ ດ້ານພາກສ່ວນທີ່ກ່ຽວຂ້ອງພວມເລັ່ງຊອກຫາສາເຫດ, ພ້ອມສືບຕໍ່ເຝົ້າລະວັງ ແລະວາງມາດຕະການໃນການຕອບໂຕ້ແກ້ໄຂການແຜ່ລາມດ້ວຍຫຼາຍຮູບການ.

 ຂໍ້ມູນຂອງກົມລ້ຽງສັດ ແລະການປະມົງກະຊວງກະສິກຳ ແລະປ່າໄມ້ໃຫ້ຮູ້ ວ່າ: ນັບແຕ່ວັນທີ 17 ມິຖຸນາ ຈົນເຖິງວັນທີ 13 ກັນຍາ 2019 ທົ່ວປະເທດໄດ້ກວດພົບເຊື້ອພະຍາດອະຫິວາໝູອາຟຣິກາ ຢູ່ 16 ແຂວງ ລວມທັງນະຄອນຫຼວງວຽງຈັນ ກວມເອົາ 51 ເມືອງ, 137 ບ້ານ, ມີໝູທັງໝົດ 31,29 ພັນໂຕ, ໃນນັ້ນມີໝູ ຕາຍ 12,12 ພັນໂຕ, ຖືກທຳລາຍ 3,54 ພັນໂຕ, ຊຶ່ງກວມເອົາ ໝູໃຫຍ່ 30%, ໝູກາງ 15% ແລະໝູນ້ອຍ 55%, ສ່ວນໝູອີກຈຳນວນ 15,61 ພັນໂຕແມ່ນຢູ່ພາຍໃຕ້ການເຝົ້າລະວັງຢ່າງເຄັ່ງຄັດ.

  ການລະບາດຂອງພະຍາດດັ່ງກ່າວແມ່ນຮ້າຍແຮງທີ່ສຸດຖ້າທຽບໃສ່ຈຳນວນແຂວງແຜ່ລາມ 100%, ທຽບໃສ່ ລະດັບເມືອງກວມເອົາ 34% ຂອງຈຳນວນເມືອງທົ່ວປະເທດ ແລະ ຖ້າທຽບໃສ່ປະຊາກອນໝູທົ່ວປະເທດທີ່ມີ 3,8 ລ້ານໂຕ ແມ່ນຜົນກະທົບຍັງຢູ່ລະດັບຕໍ່າກວມພຽງ 1%, ຖ້າປະເມີນຈາກໝູທີ່ຕາຍ ແລະ ຖືກທຳລາຍ 15,67 ພັນໂຕ ຄິດເປັນມູນຄ່າ 12 ຕື້ກີບ ແລະມູນຄ່າສີ້ນເປືອງອື່ນໆ ແມ່ນມີປະມານ 3 ຕື້ກີບ ລວມແລ້ວມູນຄ່າເສຍຫາຍຄັ້ງນີ້ມີປະມານ 15 ຕື້ກີບ.

 ຢ່າງໃດກໍຕາມສິ່ງທີ່ຮ້າຍແຮງສຸດມາຮອດປະຈຸບັນການລະບາດຂອງພະຍາດດັ່ງກ່າວແມ່ນຍັງບໍ່ສາມາດຄວບຄຸມໄດ້ເປັນຕົ້ນແມ່ນຈາກການສັງລວມເລີ່ມແຕ່ວັນທີ 1-13 ກັນຍາ 2019 ເຫັນ ວ່າຍັງມີການລະບາດເກີດຂຶ້ນໃໝ່ຢູ່ແຂວງບໍ່ແກ້ວຈຳນວນ 3 ເມືອງຂອງ 3 ບ້ານ, ມີໝູທັງໝົດ 189 ໂຕ, ໃນນັ້ນຕາຍແລ້ວ 9 ໂຕ ແລະກຳລັງຢູ່ໃນການເຝົ້າລະວັງອີກ 180 ໂຕ, ນອກຈາກແຂວງບໍ່ແກ້ວ ແລ້ວ ກໍຍັງມີອີກ 8 ແຂວງ ທີ່ເຄີຍມີການລະ ບາດແລ້ວກັບມາລະບາດຄືນອີກຄັ້ງໜຶ່ງຄື: ຢູ່ບ້ານຕານມີໄຊ, ເມືອງໄຊທານີ ນະ ຄອນຫຼວງວຽງຈັນ, ບ້ານໂພນສະຫວັນ ເມືອງແປກ ແຂວງຊຽງຂວາງ, ບ້ານບາ ການ້ອຍ ເມືອງ ແລະແຂວງຜົ້ງສາລີ, ສະເພາະແຂວງອຸດົມໄຊ ພົບຢູ່ 2 ເມືອງ, 5 ບ້ານ, ແຂວງຫຼວງນໍ້າທາພົບຢູ່ 6 ບ້ານ, ນອກນັ້ນກໍຍັງມີແຂວງຫົວພັນ, ໄຊສົມບູນ ແລະແຂວງບໍລິຄຳໄຊ ກໍມີການລະບາດຄືນເຊັນກັນ.

  ເພື່ອເຮັດໃຫ້ສາມາດຄວບຄຸມພະຍາດດັ່ງກ່າວໄດ້ໄວເທົ່າທີ່ຈະໄວໄດ້ ແລະບໍ່ ເຮັດ ໃຫ້ແນວພັນໝູພື້ນເມືອງທີ່ປະຊາຊົນລາວສະສົມມາຫຼາຍປີສູນເສຍ, ປະ ຊາຊົນບໍ່ຂາດແຄນຊີ້ນໝູ, ກົມລ້ຽງສັດ ແລະການປະມົງ ກະຊວງກະສິກຳແລະ ປ່າໄມ້ໄດ້ອອກມາດຕະການຕອບໂຕ້ ແລະເຝົ້າລະວັງພະຍາດທີ່ພວມລະບາດໃນປະຈຸບັນເປັນຕົ້ນອອກແຮງໂຄສະນາ ເຜີຍແຜ່ກ່ຽວກັບການປ້ອງກັນ, ສະກັດ ກັ້ນ ແລະຄວບຄຸມພະຍາດອະຫິວາໝູອາ ຟຣິກາທັງກ່ອນ ແລະຫຼັງການເກີດລະ ບາດ, ພ້ອມນັ້ນ ກໍຊ່ວຍເຫຼືອອຸປະກອນ ສັດຕະວະແພດ ແລະຢາຂ້າເຊື້ອໃຫ້ແກ່ ແຂວງທີ່ໄດ້ຮັບຜົນກະທົບ, ເຝົ້າລະວັງ, ເກັບຕົວຢ່າງ ເພື່ອຕິດຕາມຄວາມ ຮ້າຍແຮງຂອງພະຍາດ, ນອກຈາກນັ້ນ ກໍຍັງລະດົມການຊ່ວຍເຫຼືອຈາກໂຄງການ ແລະ ບັນດາອົງການຈັດຕັ້ງສາກົນໄປຄຽງຄູ່ກັບການຂ້າທຳລາຍໝູເຈັບ ແລະ ຕາຍລວມທັງການເຄື່ອນຍ້າຍໝູອີກດ້ວຍ, ແຕ່ງຕັ້ງຄະນະຮັບຜິດຊອບຄົ້ນຄວ້ານະໂຍບາຍຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບ ແລະສ້າງແຜນສຸກເສີນເພື່ອຄວບຄຸມການລະບາດຂອງພະຍາດ.

---------------

ຂຽນໂດຍພິມພອນ    

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ