ພູອາສາ ສະຖານທີ່ທ່ອງທ່ຽວ ທາງດ້ານວັດທະນະທໍາ

  ແຂວງຈໍາປາສັກເປັນໜຶ່ງ ໃນບັນດາແຂວງພາກໃຕ້ລາວທີ່ ອຸດົມສົມບູນໄປດ້ວຍຊັບໃນດິນສິນໃນນໍ້າ, ມີທໍາມະຊາດ ແລະພູຜາປ່າໄມ້ທີ່ກວ້າງໃຫຍ່ພ້ອມທັງມີສະຖານທີ່ທ່ອງທ່ຽວທາງດ້ານປະຫວັດສາດ ແລະທໍາມະຊາດອັນ ໂດດເດັ່ນຢູ່ຫຼາຍແຫ່ງໃນນັ້ນເດັ່ນ ກວ່າໝູ່ໄດ້ແກ່ທີວທັດພູອາສາ.

ພູອາສາ ເມືອງປະທຸມພອນ ແມ່ນບູຮານສະຖານແຫ່ງໜຶ່ງທີ່ມີ ຄຸນຄ່າທາງດ້ານປະຫວັດສາດສະຖາປັດຕະຍະກຳ ແລະບູຮານວິທະ ຍາ,ວັດພູອາສາ ແມ່ນສູນພຸດທະສາສະໜາ ແລະເປັນບ່ອນເຕົ້າໂຮມ ຄວາມສາມັກຄີຂອງປະຊາຊົນບັນ ດາເຜົ່າທີ່ເປັນຈິດໜຶ່ງໃຈດຽວລຸກຂຶ້ນຕໍ່ສູ້ຕ້ານການກົດຂີ່ຂູດຮີດທີ່ ໄຮ້ມະນຸດສະທຳຂອງປະຊາຊົນທີ່ ມີອຳນາດເໜືອກວ່າກໍຄືສັກດີນາທີ່ປົກຄອງນະຄອນຈຳປາສັກ ໃນ ເວລານັ້ນ.

ຕາມການເລົ່າຂານກັນມາວ່າ: ແຕ່ກ່ອນມີຊາຍຄົນໜຶ່ງຊື່ວ່າ: ທ້າວສາບວດເປັນຄູບາ ແລະໄດ້ສຶກສາຮໍ່າຮຽນຢູ່ສະຫຍາມ (ປະເທດໄທ) ເມື່ອຮໍ່າຮຽນໄດ້ຫຼາຍປີແລ້ວກໍ່ກັບຄືນມາບ້ານເກີດຂອງຕົນ (ບ້ານ ກຽດໂງ້ງ ໃນປະຈຸບັນ) ຕອນກັບ ມາເພິ່ນໄດ້ນຳເອົາແຜນຂະຫຍາຍ ຕິດຕົວມາພ້ອມພໍມາຮອດບ້ານ ເພິ່ນກໍ່ໄດ້ພາຊາວບ້ານວ່າ: ວາດ ຕະມີລໍເດດ ສາມາດສ້າງໄຟໃຫ້ລຸກໄໝ້ຢ່າງປະຕິຫານໄດ້  ໂດຍເພິ່ນໄດ້ສ່ອງໃສ່ໃບໄມ້ແຫ້ງຕ້ອມຂອງ ແສງດວງອາທິດ ໂດຍບໍ່ພໍເທົ່າ ໃດນັ້ນກໍລຸກໄໝ້ໃບໄມ້ແຫ້ງປະຊາຊົນຮູ້ສຶກປະຫຼາດ ແລະເກີດຄວາມເຊື່ອຖືວ່າຄູບາເປັນຜູ້ມີບຸນມາເກີດຊຶ່ງໃນເວລານັ້ນປະຊາຊົນຍັງຮູ້ ບໍ່ເທົ່າອ່ອນນ້ອຍຕໍ່ການສຶກສາຈຶ່ງບໍ່ທັນເຂົ້າໃຈກົດຟິຊິກຂອງແສງ ປະຊາຊົນມີໃຈສັດທາເຫຼື້ອມໃສຕໍ່ຄູບາຈຶ່ງພາກັນເອົາດອກໄມ້,ທູບທຽນມາບູຊາຢ່າງຫຼວງຫຼາຍຈົນເທົ່າກັບປະທາດຊາຍກອງໃຫ່ຍຄູບາສາໄດ້ຄົ້ນຄິດ ແລະເຂົ້າໃຈຄວາມເປັນທຳທີ່ເກີດຂຶ້ນໃນສັງ ຄົມ ໂດຍເຫັນວ່າຊາວບ້ານຖືກກົດຂີ່ຂູດຮີດສະນັ້ນຄູບາໄດ້ຄົ້ນຄິດ ແລະເຂົ້າໃຈເຖິງຄວາມບໍ່ ເປັນທຳທີ່ເກີດຂຶ້ນໃນສັງຄົມ ໂດຍ ເຫັນວ່າຊາວບ້ານຖືກເກັບເກນໄປອອກແຮງງານ ແລະຍັງຕ້ອງເສຍພາສີຢ່າງໜັກຄູບາຈຶ່ງໄດ້ປຸກລະດົມປະຊາຊົນບັນດາເຜົ່າໃຫ້ເຕົ້າ ໂຮມສາມັກຄີ ແລະພ້ອມລຸກຂຶ້ນຕໍ່ ສູ້ກັບສັກດີນາ.

ພາບ ແລະຂາ່ວຈາກ:ໜັງສືພິມເສດຖະກິດ-ສັງຄົມ