ອັດຕະປື ພົບພະນັກງານລັດລະເມີດກົດໝາຍ 12 ຄົນ, 3 ຄົນຖືກລຶບຊື່ຈາກລັດຖະກອນ

  ອັດຕະປືແມ່ນອີກແຂວງໜື່ງທີ່ມີຄວາມເອົາໃຈໃສ່ຕໍ່ວຽກງານຕິດຕາມ, ກວດກາໂດຍໃນ 1 ປີ ຜ່ານມາໄດ້ຊຸກຍູ້ຕິດຕາມ, ກວດກາລັດຢ່າງປົກກະຕິສາມາດກວດກາພົບເຫັນພະນັກງານລະເມີດກົດໝາຍ 12 ຄົນ, ຍິງ 6 ຄົນ, ໃນນັ້ນສຶກສາອົບຮົມກ່າວເຕືອນ 9 ຄົນ, ລຶບຊື່ອອກຈາກລັດຖະກອນ 1 ຄົນ ແລະນຳສະເໜີໃຫ້ຂັ້ນເທິງຄົ້ນຄວ້າລຶບຊື່ 2 ຄົນ.

  ເມື່ອທ້າຍອາທິດຜ່ານມາ ແຂວງອັດຕະປື ໄດ້ຈັດກອງປະຊຸມຄົບຄະນະບໍລິຫານງານພັກແຂວງເປີດກ້ວາງ ຄັ້ງທີ 9 ສະໄໝທີ X ທີ່ຫໍປະຊຸມໃຫຍ່ຂອງແຂວງໂດຍການເປັນປະທານຂອງສະຫາຍ ເລັດ ໄຊຍະພອນ ເລຂາພັກແຂວງ, ເຈົ້າແຂວງອັດຕະປື ພ້ອມນີ້ກໍມີບັນດາທ່ານໃນຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຫົວໜ້າ ແລະຮອງພະແນກການອ້ອມຂ້າງແຂວງ, ເຈົ້າເມືອງ 5 ຕົວເມືອງ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

  ໃນກອງປະຊຸມໄດ້ຮັບການຕີລາຄາການຊີ້ນຳໆພາການຈັດຕັ້ງປະຕິບັດວຽກງານຮອບດ້ານຂອງຄະນະບໍລິຫານງານພັກແຂວງ ປີ 2018 ແລະທິດທາງແຜນ ການປີ 2019 ຊຶ່ງມີຫຼາຍໜ້າວຽກທີ່ໄດ້ຮັບຜົນສໍາເລັດເປັນຕົ້ນ: ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ວຽກງານການເມືອງແນວຄິດ ແລະວຽກ ງານພັກ-ພະນັກງານ; ວຽກງານກໍ່ສ້າງຮາກຖານການເມືອງ;ວຽກງານອົງການແນວລາວສ້າງຊາດ ແລະອົງການຈັດຕັ້ງມະຫາຊົນ; ວຽກງານຕິດຕາມ, ກວດ ກາ; ວຽກງານຄຸ້ມເສດຖະກິດມະຫາພາກ;ວຽກງານໂຍທາທິການ ແລະຂົນສົ່ງ; ວຽກງານຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມ; ວຽກງານການສຶກ ສາ ແລະກີລາ; ວຽກງານສາທາລະນະສຸກ;  ວຽກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ; ວຽກງານປັບປຸງກໍ່ສ້າງຮາກຖານການເມືອງ ແລະ ພັດທະນາຊົນນະບົດຮອບດ້ານ.

  ຢ່າງໃດກໍຕາມແຕ່ສະເພາະວຽກງານຕິດຕາມ, ກວດກາທາງແຂວງແມ່ນໄດ້ມີຄວາມເອົາໃຈໃສ່ຊຸກຍູ້ຕິດຕາມ, ກວດກາລັດຢ່າງປົກກະຕິສາມາດກວດກາພົບເຫັນພະນັກງານລະເມີດກົດໝາຍ 12 ຄົນ, ຍິງ 6 ຄົນ, ສຶກສາອົບຮົມກ່າວເຕືອນ 9 ຄົນ, ຍິງ 4 ຄົນ, ລຶບຊື່ອອກຈາກລັດຖະກອນເປັນເພດຍິງ 1 ຄົນ ແລະນຳສະເໜີໃຫ້ຂັ້ນເທິງຄົ້ນຄວ້າລຶບຊື່ 2 ຄົນ, ຍິງ 1 ຄົນ.