ໃຊ້ງົບສຸກເສີນ 35 ຕື້ກີບ ແປງຊົນລະປະທານເພທົ່ວປະເທດ ຄາດແລ້ວໝົດເດືອນນີ້

   ເພື່ອຮັບປະກັນໃຫ້ການສະໜອງນ້ຳແກ່ການຜະລິດລະດູແລ້ງ ແລະລະດູຝົນທີ່ຈະມາເຖິງນີ້, ລັດຖະບານໄດ້ສະໜອງງົບສຸກເສີນຈຳນວນ 35 ຕື້ກີບ ສ້ອມ ແປງຊົນລະປະທານທີ່ໄດ້ຮັບຜົນກະທົບຈາກໄພພິບັດໃນລະດູຝົນຜ່ານມາໂດຍດຽວນີ້ຄືບໜ້າແລ້ວ 70% ແລະຄາດພາຍໃນເດືອນນີ້ຈະໃຫ້ສຳເລັດ 100%.

   ອີງຕາມບົດລາຍງານປະຈຳເດືອນຂອງກະຊວງກະສິກຳ ແລະປ່າໄມ້ ໃຫ້ຮູ້ວ່າ: ໃນການສະໜອງນ້ຳໃຫ້ແກ່ການຜະລິດລະດູແລ້ງ ແລະລະດູຝົນທີ່ຈະມາເຖິງນີ້ຫຼາຍທ້ອງຖິ່ນໄດ້ມີມາດຕະການແລ້ວໂດຍສະເພາະພາຍຫຼັງນ້ຳຫຼຸດລົງຈະນຳໃຊ້ກຳລັງແຮງທີ່ມີຢູ່ໃນທ້ອງຖິ່ນເພື່ອລວງຄອງເໝືອງສ້ອມແປງນ້ອຍຊົນລະປະ ທານດ້ວຍການລະດົມກຳລັງຂອງປະຊາຊົນ, ກຳລັງທະຫານ, ກຳລັງຊາວໜຸ່ມ, ວິສາຫະກິດ, ຜູ້ປະກອບການຊຶ່ງສິ່ງດັ່ງກ່າວເປັນພຽງມາດຕະການສະເພາະໜ້າ, ສ່ວນການທີ່ຈະຕອບສະໜອງໃຫ້ໄດ້ທັງສອງລະດູການໃນປີ 2019 ນັ້ນແມ່ນມີຄວາມຮຽກຮ້ອງຕ້ອງການທຶນໃນການສ້ອມແປງຊົນລະປະທານທີ່ເປ່ເພທັງໝົດ 238 ຕື້ກີບ, ມາຮອດປະຈຸບັນການສ້ອມແປງບ້ວງສຸກເສີນ 35 ຕື້ກີບ ໃນ 242 ໂຄງການແມ່ນສຳເລັດການຈັດສັນງົບໃຫ້ບັນດາແຂວງຕ່າງໆແລ້ວ, ສ່ວນຄວາມຄືບໜ້າຂອງການປະຕິບັດໄດ້ 60-70% ຂອງການນຳໃຊ້ງົບປະມານ ແລະສ່ວນຫຼາຍແມ່ນສຸມໃສ່ການສະໜອງນ້ຳໃນການຜະລິດນາແຊງ ແລະປູກພືດລະດູແລ້ງ, ຄາດວ່າບັນດາໂຄງການຊົນລະປະທານທັງໝົດແມ່ນຈະໃຫ້ສຳເລັດ 100% ພາຍໃນເດືອນນີ້.

  ສ່ວນບ້ວງທຶນຂອງລັດຖະບານ 4,5 ຕື້ກີບ ແມ່ນໄດ້ສຳເລັດການປະມູນຈັດຊື້-ຈັດຈ້າງໃນການສ້ອມແປງສຳເລັດກັບ 10 ບໍລິສັດໃນ 15 ໂຄງການ, ໃນນີ້ໜຶ່ງໂຄງການສ້ອມແປງສຳເລັດ ແລະອີກ 14 ໂຄງການພວມດຳເນີນການຢູ່,ທັງຄືບໜ້າ 20% ແລະແຂວງຍັງໃຊ້ທຶນໄພພິບັດຂອງແຂວງເອງ 400 ລ້ານກວ່າກີບເພື່ອສ້ອມແປງຊຶ່ງດຽວນີ້ສຳເລັດແລ້ວ, ຢ່າງໃດກໍດີໃນການສ້ອມແປງຊົນລະປະທານຈະຍັງບໍ່ສຳເລັດແຕ່ດ້ວຍນະໂຍບາຍຫຼຸດຜ່ອນຄ່າກະແສໄຟຟ້າຊົນລະປະທານ 50% ສຳລັບໂຄງການຊົນລະປະທານ, ຈຶ່ງເຮັດໃຫ້ຊາວກະສິກອນໄດ້ນຳໃຊ້ຈັກສູບນ້ຳເຂົ້າໃນການຜະລິດລະດູແລ້ງໄດ້ເປັນສ່ວນຫຼາຍ.

      ຂະນະດຽວກັນ, ການຜະລິດເຂົ້ານາແຊງຂອງບັນດາແຂວງຕ່າງໆໃນທົ່ວປະເທດມາເຖິງດຽວນີ້ຕົກກ້າໄດ້ 7,72 ພັນໂຕນເທົ່າກັບ 97%, ປັກດຳໄດ້ 51,52 ພັນເຮັກຕາເທົ່າກັບ 52% ຂອງເນື້ອທີ່ແຜນການທັງໝົດ, ທຽບໃສ່ການປັກດຳເຂົ້ານາແຊງໃນໄລຍະດຽວກັນຂອງປີຜ່ານມາເຫັນວ່າການປັກດຳ ນາແຊງປີນີ້ ສູງກວ່າ 32%, ຄຽງຄູ່ກັບ ການປັກດຳເຂົ້ານາແຊງ, ຊາວກະສິກອນ ທ້ອງຖິ່ນຕ່າງໆໄດ້ປູກພືດລະດູແລ້ງ, ບາງຊະນິດພືດໄດ້ປູກໃນຮອບວຽນທີ 2 ແລ້ວຊຶ່ງດຽວນີ້ປະຕິບັດໄດ້ 71 ພັນກວ່າເຮັກຕາເທົ່າກັບ 45% ຂອງເນື້ອທີ່ແຜນການທັງໝົດ, ນອກນັ້ນຍັງມີວຽກການລ້ຽງສັດ ແລະປູກພືດເປັນສິນຄ້າທີ່ມີຄວາມຄືບໜ້າດີເຊັ່ນກັນ.